ແລະ ສັງຄົມສົງເຄາະຂັ້ນເມືອງ ພ້ອມດ້ວຍຄະນະ 3ໄດ້ລົງມອບເງິນ ຈຳນວນ 2 ລ້ານກີບ ໃຫ້ຄອບຄົວທ້າວ ເຈີມ ບ້ານກໍ່າ ເມືອງແບງ ທີ່ຖືກເຄາະຮ້າຍຈາກໄພພິບັດທາງທໍາມະຊາດ (ນ້ຳຫ້ວຍການໄຫຼຊຸ)ໃນວັນທີ 5 ສິງຫາ ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ຊື່ທ້າວ ຈັນ ເປັນເພດຊາຍ ອາຍຸ 54 ປີ.ພ້ອມນີ້ ອົງການປົກຄອງບ້ານ ກໍ່າ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ພັກ-ລັດ ແລະ ພາກສ່ວນກຽ່ວຂ້ອງ ທີ່ໄດ້ນໍາເອົາເງິນດັ່ງກ່າວນີ້ ມາຊ່ວຍເຫຼືອປະຊາຊົນຜູ້ຖືກເຄາະຮ້າຍໃນຄັ້ງນີ້ ພ້ອມນັ້ນຍັງຮຽກຮ້ອງໃຫ້ພາກສວ່ນຕ່າງໆ ຮ່ວມກັນບໍລິຈາກເງິນ ແລະ ວັດຖຸສິ່ງຂອງ, ເຄື່ອງອຸປະໂພກ-ບໍລິໂພກ ເພື່ອຊວ່ຍເຫຼືອໃຫ້ກັບຜູ້ປະສົບໄພ ກໍຄືຟື້ນຟູບູລະນະພື້ນຖານໂຄງລ່າງ ຖະໜົນຫົນທາງ ແລະ ແນວພັນກະສິກຳ ໃຫ້ກັບປະຊາຊົນທີ່ຖືກຜົນກະທົບ.
(ຂ່າວ: ຮສສ ເມືອງແບງ)ແຂ່ງຂັນກິລາເປຕັງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V
ສານປະຊາຊົນສູງສຸດ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງ ເພື່ອຕ້ອນຮັບກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສານປະຊາຊົນ ຄົບຮອບ 43 ປີ ຊີງຂັນລາງວັນ ປະທານສານປະຊາຊົນສູງສຸດ ຊຶ່ງຂະບວນການດັ່ງກ່າວຈັດຂຶ້ນໃນວັນທີ 7 ສິງຫາ ຜ່ານມາ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນກຽດເຂົ້າຮ່ວມພິເປີດຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ມີຮອງປະທານ, ຜູ້ພິພາກສາ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ພະນັກງານ-ລັດຖະກອນ ອ້ອມຂ້າງສານປະຊາຊົນ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ຄໍາເຫັນ