ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ
ພິທີ ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025 ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ1 ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮບ ໜາທ ແລະ ປະກາດການແຕງຕງຄະນະກາມະການປກຄອງແຂວງຄາມວນ - image 1
 

ສະຫາຍ ວັນໄຊ ພອງສະຫວັນ ໄດ້ລາຍງານຫຍໍ້ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ແຜນງົບປະມານແຫ່ງລັດ ແລະ ການຈັດຕັ້ງປະຕິບັດບັນດາຄາດໝາຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງແຂວງໄລຍະ 5 ປີ (2021 – 2025), ປະຈໍາປີ 2025 ແລະ ສະເໜີທິດທາງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ ຄັ້ງທີ X (2026 – 2030) ແລະ ແຜນປີ 2026. ຈາກນັ້ນ, ກໍໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ສະຫາຍ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ ແລະ ປະກາດການແຕ່ງຕັ້ງຮອງປະທານຄະນະກໍາມະການປົກຄອງແຂວງຈໍານວນ 2 ສະຫາຍຄື: ແຕ່ງຕັ້ງສະຫາຍ ໝັ້ນຍືນ ຄິນສະໝອນ ຄະນະປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ (ລົງເລິກຊີ້ນໍາຂົງເຂດວຽກງານເສດຖະກິດ); ແຕ່ງຕັ້ງສະຫາຍ ເດດສັກດາ ມະນີຄໍາ ຄະນະປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ (ລົງເລິກຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມ). ນອກຈາກນັ້ນ, ຍັງໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂອງແຂວງອອກພັກການ-ຮັບອຸດໝູນເຂົ້າບໍານານຈໍານວນ 6 ສະຫາຍ.

ມອບ-ຮບ ໜາທ ແລະ ປະກາດການແຕງຕງຄະນະກາມະການປກຄອງແຂວງຄາມວນ - image 2
 

ໃນໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ເນັ້ນໜັກໃຫ້ຄະນະກໍາມະການປົກຄອງແຂວງຊຸດໃໝ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ-ສະມາຊິກພັກເປັນປົກກະຕິ, ການສັບປ່ຽນໜ້າທີ່ ກໍຄືການສັບຊ້ອນຈັດວາງຕຳແໜ່ງງານຕ່າງໆ ແລະ ການຮັບອຸດໜູນບໍານານ ຂອງພະນັກງານການນຳແຕ່ລະຂັ້ນ ແມ່ນວຽກງານປົກກະຕິ ທີ່ພວກເຮົາເຄີຍປະຕິບັດມາ, ແມ່ນການປະຕິບັດນະໂຍບາຍ ຕໍ່ພະນັກງານທຸກປະເພດ, ການຈັດວາງພະນັກງານ ຕ້ອງໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ, ທັງເປັນຫຼັກການ ແລະ ລະບຽບການຂອງພັກເຮົາ; ໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນຄະນະປະຈຳພັກແຂວງ, ຄະນະບໍລິຫານງານພັກ ແລະ ຄະນະພັກແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ,ເປັນຄັນທຸງ ແລະ ເປັນແກນນຳໃນການນຳພາເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນ ໃນຖັນແຖວສະມາຊິກພັກ, ພະນັກງານ; ສືບຕໍ່ເອົາໃຈໃສ່ຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ ແລະ ກຽມພ້ອມປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ 10, ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ສອງວາລະແຫ່ງຊາດ ໃຫ້ເກີດຜົນເປັນຈິງ. ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະ ນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ວຽກງານ 3 ສ້າງ; ສຸມໃສ່ນໍາພາກະກຽມຄວາມພ້ອມທຸກຢ່າງ ໃນການສ້າງຕັ້ງຕາແສງ ເຊັ່ນ: ສະຖານທີ່ຕັ້ງຂອງຕາແສງ, ບຸກຄະລາກອນ ແລະ ກົງຈັກການຈັດຕັ້ງ ກໍຄືໜ່ວຍງານຕ່າງໆ ຂອງຕາແສງ, ກະກຽມກົນໄກ, ລະບອບ-ລະ ບຽບການເຮັດວຽກ ຂອງຕາແສງ ແລະ ວຽກອື່ນໆ . ຍົກສູງຄຸນນະພາບການປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໃຫ້ເຂັ້ມແຂງ ແລະ ຖືວຽກງານນີ້ ເປັນໜ້າທີ່ພື້ນຖານ ທີ່ຕ້ອງໄດ້ເຮັດເປັນປະຈໍາຢ່າງບໍ່ລົດລະ ເພື່ອຮັບປະກັນຄວາມໝັ້ນຄົງ ຂອງປະເທດຊາດ ກໍຄືຂອງລະບອບການເມືອງຂອງພວກເຮົາ ດ້ວຍການສ້າງທ່າສະໜາມສາມຂັ້ນ, ສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ, ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີ, ບ້ານປອດຢາເສບຕິດ ແລະ ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂແຕ່ຫົວທີບັນດາໜໍ່ແໜງຄວາມບໍ່ສະຫງົບ ແລະ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢ່າງເດັດຂາດ. ສືບຕໍ່ປັບປຸງລະບົບການເມືອງແຕ່ລະຂັ້ນ ຢ່າງຕໍ່ເນື່ອງ ໃຫ້ໜັກແໜ້ນ, ເຂັ້ມແຂງ ເປັນຕົ້ນ ຢູ່ຂັ້ນຮາກຖານ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງເຜີຍແຜ່ ແລະ ນໍາພາປະຕິບັດແນວທາງແຜນນະໂຍບາຍ, ມະຕິ-ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງລັດ ໂດຍສຸມໃສ່ກໍ່ສ້າງປັບປຸງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ປັບປຸງຍົກສູງບົດບາດຄວາມສັກສິດ ຂອງອົງການອໍານາດລັດທຸກຂັ້ນ ໃຫ້ເຂັ້ມແຂງ. ສືບຕໍ່ເອົາໃຈໃສ່ຫຼາຍຂຶ້ນ ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ຂອງສະມາຊິກພັກ, ພະນັກງານ, ທະຫານ-ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ເຊື່ອມຊຶມ, ຮັບຮູ້-ເຂົ້າໃຈ ແນວທາງນະໂຍບາຍ ແລະ ມະຕິ -ຄໍາສັ່ງ ຂອງພັກ-ລັດ ແລະ ລະບຽບ-ກົດໝາຍຂອງລັດ .

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ