ມາໃນວັນທີ 21 ເມສາ 2026, ສະພາປະຊາຊົນແຂວງສາລະວັນ ຈັດພິທີ ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງສາລະວັນ ລະຫວ່າງ ທ່ານ ສົມພອນ ແສງສຸລິຈັນ ຜູ້ເກົ່າ ກັບ ທ່ານ ບຸນທະວີ ພິມມະສານ ຜູ້ໃໝ່ ໂດຍຊ້ອງໜ້າ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຜູ້ປະຈໍາການ ຮອງປະທານສະພາປະຊາຊົນແຂວງ, ມີບັນດາກໍາມະການພັກແຂວງ, ຫົວໜ້າພະແນກການ, ຮອງພະແນກການອ້ອມຂ້າງແຂວງ, ບັນດາຄະນະກໍາມາທິການສະພາປະຊາຊົນແຂວງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈາກນັ້ນ, ກໍໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງສາລະວັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.
(ພາບ-ຂ່າວ: ສ.ພະຈັນ)
ຄໍາເຫັນ