![]() |
ທ່ານ ສຸພັດ ສຸແສງໄທ ຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານການຊີ້ນໍາ-ນໍາພາ ຕະຫຼອດໄລຍະທີ່ຕົນຮັບຜິດຊອບ ລວມເຖິງທິດທາງແຜນການຈະສືບຕໍ່ປະຕິບັດໃນຕໍ່ໜ້າ. ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງແຂວງໄດ້ຜ່ານ ຂໍ້ຕົກລົງເຈົ້າແຂວງຄໍາມ່ວນ ສະບັບເລກທີ 468/ຈຂ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ, ໂດຍຕົກລົງແຕ່ງຕັ້ງ ທ່ານ ບຸນຄໍາ ໄຊຍະແສງ ຮອງຫົວໜ້າພະແນກການເງິນແຂວງ ເປັນຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ ແຂວງຄໍາມ່ວນ. ໃຫ້ກຽດມອບຂໍ້ຕົກລົງດັ່ງກ່າວ ໂດຍທ່ານ ສົມໃຈ ພານີຈັນ , ພ້ອມດຽວກັນໃນພິທີຍັງໄດ້ລົງນາມ ເຊັນ ບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ (ຜູ້ເກົ່າ) ກັບ ຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ (ຜູ້ໃໝ່).
(ຂ່າວ: ມະນີວັນ)

ຄໍາເຫັນ