ພິທີມອບ-ຮັບ ທຸງໄຊນໍາໜ້າຂະບວນການຂໍ້ແຂ່ງຂັນ 4 ບຸກ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ມອບ-ຮັບ ທຸງໄຊນໍາໜ້າຂະບວນການຂໍ້ແຂ່ງຂັນ 4 ບຸກ

ມອບ-ຮັບ ທຸງໄຊນໍາໜ້າຂະບວນການຂໍ້ແຂ່ງຂັນ 4 ບຸກ
ໃນວັນທີ 20 ພະຈິກ ນີ້ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ພິທີມອບ-ຮັບ ທຸງໄຊນໍາໜ້າຂະບວນການຂໍ້ແຂ່ງຂັນ 4 ບຸກ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

 ສໍານັກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເຂົ້າຮ່ວມເປັນປະທານໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກເລຂາຄະນະບໍລິຫານງານ ສຊປລ, ສະຫາຍ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານ ສຊປລຜູ້ຊີ້ນໍາອົງການຈັດຕັ້ງມະຫານຊົນ ສຊປລ, ສະຫາຍ ນາງ ປານີ ກິນດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສໍານັກ ສຊປລ, ອົງການຈັດຕັ້ງ ແມ່ຍິງ-ກໍາມະບານ ສຊປລ. ມີ ສະຫາຍ ຮອງເລຂາຄະນະບໍລິຫານງານ ສຊປລ, ສະຫາຍ ເລຂາໜ່ວຍພັກບັນດາກົມອ້ອມຂ້າງ, ຕະຫຼອດຮອດສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ສໍານັກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວເຂົ້າຮ່ວມພ້ອມພຽງ.

ໃນພິທີ, ສະຫາຍ ບຸນຍຸງ ເພັດມີໄຊ ຮອງເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສໍານັກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຕາງໜ້າໃຫ້ ຄຊປປລ ສໍານັກ ສຊປລ ຂຶ້ນຜ່ານບົດສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ຄຊປປລ ສໍານັກ ສຊປລ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024; ຄຊປປລ ສໍານັກ ສຊປລ ແມ່ນການຈັດຕັ້ງຊາວໜຸ່ມ ທີ່ມີທີ່ຕັ້ງຂຶ້ນກັບ ສຊປລ, ເຄື່ອນໄຫວພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງ ແລະ ຮອບດ້ານ ຂອງຄະນະບໍລິຫານງານພັກ ສຊປລ, ໃນປີ 2023 ມີໜ່ວຍຮາກຖານຊາວໜຸ່ມຂຶ້ນກັບ ຄຊປປລ ສຳນັກ ສຊປລ ທັງໝົດ 11 ໜ່ວຍ, ມີກອງອາສາສະໝັກຊາວໜຸ່ມຕະລຸມບອນ 1 ກອງ, ມີຄະນະບໍລິຫານງານຊາວໜຸ່ມທັງໝົດ 13 ສະຫາຍຍິງ 5 ສະຫາຍ, ຄະນະປະຈໍາ 5 ສະຫາຍຍິງ 2 ສະຫາຍ, ມີສະມາຊິກຊາວໜຸ່ມທັງໝົດ 215 ສະຫາຍຍິງ 102 ສະຫາຍ. ຜ່ານການຈັດຕັ້ງປະຕິບັດ ແລະ ປະເມີນກວດກາ 4 ບຸກ ໃນປີ 2023 ຜ່ານມາ ຄຊປປລ ສໍານັກ ສຊປລ ໄດ້ເປີດຂະບວນການຂໍ້ແຂ່ງຂັນ 4 ບຸກ, 10

ໜ່ວຍ, ສາມາດປະກາດຮັບຮອງເປັນໜ່ວຍ 4 ບຸກ ໄດ້ເທົ່າກັບ 90.90% ຂອງບັນດາໜ່ວຍຮາກຖານທັງໝົດ, ສ່ວນບົດຮຽນທີ່ຖອດຖອນໄດ້ ຄຊປປລ ສໍານັກ ສຊປລ ໄດ້ເພີ່ມທະວີການຍາດແຍ່ງຂໍທິດຊີ້ນໍາ, ຄໍາຄິດຄໍາເຫັນຈາກຄະນະພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ຢ່າງເປັນປະຈໍາ, ສຸມໃສ່ປັບປຸງແບບແຜນວິທີເຮັດວຽກ ແລະ ກົນໄກການປະສານງານຂອງຄະນະຊາວໜຸ່ມແຕ່ລະໜ່ວຍຢ່າງຄ່ອງແຄ້ວ ທັນຕາມກໍານົດເວລາ, ເອົາໃຈໃສ່ປັບປຸງລະບົບການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ,ດໍາເນີນຊີວິດການເມືອງພາຍໃນໜ່ວຍຢ່າງປົກກະຕິ, ຍົກລະດັບຄວາມຮູ້,ຄວາມສາມາດ,ປະສົບການຂອງສະມາຊິກຊາວໜຸ່ມ ແລະ ກໍ່ສ້າງພະນັກງານສືບທອດປ່ຽນແທນຢ່າງເປັນລະບົບຕໍ່ເນື່ອງ; ຕີລາຄາແຕ່ລະດ້ານສາມາດປະຕິບັດໄດ້ຄື:ບຸກດ້ານແນວຄິດ ຕີລາຄາໄດ້ 98%,ບຸກດ້ານການຝຶກຝົນ-ຫຼໍ່ຫຼອມຮໍ່າຮຽນ ຕີລາຄາໄດ້ 97%, ບຸກດ້ານວຽກງານການຈັດຕັ້ງ ຕີລາຄາໄດ້ 97%,ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ ຕີລາຄາໄດ້ 98% ຊຶ່ງສາມາດຈັດຢູ່ໃນປະເພດແຂງ.

(ຂ່າວ:ສຊປລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ