ແລະ ສະຫວັດດີການສັງຄົມແຂວງ ຮອງປະທານຄະນະຄຸ້ມຄອງໄພພິບັດຂັ້ນແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດຈ່າຍເງີນຮ່ວງຊ່ວຍເຫຼືອໄພພິບັດນໍ້າຖ້ວມ ແຂວງຫຼວງນໍ້າທາ ຈໍານວນ 532 ລ້ານກວ່າກີບໃຫ້ປະຊາຊົນຜູ້ທີ່ເຮືອນເສຍຫາຍໜັກ (ເຮືອນຈົມນໍ້າ,ດີນເຈື່ອນທັບເຮືອນໝົດຫຼັງ) ຈໍານວນ 54 ຫຼັງຄາເຮືອນພາຍໃນ 5 ເມືອງ, ສໍາລັບເມືອງຫຼວງນໍ້າທາມີ 19 ບ້ານ, 44 ຫຼັງຄາເຮືອນ, 223 ຄົນຍີງ 79 ຄົນ, ຫຼັງຄາເຮືອນຄົນພິການ 1 ຫຼັງ;
ການມອບໃນຄັ້ງນີ້,ມີເງິນສົດທັງໝົດ 429 ລ້ານກວ່າກີບ, ເຂົ້າສານ 8,028 ກິໂລ ໃຫ້ກຽດມອບໂດຍທ່ານ ຄໍາເລົາ ແກ້ວລະກໍາ,ກ່າວຮັບໂດຍຄອບຄົວຜູ້ທີ່ຖືກຜົນກະທົບເສຍຫາຍເຮືອນໝົດຫຼັງ. ເພື່ອເປັນການແບ່ງເບົາ-ບັນເທົາທຸກ ເປັນການຊຸກຍູ້-ສົ່ງເສີມໃຫ້ກໍາລັງໃຈປະຊາຊົນ ທັງເປັນການຫຼຸດຜ່ອນລາຍຈ່າຍ ແລະ ສືບຕໍ່ຟື້ນຟູຊີວິດການເປັນຢູ່ຂອງຜູ້ໄດ້ຮັບຜົນກະທົບໜັກໃຫ້ດີຂຶ້ນໂດຍໄວ.
(ຂ່າວ: ມຸນຕີ ໄຊຍະສິດທິວົງ)
ຄໍາເຫັນ