ມອບ-ຮັບເຄື່ອງກອງນໍ້າ 80 ເຄື່ອງ ໃຫ້ກອງຮ້ອຍທະຫານຊາຍແດນ 152

ມອບ-ຮັບເຄື່ອງກອງນໍ້າ 80 ເຄື່ອງ ໃຫ້ກອງຮ້ອຍທະຫານຊາຍແດນ 152

ມອບ-ຮັບເຄື່ອງກອງນໍ້າ 80 ເຄື່ອງ ໃຫ້ກອງຮ້ອຍທະຫານຊາຍແດນ 152
ວັນທີ 27 ພຶດສະພານີ້, ຢູ່ທີ່ຫ້ອງປະຊຸມກອງຮ້ອຍທະຫານຊາຍແດນ 152 ເມືອງເງິນ ແຂວງໄຊຍະບູລີ, ອົງການກາແດງແຫ່ງຊາດລາວໄດ້ນຳເອົາອຸປະກອນ ເຄື່ອງກອງນ້ຳຈຳນວນ 80 ເຄື່ອງ, ເຄື່ອງສາກໄຟຟ້າແສງຕາເວັນ ຈຳນວນ 11 ຊຸດ ລວມມູນຄ່າ 121 ລ້ານກວ່າກີບ, ມອບໃຫ້ກອງຮ້ອຍທະຫານຊາຍແດນ 152 ເມືອງເງິນ ເພື່ອນໍາໃຊ້ເຂົ້າໃນວຽກງານພາຍໃນກອງຮ້ອຍໂດຍສະເພາະແມ່ນເພີ່ມຄວາມສະດວກສະບາຍໃນການນຳໃຊ້ນ້ຳສະອາດ

 

 ເຊັ່ນ: ໄວ້ກິນ, ໄວ້ດື່ມ,ໄວ້ໃຊ້ ແລະ ເພີ່ມຄວາມສະຫວ່າງໃນຍາມສຸກເສີນໃຫ້ແກ່ອ້າຍນ້ອງໃນການເຄື່ອນໄຫວເຮັດໜ້າທີ່ວຽກງານປ້ອງກັນຊາດ, ຊຶ່ງໃຫ້ກຽດມອບເຄື່ອງ ໂດຍທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ຕາງໜ້າຮັບໂດຍທ່ານ ພັຕ ອິນສະແຫວງ ສຸກສະຫວັດ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 152, ມີພາກສ່ວນກຽ່ວຂ້ອງເຂົ້າຮ່ວມ.

(ຂ່າວ: ຖວທ ເມືອງເງິນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຝຶກອົບຮົມ ແນະນຳຄືນການນຳໃຊ້ໂປຣແກມການບັນຊີພາກລັດ

ຝຶກອົບຮົມ ແນະນຳຄືນການນຳໃຊ້ໂປຣແກມການບັນຊີພາກລັດ

ຊຸດອົບຮົມ ແນະນໍາຄືນການນໍາໃຊ້ໂປຣແກມການບັນຊີພາກລັດ ໃຫ້ແກ່ການເງິນ ຂອງຂະແໜງສາທາລະນະສຸກຂັ້ນແຂວງ, ເມືອງ ກ່ຽວກັບການສ້າງແຜນ ແລະ ແຜນງົບປະມານ, ການບັນທຶກບັນຊີ ລາຍຮັບ-ລາຍຈ່າຍ ແລະ ການບັນທຶກບັນຊີຂໍ້ມູນຊັບສິນ ແບບເຊື່ອມສານທຸກແຫຼ່ງທຶນ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ 2026 ນີ້ ຢູ່ທີ່ພະແນກສາທາລະນະສຸກແຂວງເຊກອງ ໂດຍເປັນປະທານຂອງທ່ານ ນາງ ລຳພັນ ໄຊຄຳມີ ກຳມະການພັກແຂວງຫົວຫນ້າພະແນກສາທາລະນະສຸກແຂວງ ຊຶ່ງສຳມະນາກອນເຂົ້າຮ່ວມ.
ສລດ ປະເມີນຂໍ້ແຂ່ງຂັນ 3 ດີ 4 ບຸກ ແລະ 5 ເປັນເຈົ້າ ປະຈຳປີ 2026

ສລດ ປະເມີນຂໍ້ແຂ່ງຂັນ 3 ດີ 4 ບຸກ ແລະ 5 ເປັນເຈົ້າ ປະຈຳປີ 2026

​ ໃນວັນທີ 31 ກໍລະກົດຜ່ານມາ ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ຈັດກອງປະຊຸມປະເມີນຂໍ້ແຂ່ງຂັນ 3 ດີ 4 ບຸກ ແລະ 5 ເປັນເຈົ້າປະຈຳປີ 2026 ພ້ອມທັງປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຢ່າງສົມກຽດ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ສສກ ທັງເປັນເລຂາໜ່ວຍພັກຮາກຖານ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຂາວພອນ ລາດຊະພູມີ ຖືກລາງວັນທີ 1 ສະຫຼາກພັດທະນາ 5/45 ແບບທັນສະໄໝ

ທ່ານ ຂາວພອນ ລາດຊະພູມີ ຖືກລາງວັນທີ 1 ສະຫຼາກພັດທະນາ 5/45 ແບບທັນສະໄໝ

ບໍລິສັດ ລັດວິສາຫະກິດຫວຍພັດທະນາ ໄດ້ຈັດພິທີ ມອບ-ຮັບເງິນລາງວັນໃຫ້ຜູ້ໂຊກດີ ຖືກລາງວັນທີ 1 ຂອງສະຫຼາກພັດທະນາ 5/45 ແບບທັນສະໄໝໃນງວດທີ 86 ອອກຄັ້ງວັນທີ 27 ກໍລະກົດ 2026.
ເມືອງປະທຸມພອນ ສຳເລັດການຝຶກອົບຮົມວຽກງານ ປກຊ-ປກສ

ເມືອງປະທຸມພອນ ສຳເລັດການຝຶກອົບຮົມວຽກງານ ປກຊ-ປກສ

ວັນທີ 5 ສິງຫາ 2026 ທີ່ຜ່ານມາ, ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ - ຫັດແອບການເມືອງ - ການທະຫານ ໃຫ້ແກ່ກຳລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ (ປກຊ - ປກສ) ບ້ານ ທົ່ວເມືອງ ປະຈຳປີ 2026 ຢູ່ສະໜາມຍິງລູກປືນແທ້ປາອາວ ທ່າມກາງບັນຍາກາດອັນເຂັ້ມງວດ ແລະ ສະແດງເຖິງຜົນສຳເລັດຂອງການຍົກລະດັບຄຸນນະພາບກຳລັງ ປກຊ-ປກສ ບ້ານ ໃນການຮັກສາຄວາມສະຫງົບ.
ກຸ່ມບໍລິສັດ ແສງອາລຸນ ມອບເງິນ ແລະ ລົດຈັກໃຫ້ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ມອບເງິນ ແລະ ລົດຈັກໃຫ້ແຂວງອັດຕະປື

ກຸ່ມບໍລິສັດແສງອາລຸນ ໄດ້ນຳເອົາວັດຖຸປັດໄຈມາຊ່ວຍເຫຼືອ ແຂວງອັດຕະປື ເຊິ່ງປະກອບມີ: ລົດຈັກ Honda Wave 100 ຈຳນວນ 1 ຄັນ ມອບໃຫ້ແກ່ ຫ້ອງວ່າການແຂວງ ເພື່ອໝູນໃຊ້ເຂົ້າໃນວຽກງານບໍລິຫານ ແລະ ຮັບໃຊ້ວຽກງານລວມຂອງຫ້ອງວ່າການ; ເງິນສົດ ຈຳນວນ 50,000,000 ກີບ ເພື່ອນຳໃຊ້ເຂົ້າໃນການສະໜັບສະໜູນວຽກງານປ້ອງກັນຊາດ ໂດຍສະເພາະແມ່ນວຽກງານ ຄຸ້ມຄອງ ແລະ ປ້ອງກັນຊາຍແດນ ລວມມູນຄ່າທັງໝົດ 85,000,000 ກີບ.
ປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ສະຫະພັນນັກຮົບເກົ່າແຂວງວຽງຈັນ.

ປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ສະຫະພັນນັກຮົບເກົ່າແຂວງວຽງຈັນ.

ໃນວັນທີ 4 ສິງຫາ2026 ໄດ້ມີພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ຄະນະບໍລິຫານງານ ຮອງປະທານສະຫະພັນນັກຮົບເກົ່າແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ,ວຽກພັກ-ພະນັກງານແລະ ວຽກອົງການຈັດຕັ້ງມະຫາຊົນຂອງແຂວງ,ທ່ານ ພັນໂທ ຄຳປອງ ຄຳສີດາ ປະທານນັກຮົບເກົ່າແຂວງວຽງຈັນ, ບັນດາທ່ານແຂກຜູ້ຖືກເຊີນ ພ້ອມດ້ວຍພະນັກງານເຂົ້າຮ່ວມ.
ການນໍາແຂວງຄໍາມ່ວນ ຕິດຕາມຄວາມ​ເສຍ​ຫາຍເຫດການໄຟໄໝ້ຕະຫຼາດສຸກສົມບູນ

ການນໍາແຂວງຄໍາມ່ວນ ຕິດຕາມຄວາມ​ເສຍ​ຫາຍເຫດການໄຟໄໝ້ຕະຫຼາດສຸກສົມບູນ

​ ການນຳແຂວງຄໍາມ່ວນ ລົງຕິດຕາມສະພາບຜົນເສຍຫາຍຈາກເຫດການໄຟໄໝ້ຕະຫຼາດສຸກສົມບູນ (ຫຼັກ 3) ເມືອງ​ທ່າ​ແຂກແຂວງ​ຄຳ​ມ່ວນ, ພ້ອມຊີ້ນໍາໃຫ້ໜ່ວຍງານຮັບຜິດຊອບ ເລັ່ງສັງລວມເພື່ອປະເມີນຜົນເສຍຫາຍ.
ຕົ້ນໄມ້ໃຫຍ່ລົ້ມທັບເຮືອນປະຊາຊົນ ຢູ່ບ້ານຖໍ້າ ເຮັດໃຫ້ແມ່ເຖົ້າ ໄວ 89 ປີ ເສຍຊີວິດຄາທີ່

ຕົ້ນໄມ້ໃຫຍ່ລົ້ມທັບເຮືອນປະຊາຊົນ ຢູ່ບ້ານຖໍ້າ ເຮັດໃຫ້ແມ່ເຖົ້າ ໄວ 89 ປີ ເສຍຊີວິດຄາທີ່

​ ໃນວັນທີ 2 ສິງຫາ 2026 ໄດ້ເກີດອຸບັດເຫດທາງໄພທຳມະຊາດອັນສະເທືອນໃຈຂຶ້ນ ເມື່ອເວລາ 02:20 ນາທີ ຂອງວັນທີ 2 ສິງຫາ 2026 ໄດ້ມີຝົນຕົກລົມແຮງສົ່ງຜົນໃຫ້ຕົ້ນໄມ້ໃຫຍ່ລົ້ມທັບເຮືອນປະຊາຊົນ ຢູູ່ບ້ານຖໍ້າ ເມືອງທ່າແຂກ ແຂວງຄໍາມ່ວນ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ ແລະ ຊັບສິນເປເພເສຍຫາຍ.
ສະຫະກອນສິນເຊື່ອນາກາຍ ສົ່ງເສີມການສ້າງທຶນໃຫ້ຊຸມຊົນເຂັ້ມແຂງ

ສະຫະກອນສິນເຊື່ອນາກາຍ ສົ່ງເສີມການສ້າງທຶນໃຫ້ຊຸມຊົນເຂັ້ມແຂງ

ໃນຊຸມຊົນແຫຼ່ງທຶນແມ່ນຫົວໃຈສໍາຄັນຂອງການດໍາລົງຊີວິດ, ການເຂົ້າເຖິງການເງິນ ບໍ່ໄດ້ໝາຍເຖິງພຽງແຕ່ "ການກູ້ຢືມ", ແຕ່ແມ່ນ "ໂອກາດ" ໃນການສ້າງອາຊີບ, ຂະຫຍາຍການຜະລິດ ແລະ ຍົກລະດັບຄຸນນະພາບຊີວິດ. ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດນາກາຍ ເມືອງນາກາຍ ແຂວງຄໍາມ່ວນ ພິສູດໃຫ້ເຫັນວ່າ: ການອອມຢ່າງເປັນລະບົບ ແລະ ການໃຫ້ກູ້ຢ່າງມີຫຼັກການ ສາມາດກາຍເປັນພະລັງຂັບເຄື່ອນເສດຖະກິດ ແລະ ມີການເຕີບໂຕຢ່າງເຂັ້ມແຂງ, ຊຶ່ງເມື່ອກ່ອນເລີ່ມຈາກພະນັກງານ 7 ທ່ານ ສູ່ລະບົບເງິນຝາກ ມູນຄ່າ 33 ຕື້ກີບ ແລະ ໄດ້ຂະຫຍາຍຕາໜ່າງການບໍລິການເຖິງ 24 ບ້ານ, ຈາກເມື່ອກ່ອນພຽງແຕ່ 16 ບ້ານເທົ່ານັ້ນ.
ຈາກປາເປັນ ສູ່ປາແຫ້ງ ສາມາດສ້າງລາຍຮັບສູ່ຄອບຄົວ 200-300 ລ້ານກີບຕໍ່ປີ

ຈາກປາເປັນ ສູ່ປາແຫ້ງ ສາມາດສ້າງລາຍຮັບສູ່ຄອບຄົວ 200-300 ລ້ານກີບຕໍ່ປີ

ຈາກປາ ທີ່ເຄີຍນຳໄປຈຳໜ່າຍແບບສົດໆ ໄດ້ກາຍມາເປັນສິນຄ້າທີ່ມີມູນຄ່າເພີ່ມ ແລະ ສ້າງລາຍຮັບໄດ້ຫຼາຍຮ້ອຍລ້ານກີບຕໍ່ປີໃຫ້ກັບຄອບຄົວທ່ານນາງ ຊ້ອຍ ພົມນະຈັກ ປະຊາຊົນບ້ານອຸດົມສຸກ ເມືອງນາກາຍ ແຂວງຄຳມ່ວນ ແມ່ນໜຶ່ງໃນຄອບຄົວຕົວແບບທີ່ໝູນໃຊ້ພູມປັນຍາການເຮັດປາແຫ້ງ ມາພັດທະນາຕໍ່ຍອດ ປ່ຽນຮູບແບບຂອງອາຫານທ້ອງຖິ່ນໃຫ້ເປັນສິນຄ້າ ທີ່ສາມາດສົ່ງຂາຍທັງພາຍໃນ ແລະ ຕ່າງແຂວງໄດ້ຢ່າງຫຼວງ ຫຼາຍ ຊຶ່ງມີຄວາມເຂັ້ມແຂງໄດ້ ຍ້ອນການປ່ຽນພູມປັນຍາທີ່ສືບທອດກັນມາ ໃຫ້ກາຍເປັນອາຊີບ ແລະ ເປັນຫຼັກປະກັນຂອງຊີວິດຄອບຄົວ.
ເພີ່ມເຕີມ