ມອບ-ຮັບໜ້າທີ່ເລຂາທິການສະພາແຫ່ງຊາດ ປະທານ ກສຕສ

ມອບ-ຮັບໜ້າທີ່ເລຂາທິການສະພາແຫ່ງຊາດ ປະທານ ກສຕສ
ໃນວັນທີ 3 ເມສາຜ່ານມາທີ່ສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງເລຂາທິການສະພາແຫ່ງຊາດ ຜູ້ເກົ່າ-ຜູ້ໃໝ່ ແລະ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ຜູ້ເກົ່າ-ຜູ້ໃໝ່; ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານຄະນະປະຈຳຜູ້ຮັກສາການແທນປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ). ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການຄປຈສພຊ; ຮອງປະທານກຳມາທິການ, ຮອງເລຂາທິການ ແລະ ຄະນະສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ; ບັນດາທ່ານຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາກະຊວງ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງວ່າການສຳນັກງານປະທານປະເທດ ພ້ອມດ້ວຍຄະນະກົມ ແລະ ພະນັກງານພາຍໃນ ສພຊ ຈຳນວນໜຶ່ງ.
ໃນພິທີ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການສູນກາງພັກເລຂາທິການສະພາແຫ່ງຊາດ ໄດ້ລາຍງານໂດຍຫຍໍ້ການປະຕິບັດໜ້າທີ່ຂອງຄະນະເລຂາທິການສະພາແຫ່ງຊາດ (ຄລສ) ນັບແຕ່ເດືອນມີນາ 2021 ຫາ ເດືອນມີນາ 2024 ແລະ ຄາດຄະເນທິດທາງແຜນການຮອດປີ 2025; ທ່ານ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ລາຍງານ ໂດຍຫຍໍ້ການປະຕິບັດໜ້າທີ່ຂອງ ກສຕສ ນັບແຕ່ເດືອນມີນາ 2021 ຫາເດືອນມີນາ 2024 ແລະ ຄາດຄະເນທິດທາງແຜນການຮອດປີ 2025; ທ່ານ ວຽງແກ້ວ ວັນນະຈັກ ຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 15/ຄປຈ, ລົງວັນທີ 5 ມີນາ 2024 ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່. ຫຼັງຈາກນັ້ນ, ກໍໄດ້ມີພິທີລົງນາມມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ-ຜູ້ໃໝ່ ຄື: ທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ (ຜູ້ເກົ່າ) ຖືກມອບໝາຍໜ້າທີ່ໄປເປັນປະທານ ກສຕສ (ຜູ້ໃໝ່) ແລະ ທ່ານ ລິນຄຳ ດວງສະຫວັນ ປະທານ ກສຕສ (ຜູ້ເກົ່າ) ຖືກມອບໝາຍໜ້າທີ່ ໄປເປັນເລຂາທິການສະພາແຫ່ງຊາດ (ຜູ້ໃໝ່).
ໃນພິທີມອບ-ຮັບໜ້າທີ່, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງສອງທ່ານທີ່ຍາດມາໄດ້ໃນໄລຍະຜ່ານມາ. ການມອບ-ຮັບໜ້າທີ່ຄັ້ງນີ້ ເປັນການຜັນຂະຫຍາຍຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 13/ຄຈສພ, ລົງວັນທີ 11 ມັງກອນ 2024 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເລືອກເຟັ້ນ, ແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງ ທີ່ໄດ້ລະບຸໄວ້ໃນມາດຕາ 3 ຂໍ້ 3 ກ່ຽວກັບການຮັບປະກັນພາວະເຄື່ອນເໜັງແມ່ນການໝູນວຽນສັບປ່ຽນໜ້າທີ່, ການດໍາລົງຕໍາແໜ່ງຈາກບ່ອນເກົ່າໄປຮັບຜິດຊອບໜ້າທີ່ໃໝ່ ແລະ ຕໍາແໜ່ງ ຢູ່ບ່ອນໃໝ່ຕາມຄວາມຮຽກຮ້ອງຂອງໜ້າທີ່ການເມືອງ ທັງເປັນການດຸ່ນດ່ຽງກໍາລັງທາງດ້ານຈໍານວນ ແລະ ຄຸນນະພາບຂອງພະນັກງານຂະແໜງການ ແລະ ທ້ອງຖິ່ນ; ການເຄື່ອນເໜັງຍັງແມ່ນລັກສະນະທົ່ວໄປ ແລະ ປົກກະຕິຂອງວຽກງານພະນັກງານ ເພື່ອສ້າງເງື່ອນໄຂໃຫ້ພະນັກງານໄດ້ຝຶກຝົນ, ທົດສອບໃນພຶດຕິກໍາຕົວຈິງຢ່າງຮອບດ້ານ, ມີ ຄວາມຊໍານານງານ, ສ້າງຖັນແຖວພະນັກງານໃຫ້ສົມຄູ່ກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເຮັດໜ້າທີ່ໃຫ້ການຈັດຕັ້ງຢູ່ແຕ່ລະຂັ້ນ ແລະ ຂະແໜງການຕ່າງໆ ມີສະຖຽນລະພາບ, ມີການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີປະສິດທິພາບ. ການດໍາເນີນພິທີຄັ້ງນີ້ ແມ່ນຢູ່ໃນທ່າມກາງທີ່ ທົ່ວພັກ-ທົ່ວລັດ ພວມສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການເລັ່ງແກ້ໄຂສະພາບເສດຖະກິດ-ການເງິນຂອງປະເທດ ໂດຍສະເພາະອັດຕາເງິນເຟີ້, ບັນຫາສິນຄ້າລາຄາສູງ ແລະ ບັນຫາອື່ນໆ ພ້ອມດຽວກັນນັ້ນ ກໍໄດ້ນໍາພາ-ຊີ້ນໍາແຕ່ລະພາກສ່ວນກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ; ສໍາລັບສະພາແຫ່ງຊາດ ກໍາລັງສຸມໃສ່ການຕິດຕາມກວດກາບັນດາເນື້ອໃນສໍາຄັນຈໍານວນໜຶ່ງ, ການຊຸກຍູ້ພາກສ່ວນຕ່າງໆໃນການເຜີຍແຜ່ຜົນສໍາເລັດບັນດາມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດ ທີ IX, ການໂຄສະນາ ແລະ ນໍາເອົາຮ່າງກົດໝາຍຂົງເຂດສະພາແຫ່ງຊາດ ໄປທາບທາມຕໍ່ເປົ້າໝາຍຕ່າງໆທັງສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດຢ່າງເປັນຂະບວນການ ແລະ ຕິດພັນກັບການລົງພົບປະຜູ້ມີສິດເລືອກຕັ້ງໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.(ຂ່າວ-ພາບ: ນາງ ໄຊໂສພາພອນ ມິ່ງມຸງຄຸນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ