ມອບ-ຮັບ ໜ້າທີ່ຮັກສາການປະທານສານປະຊາຊົນສູງສຸດ

ມອບ-ຮັບ ໜ້າທີ່ຮັກສາການປະທານສານປະຊາຊົນສູງສຸດ

ມອບ-ຮັບ ໜ້າທີ່ຮັກສາການປະທານສານປະຊາຊົນສູງສຸດ
ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ຮັກສາການປະທານສານປະຊາຊົນສູງສຸດ ລະຫວ່າງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ແລະ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຮັກສາການປະທານສານປະຊາຊົນສູງສຸດ (ຜູ້ ໃໝ່) ຂຶ້ນໃນວັນທີ 11 ມີນາ ນີ້ ທີ່ສານປະຊາຊົນສູງສຸດ, ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ພິທີໂດຍສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຶ່ງມີພະນັກງານການນຳຈາກສານປະຊາຊົນສູງສຸດ ແລະ ກະຊວງ ຍຸຕິທຳ ເຂົ້າຮ່ວມ.
ມອບ-ຮບ ໜາທຮກສາການປະທານສານປະຊາຊນສງສດ - image 1
 

 

ໃນພິທີທີ່ມີຄວາມສຳຄັນຄັ້ງນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ປະທານສານປະຊາຊົນສູງສຸດຜູ້ເກົ່າ ທີ່ໄດ້ຕັ້ງໜ້າຈັດປະຕິບັດບັນດາໜ້າທີ່ວຽກງານທີ່ຮັບຜິດຊອບມີຜົນສຳເລັດຫຼາຍດ້ານ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ອົງຄະນະພັກສານປະຊາຊົນສູງສຸດ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍໃຫ້ບັນດາສະຫາຍຈົ່ງພ້ອມກັນເອົາໃຈໃສ່ຕື່ມບາງດ້ານດັ່ງນີ້:

1. ມອບໃຫ້ບັນດາສະຫາຍຄະນະພັກ, ການນໍາທຸກຂັ້ນ ຂອງສານປະຊາຊົນ ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ພາຍໃນພັກ, ຄະນະປະຈໍາພັກ ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນໍາ ໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ-ສະຊິກພັກ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງ, ນະໂຍບາຍ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກສານປະຊາຊົນສູງສຸດ, ແຜນພັດທະນາວຽກງານສານປະຊາຊົນ ໃນ 5 ປີ ຕໍ່ໜ້າ ກໍຄືທິດທາງແຜນການວາງອອກ ໃຫ້ສະມາຊິກພັກ, ພະນັກງານທົ່ວຂະແໜງສານປະຊາຊົນ ມີຄວາມຮັບຮູ້, ເຂົ້າໃຈ ຢ່າງເປັນເອກະພາບ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍເປັນແຜນການ, ແຜນງານ, ກິດຈະກໍາ, ປະຕິບັດໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງສານແຕ່ລະຂັ້ນ ເພື່ອປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສານປະຊາຊົນ ຕາມທີ່ກໍານົດໃນລັດຖະທໍາມະນູນ, ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງ ໃຫ້ມີຜົນສໍາເລັດ ຕາມຄໍາຂວັນ ຂອງສານປະຊາຊົນ ທີ່ວ່າ: “ບໍລິການດີ-ມີວິໄນ, ຕັດສິນວ່ອງໄວ-ໂປ່ງໃສ-ທ່ຽງທໍາ, ກວດກາເຂັ້ມງວດ ແລະ ທັນການ”, 2. ສືບຕໍ່ເອົາໃຈໃສ່ປະຕິບັດຫຼັກການນຳພາຂອງພັກຢ່າງເຂັ້ມງວດ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະພັກຢ່າງຈະແຈ້ງ, ມີລະບອບປະຊຸມປຶກສາຫາລືເປັນເອກະພາບພາຍໃນຄະນະພັກ ກໍຄືຄະນະນຳທຸກຂັ້ນ, ເພື່ອເຮັດສໍາເລັດໜ້າທີ່ທີ່ຖືກມອບໝາຍເພື່ອຮັບໃຊ້ປະຊາຊົນ, ຮັບໃຊ້ພາລະກິດປະຕິວັດຂອງພັກ, ພ້ອມກັນພັດທະນາສ້າງສານປະຊາຊົນນັບມື້ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, 3. ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ໃນທົ່ວລະບົບການຈັດຕັ້ງຂອງສານປະຊາຊົນໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ແລະ ດໍາລົງຊີວິດປອດໃສຂາວສະອາດ ເພື່ອພ້ອມກັນຮັບໃຊ້ປະຊາຊົນດ້ວຍຄວາມຍຸຕິທໍາ ແລະ ຊື່ສັດບໍລິສຸດ, 4.ເອົາໃຈໃສ່ສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂອບເຂດສານປະຊາຊົນ ເພື່ອເປັນບ່ອນອີງ ແລະ ຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສານປະຊາຊົນແຕ່ລະຂັ້ນ ໃຫ້ເປັນເອກະພາບ, ຖືກຕ້ອງ ແລະ ມີຜົນສັກສິດ, 5. ເອົາໃຈໃສ່ກໍ່ສ້າງ, ບໍາລຸງ ຜູ້ພິພາກສາແຕ່ລະຊັ້ນໃຫ້ມີຄວາມຮູ້, ຄວາມສາມາດ, ມີມາດຕະຖານ, ເງື່ອນໄຂທີ່ຄົບຖ້ວນ, ມີແນວຄິດການເມືອງທີ່ໜັກແໜ້ນ, ສາມາດພິພາກສາຕັດສິນຄະດີຢ່າງມີຄວາມຍຸຕິທໍາ ພ້ອມທັງວາງມາດຕະການທີ່ເດັດຂາດ ຕໍ່ຜູ້ພິພາກສາທີ່ມີພຶດຕິກຳທີ່ເຂົ້າຂ້າງອອກຂາ, ບໍ່ໂປ່ງໃສໃນການດຳເນີນຄະດີ, ຜູ້ພິພາກສາທີ່ໄດ້ຮັບການຮ້ອງຟ້ອງສ່ອງແສງເຖິງພຶດຕິກໍາຮຽກເກັບເງິນຈາກປະຊາຊົນ ກໍຕ້ອງໄດ້ຮັບການກວດສອບ ແລະ ວາງລະບຽບການ, ມາດຕະການ ເພື່ອຄຸ້ມຄອງ, ອັດຊ່ອງວ່າງ ແລະ ຫາວິທີການແກ້ໄຂ ເພື່ອເຮັດໃຫ້ຜູ້ພິພາກສາລວມທັງພະນັກງານຂອງສານປະຊາຊົນທຸກຂັ້ນເປັນຜູ້ມີຈັນຍາບັນ, ຈັນຍາທຳ, ມີຄວາມຍຸຕິທໍາ, ວ່ອງໄວ, ໂປ່ງໃສ, ກວດກາໄດ້ໃນການປະຕິບັດໜ້າທີ່ຕັດສິນພິພາກສາ ເອົາຄວາມເປັນທຳມາໃຫ້ປະຊາຊົນ, ເຮັດໃຫ້ປະຊາ ຊົນ ມີຄວາມເຊື່ອໝັ້ນສັດທາຕໍ່ລະບົບສານປະຊາຊົນທຸກຂັ້ນ, 6. ຍົກສູງຄວາມເປັນແບບຢ່າງນໍາໜ້າ, ຄວາມສາມາດການນໍາພາ ຂອງຄະນະພັກ, ຄະນະນຳ, ພະນັກງານຫຼັກແຫຼ່ງ ໃຫ້ເຂັ້ມແຂງຮອບດ້ານ; ເດັດດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ ພາຍໃນການຈັດຕັ້ງສານປະຊາຊົນແຕ່ລະຂັ້ນ ຄຽງຄູ່ກັບການເພີ່ມທະວີການເຄື່ອນໄຫວວຽກງານການເມືອງ-ແນວຄິດ ຕິດພັນກັບການດໍາເນີນຊີວິດການເມືອງ ປັບປຸງປົວແປງພາຍໃນຢ່າງຕໍ່ເນື່ອງ, ຕ້ານແນວຄິດຄອງເດີມ, ທັດສະນະການເມືອງທີ່ຜິດເຂວ, ສະພາບການຖືເບົາໃນການພັດທະນາຕົນເອງ, ຖືເບົາຕໍ່ໜ້າທີ່ຄວາມຮັບຜິດຊອບດ້ານການເມືອງ ແລະ ວຽກງານວິຊາສະເພາະຂອງຖັນແຖວສະມາຊິກພັກ, ຜູ້ພິພາກສາ, ພະນັກງານ-ລັດຖະກອນ ກໍຄືບັນຫາອື່ນໆ ໃຫ້ໄດ້ຮັບການແກ້ໄຂ ແລະ ຕີຖອຍເທື່ອລະກ້າວ.

ມອບ-ຮບ ໜາທຮກສາການປະທານສານປະຊາຊນສງສດ - image 2
 

(ຂ່າວ: ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ