ຮອງເຈົ້າເມືອງໆສິງ ແລະ ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າເຂົ້າຮ່ວມ.
ເຂົ້າສານທີ່ນໍາມາມອບໃນຄັ້ງນີ້, ລວມມີ 134 ໂຕນ ເຂົ້າທີ່ນຳມາມອບໃນຄັ້ງນີ້ ແມ່ນເຂົ້າສານຊ່ວຍເຫຼືອຈາກຄັງແຮອາຊຽນບວກ 3, ໃຫ້ກຽດມອບໂດຍທ່ານ ຄໍາເລົາ ແກ້ວລະກໍາ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຮັບໂດຍທ່ານ ຮອງເຈົ້າເມືອງໆສິງ ໂດຍຊ່ອງໜ້າຜູ້ເຂົ້າຮ່ວມເພື່ອເປັນສັກຂີພະຍານ ແລະ ມອບຕໍ່ໃຫ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງສິງ ເພື່ອນຳໄປແຈກຍາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ. ໂອກາດດຽວກັນນີ້, ຍັງໄດ້ມອບເງິນສົດ ຈຳນວນ 10 ລ້ານ 8 ແສນກີບ ໃຫ້ຄອບຄົວຜູ້ປະສົບໄພນ້ຳຖ້ວມ, ເຮືອນໄຫຼນ້ຳ, ດິນເຈືອນທັບເຮືອນເສຍຫາຍໝົດຫຼັງ.
(ຂ່າວ: ອັກສອນ)
ຄໍາເຫັນ