ມອບ-ຮັບໜ້າທີ່ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຜູ້ເກົ່າ ແລະ ຜູ້ໃໝ່
ພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນວັນທີ 31 ມີນາ ນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນກຽດເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ນວ ແລະ ພາກສ່ວນກ່ຽວຂ້ອງ.
ມອບ-ຮບໜາທຫວໜາຫອງການຄະນະກຳມະການສງເສມ ແລະ ຄມຄອງການລງທນຜເກາ ແລະ ຜໃໝ - image 1
 

ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນນະຄອນຫຼວງວຽງຈັນໄດ້ລາຍງານກ່ຽວກັບການຈັດຕັັ້ງປະຕິບັດວຽກງານການນໍາພາ-ຊີ້ນໍາ ຂອງຫ້ອງການຄະນະກໍາມະການສົົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ ໃນໄລຍະຜ່ານມາ ແລະ ທິດທາງສືບຕໍ່ໃນຕໍ່ໍ່ໜ້າ ໂດຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນເປັນຕົ້ນການລົງທຶນກິດຈະການສໍາປະທານ ແລະ ກິດຈະການຄວບຄຸມມີ 78 ໂຄງການ ໃນນັ້ນໄດ້ເຊັນສັນຍາສໍາປະທານແລ້ວ 40 ໂຄງການ ມູນຄ່າການລົງທຶນ 776 ລ້ານໂດລາ ມີເນື້ອທີ່ສໍາປະທານ 496 ເຮັກຕາ ແລະ ມີບົດບັນທຶກຄວາມເຂົ້າໃຈ (MOU) 38 ໂຄງການ ແລະ ໄດ້ອອກໃບອະນຍາດລົງທຶນທັງໝົດ 217 ໃບ ຄົ້ນຄວ້າສ້າງໂຄງການໃນບັນຊີຮຽກການລົງທຶນຢູ່ນະຄອນຫຼວງວຽງຈັນ (ປີ 2021–2025) ລວມທັງໝົດມີ 38 ໂຄງການ ຄາດຄະເນມູນຄ່າການລົງທຶນທັງໝົດ 10,678.98 ຕື້ກີບ ແລະ ອື່ນໆ ພ້ອມນັ້ນກໍໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງ ແລະ ແຜນການໃນຕໍ່ໜ້າທີ່ຈະຕ້ອງປັບປຸງແກ້ໄຂ.

ຈາກນັ້ນ, ໃນພິທີຕາງໜ້າຄະນະຈັດຕັ້ງ ນວ ໄດ້ໄດ້ຜ່ານຂໍ້ຕົກລົງ ເລກທີ 08/ຄປນວ ວ່າດ້ວຍການຍົກຍ້າຍພະນັກງານນຳພາຄຸ້ມຄອງໂດຍໄດ້ຍົກຍ້າຍທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ສະພາປະຊາຊົນ ນວ ພ້ອມທັງຜ່ານມະຕິຕົກລົງ ເລກທີ 11/ຄປນວ ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ ໂດຍໄດ້ແຕ່ງຕັ້ງທ່ານ ທະນົງສິນ ແສງພະວົງ ເປັນຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ (ຜູ້ໃໝ່), ໂອກາດນີ້ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ໂອ້ລົມຕໍ່ພິທີດັ່ງກ່າວ.

ແຫຼ່ງຂ່າວ: ວຽງຈັນໃໝ່

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດໂຄງການກໍ່ສ້າງເສັ້ນທາງເບຕົງ ອ້ອມຂ້າງເທສະບານເມືອງຕະໂອ້ຍ 1,200 ແມັດ

ເປີດໂຄງການກໍ່ສ້າງເສັ້ນທາງເບຕົງ ອ້ອມຂ້າງເທສະບານເມືອງຕະໂອ້ຍ 1,200 ແມັດ

ອົງການປົກຄອງເມືອງຕະໂອ້ຍ ແຂວງສາລະວັນ ໄດ້ຈັດພິທີເປີດໂຄງການກໍ່ສ້າງເສັ້ນທາງເບຕົງ ເສີມເຫຼັກອ້ອມຂ້າງບ້ານເທສະບານເມືອງ, ມີຄວາມຍາວທັງໝົດ 1,200 ແມັດ, ກວ້າງ 4 ແມັດ ແລະ ໜາ 20 ຊັງຕີແມັດ. ພິທີໄດ້ຈັດຂຶ້ນໃນວັນທີ 30 ມີນາຜ່ານມານີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ສໍາມາຊີກສະພາແຫ່ງຊາດຊຸດທີ X ຮອງປະທານສໍາມາຊີກສະພາປະຊາຊົນແຂວງ ຜູ້ຊີ້ນໍາຮອບດ້ານເມືອງຕະໂອ້ຍ, ທ່ານ ຄໍາສະໄຫວ ວິລະກອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຕະໂອ້ຍ ປະທານສະມາຊີກສະພາປະຊາຊົນແຂວງປະຈໍາເມືອງ, ມີພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນບ້ານເທສະບານເຂົ້າຮ່ວມ.
ເມືອງພຽງ ເຜີຍແຜ່ຄຳສັ່ງເລກທີ 16/ນຍ

ເມືອງພຽງ ເຜີຍແຜ່ຄຳສັ່ງເລກທີ 16/ນຍ

ເມືອງພຽງ ແຂວງໄຊຍະບູລີ ເຜີຍແຜ່ຄຳສັ່ງນາຍົກລັດຖະມົນຕີ ເລກທີ 16/ນຍ ວ່າດ້ວຍການກວດກາສະກັດກັ້ນ ແລະ ການແກ້ໄຂການຂາຍຫວຍທີບໍ່ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງກັບຫວຍພັດທະນາ ຊຶ່ງໄດ້ຈັດຂຶ້ນໃນວັນທີ 31 ມີນານີ້ ທີຫ້ອງປະຊຸມຂອງເມືອງ ໂດຍການເປັນປະທານຂອງທ່ານ ກອງໄຊ ໄຊຍະລາດ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ສຸກສະເຫຼີມ ເຮືອງຄຳໄຊ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມທິມງານຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 3 ສະໄໝທີ VII.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 3 ສະໄໝທີ VII.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 3 ສະໄໝທີ VII ໄດ້ໄຂຂຶ້ນໃນວັນທີ 31 ມີນານີ້, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ມີຮອງເລຂາຄະນະບໍລິຫານງານພັກແຂວງ, ບັນດາສະຫາຍ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານ-ໜ່ວຍພັກຮາກຖານ ພະແນກການ, ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ກິດຈະກໍາ ປຸກລະດົມບໍລິຈາກເລືອດ, ໂຄສະນາຜົນຮ້າຍຢາເສບຕິດ ແລະ ຂັບຂີ່ປອດໄພ

ກິດຈະກໍາ ປຸກລະດົມບໍລິຈາກເລືອດ, ໂຄສະນາຜົນຮ້າຍຢາເສບຕິດ ແລະ ຂັບຂີ່ປອດໄພ

ຄະນະບໍລິຫານງານຊາວໜຸ່ມແຂວງເຊກອງ ຮ່ວມກັບ ຄະນະຊາວໜຸ່ມຮາກຖານ ກອງບັນຊາການ ປກສ ແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ ແລະ ອົງການກາແດງແຂວງ ຈັດກິດຈະກໍາປຸກລະດົມຮ່ວມບໍລິຈາກເລືອດ, ໂຄສະນາຜົນຮ້າຍຂອງຢາເສບຕິດ ແລະ ຂັບຂີ່ປອດໄພຕາມທ້ອງຖະໜົນ ໄດ້ຈັດຂຶ້ນໃນວັນທີ 31 ມີນານີ້, ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມ ປປ ລາວ ຄົບຮອບ 71 ປີ ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ທ່ານ ໄຊຍະພອນ ວົງຫາຈັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ປິດໂຄງການເພີ່ມໂອກາດການເປັນຜູ້ປະກອບການ ແລະ ການຈ້າງງານສໍາລັບໄວໜຸ່ມ ແລະ ແມ່ຍິງ 2 ແຂວງ

ປິດໂຄງການເພີ່ມໂອກາດການເປັນຜູ້ປະກອບການ ແລະ ການຈ້າງງານສໍາລັບໄວໜຸ່ມ ແລະ ແມ່ຍິງ 2 ແຂວງ

ພິທີປິດໂຄງການເພີ່ມໂອກາດການເປັນຜູ້ປະກອບການ ແລະ ການຈ້າງງານສໍາລັບໄວໜຸ່ມ ແລະ ແມ່ຍິງ ແຂວງອຸດົມໄຊ ແລະ ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຮອງປະທານຜູ້ປະຈໍາການ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຊຶ່ງມີບັນດາທ່ານຄະນະກໍາມະການຄຸ້ມຄອງໂຄງການ ແລະ ຜູ້ປະສານງານ ຂັ້ນສູນກາງ, ບັນດາທ່ານຄະນະກໍາມະການຄຸ້ມຄອງໂຄງການແຂວງອຸດົມໄຊ, ຄໍາມ່ວນ ແລະ ບັນດາເມືອງເປົ້າໝາຍຂອງທັງສອງແຂວງ ແລະ ຜູ້ຕາງໜ້າອົງການແອັກເຊິນ ເອດູເຄເຊິນ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມ.
ການນໍາແຂວງຫຼວງນ້ຳທາ ລົງຊຸກຍູ້ວຽກງານຂົງເຂດວັດທະນະທຳ-ສັງຄົມ ຢູ່ເມືອງ

ການນໍາແຂວງຫຼວງນ້ຳທາ ລົງຊຸກຍູ້ວຽກງານຂົງເຂດວັດທະນະທຳ-ສັງຄົມ ຢູ່ເມືອງ

ໃນວັນທີ 30 ມີນານີ້, ຢູ່ທີ່ສະໂມສອນເມືອງຫຼວງນ້ຳທາ, ທ່ານ ວົງມະນີ ເພື່ອປະຊາ ກໍາມະການປະຈໍາພັກເເຂວງ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງນ້ຳທາ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ລັດຖະກອນ ຂົງເຂດວັດທະນະທໍາ-ສັງຄົມ ພາຍໃນເມືອງຫຼວງນໍ້າທາ, ໃຫ້ກຽດຕ້ອນຮັບໂດຍທ່ານ ສີຈັນ ລໍທອງໂຫຼຍ ກໍາມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງຫຼວງນ້ຳທາ , ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ສອງກອງບັນຊາການ ແລະ ພະນັກງານວິຊາການເຂົ້າຮ່ວມ.
ສູນການຄ້າວຽງຈັນເຊັນເຕີ ສະຫຼອງຄົບຮອບ 11 ປີ ພ້ອມຈັດກິດຈະກຳຄືນກຳໄລໃຫ້ລູກຄ້າ

ສູນການຄ້າວຽງຈັນເຊັນເຕີ ສະຫຼອງຄົບຮອບ 11 ປີ ພ້ອມຈັດກິດຈະກຳຄືນກຳໄລໃຫ້ລູກຄ້າ

ສູນການຄ້າ ວຽງຈັນເຊັນເຕີ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 11 ປີ ໃນວັນທີ 28 ມີນາ ຜ່ານມານີ້ ເພື່ອສະແດງຄວາມຂອບໃຈຕໍ່ລູກຄ້າ ແລະ ຄູ່ຮ່ວມທຸລະກິດ ດ້ວຍການຈັດກິດຈະກຳທາງສາສະໜາ ແລະ ໂປຣໂມຊັນສຸດພິເສດຕະຫຼອດປີ.
ອົງການໄອຍະການປະຊາຊົນແຂວງຄໍາມ່ວນສະຫຼຸບວຽກງານອະໄພຍະໂທດປະຈໍາປີ 2025

ອົງການໄອຍະການປະຊາຊົນແຂວງຄໍາມ່ວນສະຫຼຸບວຽກງານອະໄພຍະໂທດປະຈໍາປີ 2025

ກອງປະຊຸມສະຫຼຸບວຽກງານອະໄພຍະໂທດ ປະຈໍາປີ 2025 ແລະ ທິດທາງວຽກງານຈຸດສຸມປີ 2026 ຂອງອົງການໄອຍະການປະຊາຊົນແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 30 ມີນານີ້ ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີເຈົ້າໜ້າທີ່ໄອຍະການ, ສານ, ໄອຍະການທະຫານ ແລະ ບັນດາຕາງໜ້າຈາກພະແນກການກ່ຽວຂ້ອງເຂົ້າຮ່ວມ.
ຄຳມ່ວນ ປຶກສາຫາລື ການຈັດຕັ້ງປະຕິບັດດໍາລັດ 237/ນຍ

ຄຳມ່ວນ ປຶກສາຫາລື ການຈັດຕັ້ງປະຕິບັດດໍາລັດ 237/ນຍ

ກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ ດໍາລັດ 237/ນຍ, ລົງວັນທີ 18 ພຶດສະພາ 2020 ວ່າດ້ວຍການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວຂຶ້ນໃນວັນທີ 30 ມີນານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງ (ຜູ້ລົງເລິກຊີ້ນໍາວຽກງານເສດຖະກິດ), ມີບັນດາທ່ານໃນຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຂວງ , ມີຕາງໜ້າພະແນກການກ່ຽວຂ້ອງເຂົ້າຮ່ວມ.
ປີ 2025, ສະຫະພັນນັກຮົບເກົ່າ ໜ່ວຍ 2 ກຸ່ມຜາເກງ ມີຜົນງານພົ້ນເດັ່ນຫຼາຍດ້ານ

ປີ 2025, ສະຫະພັນນັກຮົບເກົ່າ ໜ່ວຍ 2 ກຸ່ມຜາເກງ ມີຜົນງານພົ້ນເດັ່ນຫຼາຍດ້ານ

ວັນທີ່ 30 ມີນານີ້, ສະຫະພັນນັກຮົບເກົ່າ ໜ່ວຍ 2 ກຸ່ມຜາເກງ ເມືອງພູຄູນ ແຂວງຫຼວງພະບາງໄດ້ຈັດກອງປະຊຸມ ສະຫຼຸບ ການເຄື່ອນໄຫວວຽກງານ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026, ມີ ທ່ານ ອົງຊົ່ງ ໄຊຍະວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ພັນໂທ ຄຳເກີດ ພົມມະວົງສີ ປະທານ ສະຫະພັນນັກຮົບເກົ່າແຂວງ, ພ້ອມດ້ວຍແຂກຮັບເຊີນ ແລະ ສະມາຊິກສະຫະພັນນັກຮົບເກົ່າພາຍໃນໜ່ວຍ ເຂົ້າຮ່ວມ.
ເພີ່ມເຕີມ