ມອບ-ຮັບໜ້າທີ່ ເລຂາພັກເມືອງເຈົ້າເມືອງປາກລາຍ

ມອບ-ຮັບໜ້າທີ່ ເລຂາພັກເມືອງເຈົ້າເມືອງປາກລາຍ
ພີທີ ມອບ-ຮັບໜ້າທີ່ລະຫວ່າງເລຂາພັກເມືອງເຈົ້າເມືອງຜູ້ເກົ່າ ແລະ ເລຂາພັກເມືອງວ່າການເຈົ້າເມືອງ ປາກລາຍ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 9 ມັງກອນ ນີ້ທີ່ເມືອງປາກລາຍໂດຍການເປັນກຽດ ເຂົ້າຮ່ວມ ຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງ ໄຊຍະບູລີ, ມີການນໍາຂອງແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄພທອງ ຈັນດາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການຮັບອູດໜູນບໍານານ ໂດຍເຫັນດີໃຫ້ ທ່ານ ກອງສີ ວົງສີ ກໍາມະການພັກແຂວງເລຂາພັກເມືອງເຈົ້າເມືອງປາກລາຍ ອອກພັກການຮັບອູດໜູນບໍານານ, ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາພັກເມືອງປາກລາຍ, ໂດຍບົ່ງຕົວແຕ່ງຕັ້ງ ທ່ານ ບຸນຫຼາຍ ວົງດາລາ ຮອງເລຂາຄະນະບໍລິຫານງານພັກເມືອງປາກລາຍ ຂຶ້ນເປັນເລຂາຄະນະບໍລິຫານງານພັກເມືອງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ ວ່າການເຈົ້າເມືອງປາກລາຍ, ເຈົ້າແຂວງຕົກລົງແຕ່ງຕັ້ງ ທ່ານ ບຸນຫຼາຍ ວົງດາລາ ຂຶ້ນເປັນວ່າການເຈົ້າເມືອງປາກລາຍ.
ທ່ານ ພົງສະຫວັນ ສິດທະວົງ ໄດ້ໃຫ້ກຽດໂອ້ລົມ, ພ້ອມທັງໄດ້ເນັ້ນໜັກໃຫ້ພະນັກງານຫຼັກແຫຼ່ງຂອງເມືອງຕ້ອງເປັນເອກະພາບນຳການຈັດຕັ້ງຂັ້ນເທິງ, ຕໍ່ການສັບປ່ຽນເຈົ້າເມືອງ, ພ້ອມກັນນັ້ນໃຫ້ການນຳເມືອງນຳພາແນວຄິດຂອງພະນັກງານ-ສະມາຊິກພັກ ຢູ່ແຕ່ລະຫ້ອງການ, ແຕ່ລະບ້ານ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ບໍ່ໃຫ້ມີການເຂົ້າໃຈໄປແງ່ອື່ນ, ທີ່ຈະເປັນການທັບຖົມ-ໂຈມຕີ, ອັນໃດເປັນຜົນສຳເລັດ ກໍໃຫ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນ, ອັນໃດຍັງເຫັນວ່າເປັນຈຸດອ່ອນຄົງຄ້າງ, ປະຕິບັດບໍ່ທັນໄດ້ດີ ກໍຕ້ອງໄດ້ພ້ອມກັນສືບຕໍ່ປັບປຸງແກ້ໄຂ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກ, ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ພ້ອມກັນນັ້ນ ກໍຕ້ອງໄດ້ຊ່ວຍເຫຼືອ, ໃຫ້ການຮ່ວມມື ແລະ ໃຫ້ການສະໜັບສະໜູນ ເລຂາພັກເມືອງ, ວ່າການເຈົ້າເມືອງຄົນໃໝ່ ໃນການເຮັດໜ້າທີ່ໃຫ້ມີຜົນສໍາເລັດ, ສໍາລັບຜູ້ທີ່ຖືກແຕ່ງຕັ້ງຄັ້ງນີ້ ຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຕ້ອງເຊີດຊູ, ຍົກສູງຄວາມຮັບຜິດຊອບ ໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍໃຫ້ສູງຂຶ້ນກວ່າເກົ່າ, ເສີມຂະຫຍາຍ, ມີຫົວຄິດປະດິດສ້າງກ້າຄິດ, ກ້າເວົ້າ, ກ້າເຮັດ, ກ້າຮັບຜິດຊອບຕໍ່ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງວຽກງານ, ເສີມກໍາລັງແຮງມະຫາຊົນ, ກໍາຈັດປັດເປົ່າພະຍາດຫ່າງເຫີນມະຫາຊົນ, ພະຍາດອາດຍາສິດ, ຕ້ອງເດັດຂາດຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ.
ຂ່າວ-ພາບ: ນັກຂ່າວເມືອງປາກລາຍ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງສະຫວັນນະເຂດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ເຈົ້າແຂວງສະຫວັນນະເຂດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ໃນວັນທີ 17 ມິຖຸນາຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຈາກອິດທິພົນຂອງລົມພາຍຸ (ວຸທິບ) ຢູ່ບ້ານເມືອງໂຮງ ເມືອງຊົນນະບູລີ. ໂດຍການຕ້ອນຮັບຂອງທ່ານ ສຸກສາຄອນ ໂພທິລາດ ເຈົ້າເມືອງຊົນນະບູລີ ພ້ອມດ້ວຍຄະນະ ແລະ ພໍ່ແມ່ປະຊາຊົນ.
ສຳເລັດການຄັດເລືອກ ນັກອອກແບບໜຸ່ມນ້ອຍ ປະຈໍາປີ 2025

ສຳເລັດການຄັດເລືອກ ນັກອອກແບບໜຸ່ມນ້ອຍ ປະຈໍາປີ 2025

ເມື່ອຕົ້ນເດືອນມິຖຸນານີ້, ສະມາຄົມຫັດຖະກໍາລາວ, ລາວແຟຊັ້ນວີກ, ໂຮງແຮມສຸພັດຕາ ໄດ້ສຳເລັດການຈັດງານ ລາວແຟຊັ້ນວີກ 2025 ພາຍໃຕ້ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວເພື່ອສົ່ງເສີມຜ້າລາວໃຫ້ເຂົ້າສູ່ຕະຫຼາດແຟຊັ້ນສາກົນ ແລະ ສຳເລັດການຄັດເລືອກເອົາ 5 ນັກອອກແບບໜຸ່ມນ້ອຍລາວ ຊຶ່ງຈະໄດ້ມີໂອກາດໄປສຶກສາ ແລະ ຝຶກອົບຮົມ ໃນບັນດາສະຖາບັນແຟຊັ້ນທີ່ມີຊື່ສຽງຂອງໂລກ.
ເມືອງບໍ່ແຕນ ປາຖະກະຖາວັນແພດລາວ ຄົບຮອບ 60 ປີ

ເມືອງບໍ່ແຕນ ປາຖະກະຖາວັນແພດລາວ ຄົບຮອບ 60 ປີ

ໃນວັນທີ 18 ມີຖຸນານີ້ ຢູ່ທີ່ສະໂມສອນເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນແພດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແພດລາວ ຄົບຮອບ 60 ປີ, ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ພັນທະວົງ ຮອງເລຂາພັກເມືອງ ປະທານກວດກາພັກເມືອງ.
ຄປຊລ ສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2024

ຄປຊລ ສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2024

ກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2024 ແລະ ທິດທາງປີ 2025 ຂອງຄະນະທີ່ປຶກສາດ້ານເສດຖະກິດຊາວໜຸ່ມລາວ (ຄປຊລ) ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນາ ຜ່ານມານີ້ ທີ່ຫ້ອງປະຊຸມສູນກິດຈະກຳຊາວໜຸ່ມ ແລະ ເຍົາວະຊົນ ເປັນກຽດເຂົ້າຮ່ວມມີ ທ່ານ ທອງລີ ສີສຸລິດ ຮອງປະທານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ), ທ່ານ ວິໄລສານ ພົມມີໄຊ ປະທານຄະນະທີ່ປຶກສາດ້ານເສດຖະກິດຊາວໜຸ່ມລາວ, ມີບັນດາຄະນະ ພ້ອມດ້ວຍສະມາຊິກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຊສ ສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ແລະ ປະກາດການແຕ່ງຕັ້ງ

ກຊສ ສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ແລະ ປະກາດການແຕ່ງຕັ້ງ

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວກລ້ອມ (ກຊສ) ໄລຍະປີ 2021-2025 ແລະ ປະການການແຕ່ງຕັ້ງຮອງລັດຖະມົນຕີ ຂຶ້ນໃນວັນທີ 16 ມິຖຸນາ ຜ່ານມາ ທີ່ ກຊສ ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກຊສ ມີບັນດາຄະນະພັກ-ຄະນະນໍາ ແລະ ສະມາຊິກພັກ-ພະນັກງານພາຍໃນ ກຊສ ເຂົ້າຮ່ວມ.
ໄຊສົມບູນ ເຜີຍແຜ່ວຽກງານຄຸ້ມຄອງລັດຖະກອນຂອງ ສປປ ລາວ ຮອດປີ 2030

ໄຊສົມບູນ ເຜີຍແຜ່ວຽກງານຄຸ້ມຄອງລັດຖະກອນຂອງ ສປປ ລາວ ຮອດປີ 2030

ກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ຮ່ວມກັບ ພະແນກພາຍໃນ ແຂວງໄຊສົມບູນ ຈັດກອງປະຊຸມ ເຜີຍແຜ່ວຽກງານຄຸ້ມຄອງລັດຖະກອນຂອງ ສປປ ລາວ ຮອດປີ 2030 ຂຶ້ນໃນ ລະຫວ່າງ ວັນທີ 16-18 ມິຖຸນາ 2025 ນີ້ ທີສະໂມສອນໃຫຍ່ເມືອງອະນຸວົງ ໂດຍການເປັນປະທານຂອງ ທ່ານ ຄຳກອງ ລາວລີ ຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.
ຝຶກອົບຮົມກຽມຄວາມພ້ອມປັບຕົວຕໍ່ສະພາບອາກາດ ແລະ ສຸຂະພາບ

ຝຶກອົບຮົມກຽມຄວາມພ້ອມປັບຕົວຕໍ່ສະພາບອາກາດ ແລະ ສຸຂະພາບ

ໃນວັນທີ 16 ຜ່ານມານີ້ ຢູ່ທີ່ສະໂມສອນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມຝຶກອົບຮົມກຽມຄວາມພ້ອມປັບຕົວຕໍ່ສະພາບອາກາດ ແລະ ສຸຂະພາບ, ໂດຍການເປັນປະທານຂອງ ທ່ານ ພູວົງ ມະນິສິດ ປະທານກຸ່ມຄໍາພູວົງ ປະທານມູນນິທິຮ່ວມໃຈພັດທະນະລາວ, ທ່ານ ພູທອນ ເມືອງປາກ ທີ່ປຶກສາມູນນິທິຮ່ວມໃຈພັດທະນາລາວ ຜູ້ຊີ້ນໍາໂຄງການ.
ເຈົ້າແຂວງຈໍາປາສັກ​ ເຄື່ອນໄຫວຊຸກຍູ້ການກໍ່ສ້າງທາງເບຕົງ​ ຢູ່ບ້ານໂພນໄຊ

ເຈົ້າແຂວງຈໍາປາສັກ​ ເຄື່ອນໄຫວຊຸກຍູ້ການກໍ່ສ້າງທາງເບຕົງ​ ຢູ່ບ້ານໂພນໄຊ

ວັນທີ​ 16 ມິຖຸນາ​ຜ່ານມາ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການສ້ອມແປງ, ກໍ່ສ້າງທາງເບຕົົງ 2​ ເສັ້ນ​ ຢູ່ບ້ານພັດທະນາໂພນໄຊ ນະຄອນປາກເຊ​ ໂດຍມີການນໍາບໍລິສັດຜູ້ຮັບເໝົາການກໍ່ສ້າງ,​ ອົງການປົກຄອງບ້ານ​ພັດທະນາໂພນໄຊ​ ເຂົ້າຮ່ວມ.​ ທັງນີ້,​ ກໍເພື່ອເປັນການຊຸກຍູ້ໃຫ້ການກໍ່ສ້າງເສັ້ນທາງເບຕົງ​ດັ່ງກ່າວ ມີຜົນສໍາເລັດ,​ ຕອບສະໜອງໃຫ້ແກ່ການສັນຈອນໄປ​ - ມາ ມີຄວາມສະດວກ​ ທັງປະກອບສ່ວນໃຫ້ນະຄອນປາກເຊ​ ມີຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມ.
5 ປີ ເມືອງດາກຈຶງ ຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ 340 ຕື້ກວ່າກີບ

5 ປີ ເມືອງດາກຈຶງ ຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ 340 ຕື້ກວ່າກີບ

ໃນ 5 ປີຕໍ່ໜ້າ (2025-2029) ເມືອງດາກຈຶງ ແຂວງເຊກອງ ມີຄວາມຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ ຍູ້ແຮງການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ທັງໝົດ 342 ຕື້ກີບ. ໃນນີ້, ການລົງທຶນຂອງລັດ 55 ຕື້ກີບ, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 154 ຕື້ກີບ, ທຶນສິນເຊື່ອທະນາຄານ 74.06 ຕື້ກີບ, ທຶນພັດທະນາທ້ອງຖິ່ນ 45 ຕື້ກີບ, ບ້ວງເງິນເກີນແຜນ 10 ຕື້ກີບ ແລະ ທຶນຊຸມຊົນປະກອບສ່ວນ 2.5 ຕື້ກີບ.
ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມຈໍາໜ່າຍພະລັງງານໄຟຟ້າໄດ້ 204,919,077 kWh

ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມຈໍາໜ່າຍພະລັງງານໄຟຟ້າໄດ້ 204,919,077 kWh

ທ່ານ ສະນິດ ໄຊຍະສິດ ຜູ້ອໍານວຍການບໍລິສັດ ຫ້ວຍລໍາພັນ ພາວເວີ ຈໍາກັດ ໃຫ້ສໍາພາດວ່າ: ການຜະລິດພະລັງງານໄຟຟ້າ ຂອງເຂື່ອນໄຟຟ້າຫ້ວຍລຳພັນຕອນລຸ່ມຜ່ານມາ ແຕ່ມື້ເລີ່ມຕົ້ນຮອດປັດຈຸບັນ ແມ່ນຜະລິດຕາມແຜນການທີ່ວາງໄວ້ ແລະ ຜະລິດຕາມປະລິມານນໍ້າໄຫຼເຂົ້າອ່າງຕົວຈິງໃນແຕ່ລະໄລຍະ, ການຂຶ້ນແຜນການຜະລິດ
ເພີ່ມເຕີມ