![]() |
ໃນພິທີ, ທ່ານ ຄຳເຜີຍ ພິລາພາ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ໄດ້ລາຍງານວ່າ: ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຫັນດີ ໂອນກົງຈັກການຈັດຕັ້ງ ປະກອບມີ: ກົມສື່ມວນຊົນ; ວິທະຍຸກະຈາຍສຽງແຫ່ງຊາດລາວ; ໂທລະພາບແຫ່ງ ຊາດລາວ; ສໍານັກຂ່າວສານປະເທດລາວ ແລະ ໜັງສືພິມພາສາຕ່າງປະເທດ ພ້ອມທັງຍົກຍ້າຍບຸກຄະ ລາກອນ (ທັງປະຈຳການ ແລະ ບໍານານ), ງົບປະມານ (ລາຍຮັບ-ລາຍຈ່າຍ, ໜີ້ສິນ). ຊັບສິນ (ພາຫະ ນະ, ອຸປະກອນຮັບໃຊ້, ອາຄານສະຖານທີ່, ກົງເຕີນໍ້າ, ໄຟຟ້າ ແລະ ອື່ນໆ) ອອກຈາກກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກດັ່ງນີ້: ດ້ານກົງ ຈັກການຈັດຕັ້ງປະກອບມີ 1 ກົມ ແລະ 4 ຫົວໜ່ວຍວິຊາການລະດັບ 1 ທຽບເທົ່າກົມ, ປະກອບມີ 42 ພະແນກ ດັ່ງນີ້: ກົມສື່ມວນຊົນມີ 6 ພະແນກ, ວິທະຍຸກະຈາຍສຽງແຫ່ງຊາດລາວມີ 9 ພະແນກ, ໂທລະພາບແຫ່ງຊາດລາວ ມີ 13 ພະແນກ, ສໍານັກຂ່າວສານປະເທດລາວ ມີ 8 ພະແນກ, ໜັງສື ພິມພາສາຕ່າງປະເທດມີ 6 ພະແນກ, ກົງຈັກພັກປະກອບມີ 2 ຄະນະພັກຮາກຖານ ມີ 11 ໜ່ວຍພັກ ທີ່ຂຶ້ນກັບ ແລະ ມີ 3 ໜ່ວຍພັກຮາກຖານ ດັ່ງນີ້: ຄະນະພັກຮາກຖານວິທະຍຸກະຈາຍສຽງ ແຫ່ງຊາດລາວ ມີ 6 ໜ່ວຍພັກທີ່ຂຶ້ນກັບ, ຄະນະພັກຮາກຖານໂທລະພາບແຫ່ງຊາດລາວ ມີ 5 ໜ່ວຍ ພັກທີ່ຂຶ້ນກັບ, ໜ່ວຍພັກຮາກຖານກົມສື່ມວນຊົນ, ໜ່ວຍພັກຮາກຖານສໍານັກຂ່າວສານປະເທດລາວ, ໜ່ວຍພັກຮາກຖານ ໜັງສືພິມພາສາຕ່າງປະເທດ ແລະ ດ້ານບຸກຄະລາກອນ ມີຈຳນວນພະນັກງານ-ລັດຖະກອນທັງໝົດ 415 ທ່ານ ຍິງ 166 ທ່ານ, ໄປປະຈຳການຢູ່ຕ່າງປະເທດ 7 ທ່ານ ຍິງ 2 ທ່ານ, ໄປຮຽນຕໍ່ຕ່າງປະທດ 3 ທ່ານ ຍິງ 2 ທ່ານ.
(ຂ່າວ-ພາບ:ສຳນານ)
ຄໍາເຫັນ