ມອບ-ຮັບໜ້າທີ່ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ

ມອບ-ຮັບໜ້າທີ່ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ

ມອບ-ຮັບໜ້າທີ່ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ
ພິທີມອບ-ຮັບໜ້າທີ່ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ລະຫວ່າງ ພັທ ນາງ ຄໍາແສງ ທໍາມະວົງ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ ຜູ້ເກົ່າ ແລະ ພັທ ນາງ ວິຄູນ ພົມມະຈັກ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ ຜ່ານມາ, ໂດຍມີ ທ່ານ ພັອ ພອນພິລຸນ ປັນຍາສິລິ ຫົວ ໜ້າກົມສື່ມວນຊົນ ປກສ, ມີຄະນະພັກ- ຄະນະກົມ, ພ້ອມດ້ວຍຫົວໜ້າພະແນກ-ກອງ, ຕະຫຼອດຮອດ ນາຍ ແລະ ພົນຕໍາຫຼວດ ພາຍໃນກອງບັນນາທິການໜັງສືພິມຄວາມສະຫງົບ ເຂົ້າຮ່ວມ.

 

ໃນພິທີ, ພັທ ນາງ ຄໍາແສງ ທໍາມະວົງ ໄດ້ຍົກໃຫ້ເຫັນຜົນງານບາງດ້ານ ຕະຫຼອດໄລຍະການນຳພາ-ບັນຊາວຽກງານໃນໄລຍະຜ່ານມາ ເປັນຕົ້ນ: ດ້ານການນຳພາວຽກງານເມືອງ - ແນວຄິດ ໄດ້ນໍາພາສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດ ຢ່າງເປັນລະບົບ, ຕໍ່ເນື່ອງ ດ້ວຍການຈັດຕັ້ງຄົ້ນຄວ້າເຊື່ອມຊຶມເອກະສານມູນເຊື້ອ, ວັນສຳຄັນຂອງພັກ-ຂອງຊາດ, ຂອງກໍາລັງປ້ອງກັນຄວາມສະຫງົບ, ເຂົ້າຮ່ວມໃນຂະບວນການຕ່າງໆ ທີ່ການຈັດຕັ້ງຂັ້ນເທິງຈັດຂຶ້ນໃນແຕ່ລະໄລຍະ ເຮັດໃຫ້ນາຍ ແລະ ພົນຕຳຫຼວດ ພາຍໃນກອງ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຊື່ອໝັ້ນ ແລະ ເຄົາລົບການຈັດຕັ້ງຢ່າງເຂັ້ມງວດ.

ດ້ານວຽກງານວິຊາສະເພາະ ໄດ້ນໍາພານາຍ ແລະ ພົນຕໍາຫຼວດ ປັບປຸງໜ້າໜັງສືພິມ, ປັດຈຸບັນໜັງສືພິມຄວາມສະຫງົບ ມີ 11 ຄໍລໍາ, ປັບປຸງຮູບແບບສີສັນໃນໜ້າໜັງສືພິມ ໂດຍສະເພາະໜ້າ 1. ພ້ອມນີ້, ກໍໄດ້ນຳພານາຍ ແລະ ພົນຕຳຫຼວດ ເຄື່ອນໄຫວເກັບກຳຂ່າວ, ຂຽນຂ່າວ-ຂຽນບົດ, ການຈັດໜ້າໜັງສືພິມ, ການອັບຂ່າວລົງເວັບໄຊ, ແປ ແລະ ຮຽບຮຽງຂ່າວຕ່າງປະເທດ, ຄະດີຕ່າງແດນ ແລະ ຂ່າວກິລາ ສະແດງອອກ ຄື: ເຄື່ອນໄຫວເກັບກຳຂ່າວ ໄດ້ 2,389 ຄັ້ງ, ຂຽນຂ່າວໄດ້ 2,387 ຂ່າວ, ຂຽນບົດໄດ້ 1,078 ບົດ, ສຳພາດ 186 ຄັ້ງ, ຮັບຂ່າວຕ່າງແຂວງ ແລະ ກວດແກ້ໄດ້ 2,632 ຂ່າວ, ກວດບົດ-ກວດຂ່າວ ໄດ້ 4,982 ບົດ- ຂ່າວ, ອັບຂ່າວລົງເວັບໄຊກະຊວງ 2,442 ຄັ້ງ, ຮ່ວມກັບ ສະມາຊິກພາຍໃນກອງ ປະຈຳການກວດແກ້ໜ້າໜັງສືພິມ 96 ຄັ້ງ.

ນອກນັ້ນ, ຍັງໄດ້ນຳພາສະມາຊິກເຄື່ອນໄຫວຮັບໃຊ້ວຽກງານລະດັບຊາດ-ລະດັບສາກົນ ເປັນຕົ້ນແມ່ນ ກອງປະຊຸມ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດອາຊຽນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ຮັບໃຊ້ກອງປະຊຸມລະດັບກະຊວງຈຳນວນຫຼາຍຄັ້ງ. ໃນພິທີ, ຍັງໄດ້ຜ່ານບົດສະຫຼຸບການເຄື່ອນໄຫວນໍາພາຂອງພັກ ປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈໍາເດືອນພະຈິກ 2025 ຂອງໜ່ວຍພັກກອງບັນນາທິການໜັງສືພິມຄວາມສະຫງົບ.

ຈາກນັ້ນ, ພັທ ນາງ ຄໍາແສງ ທໍາມະວົງ ຫົວໜ້າກອງບັນ ນາທິການໜັງສືພິມຄວາມສະຫງົບ ຜູ້ເກົ່າ ແລະ ພັທ ນາງ ວິຄູນ ພົມມະຈັກ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ ຜູ້ໃໝ່ ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ຢ່າງເປັນທາງການ.

ໂອກາດນີ້, ທ່ານ ພັອ ພອນພິລຸນ ປັນຍາສິລິ ໄດ້ໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຫົວໜ້າກອງບັນນາທິ ການໜັງສືພິມຄວາມສະຫງົບ ຜູ້ເກົ່າ ຍາດມາໄດ້ໃນໄລຍະຜ່ານມາ,ພ້ອມທັງເນັ້ນໃຫ້ຫົວໜ້າກອງບັນນາທິການໜັງສື ພິມຄວາມສະຫງົບ ຜູ້ໃໝ່, ພ້ອມຄະນະ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດພາຍໃນກອງ ຢ່າງເປັນປົກກະຕິ ເພື່ອເຮັດໃຫ້ທຸກສະຫາຍມີຄຸນທາດການເມືອງທີ່ໜັກແໜ້ນ ພ້ອມທັງນໍາພາປະຕິບັດວຽກງານວິຊາສະເພາະ ເປັນຕົ້ນ ນໍາພາຜະລິດໜັງສືພິມ ໃຫ້ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ນໍາພາໃນການກວດແກ້ເນື້ອໃນ, ຮູບແບບ ສີສັນ ແລະ ຄໍລໍາຕ່າງໆ ໃຫ້ມີຄວາມສົມບູນຂຶ້ນກວ່າເກົ່າ, ໂຄສະນາ, ເກັບກຳຂ່າວວັນສໍາຄັນຂອງພັກ-ຂອງຊາດ, ນໍາພາປັບປຸງເນື້ອໃນບົດ-ຂ່າວ ໃຫ້ແຫຼມຄົມ, ນໍາພາໃນການປັບປຸງສື່ອອນລາຍສະເໜີຂ່າວໃຫ້ທັນເຫດການຊັດເຈນ ແລະ ວ່ອງໄວ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນໄລຍະໃໝ່.

(ຂ່າວ-ພາບ: ແກ້ວ ອຸເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ວັນທີ 11 ທັນວາ 2025ນີ້, ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ. ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ. ຊຶ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ  ແລະ ປະດັບຫຼຽນກາລະນຶກ 50 ປີ

ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ ແລະ ປະດັບຫຼຽນກາລະນຶກ 50 ປີ

ໃນວັນທີ 11 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ໄດ້ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(2/12/2025-2/12/2025), ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ(13/12/1920-13/12/2025) ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃຫ້ກຽດເປັນປະທານ ແລະ ປະດັບຫຼຽນໂດຍສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຄຕພ; ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ຮ່ວມກັບ ກົມສົ່ງເສີມກະສິກໍາ-ສະຫະກອນ ແລະ ພະແນກກະສິກໍາ-ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ຢູ່ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ປັດຈຸບັນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເລກທີ 9039 ເຂດບ້ານລະຍາວ ເມືອງສາມັກຄີໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງແລ້ວ 75% ພາຍຫຼັງລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2025 ແລະ ຄາດວ່າຈະປູຢາງຊັ້ນທີ1 ໃຫ້ສໍາເລັດໃນທ້າຍເດືອນທັນວາ 2025 ນີ້.
ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ໃນວັນທີ 10 ທັນວາ 2025 ນີ້, ທີ່ພັດຕາຄານເຊັນພິລາ ນະຄອນຫຼວງວຽງຈັນ, ໄດ້ມີພິທີປະກາດເປີດຕົວທະນາ ຄານພັດທະນາຊົນນະບົດ (ທພບ) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານ, ລູກຄ້າ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ