ມອບເງິນລາງວັນ ໃຫ້ຜູ້ໂຊກດີຖືກຫວຍອິນຊີ ເລກ 6ລາສີ 

ມອບເງິນລາງວັນ ໃຫ້ຜູ້ໂຊກດີຖືກຫວຍອິນຊີ ເລກ 6ລາສີ 
ລູກຄ້າຄົນທຳອິດທີ່ຖືກລາງວັນ ຊື່ເລກຫວຍອິນຊີ ເລກ 6 ລາສີຜ່ານຄົນຂາຍຊື່ຈຳນວນເງິນ 1.000 ກິນ ໄດ້ເງິນລາງວັນ 1.200.000.000 ກີບ ອອກຄັ້ງວັນທີ 22 ມັງກອນ 2024 ງວດທີ 7 ແມ່ນ: ທ່ານ ທອງດີ ອາຍຸ 30 ປີ ອາຊີບ ປະຊາຊົນ ປັດຈຸບັນຢູ່ ບ້ານຄຸນນຸ້ມນ້ອຍ ເມືອງຜົ້ງສາລີ ແຂວງຜົ້ງສາລີ.
    ພິທີມອບ-ຮັບລາງວັນໄດ້ຈັດຂຶ້ນ25ມັງກອນ ຜ່ານມາ ທີ່ຫ້ອງອອກເລກລາງວັນ ສໍານັກງານໃຫຍ່ຫວຍພັດທະນາລາວ ນະຄອນຫຼວງວຽງຈັນ, ໃຫ້ກຽດມອບໂດຍ ທ່ານ ຄໍາເຜັ່ນ ບຸບຜາວົງ ຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ແລະ ທ່ານ ມະໂນທຳ ເພັດສິລິແສງ ຮອງຜູ້ອຳນວຍການ ບໍລິສັດ ຮ່ວມທຶນ ຫວຍ 12 ລາສີ ຮ່ວມ ເປັນສັກຂີພິຍານ;  ລູກຄ້າ ຄົນທີ2 ທີ່ຖືກລາງວັນ ຜ່ານ App insee hub 6 ລາສີ ຊື້ຈໍານວນເງິນ 5.000 ກິນ ເງິນລາງວັນ 6.000.000.000 ກີນ ອອກຄັ້ງວັນທີ 25ມັງກອນ 2024 ງວດທີ 8 ແມ່ນ: ນາງພອນໄຊ ຈັນທະວົງ ອາຊີບ ພະນັກງານ ເມືອງວັງວຽງ ແຂວງ ວຽງຈັນ;  ມອບ-ຮັບລາງວັນ ທີ່ສຳນັກງານໃຫຍ່ ຂອງຫວຍ 12 ລາສີ ວັນທີ 26 ມັງກອນ 2024 ມອບ ໂດຍ ທ່ານ ສຸນັນ ເພຍສັກຂາ ຮອງອໍານວຍການ ຫວຍພັດທະນາລາວ.
ທ່ານ ທອງດີ ກ່າວວ່າ: ດີໃຈຫຼາຍທີ່ໄດ້ເດີນທາງມາຮັບເງິນລາງວັນດ້ວຍຕົວເອງ ຫຼັງຈາກທີ່ຮູ້ວ່າຕົນເອງຖືກເລກລາງວັນທີ 1 ຈໍານວນເງິນ 1.200.000.000 ກີບ ກໍໄດ້ເໝົາລົດຕູ້ ເດີນທາງມາຈາກ ແຂວງ ຜົ້ງສາລີ ພ້ອມດ້ວຍຄອນຄົວ ລົງມານະຄອນຫຼວງວຽງຈັນ ໃຊ້ເວລາໃນການເດີນທາງ 2ມື້ ຊຶ່ງໄດ້ຮັບການຕ້ອນຮັບອັນອົບອຸ່ນ ຈາກທາງບໍລິສັດ ຫວຍ 12 ລາສີ ເປັນຢ່າງດີ, ທາງບໍລິສັດຍັງໄດ້ພາທ່ອງທ່ຽວ, ທຳບຸນຕາມສະຖານທີ່ວັດຕ່າງໆ ໃນຕົວເມືອງນະຄອນຫຼວງວຽງຈັນ ພ້ອມທັງຕິດຕໍ່ຈອງທີ່ພັກໂຮງແຮມ,ເບິ່ງແຍງເອົາໃຈໃສ່ ແລະ ອອກຄ່າໃຊ້ຈ່າຍໃຫ້ທັງໝົດ ຂ້ອຍພ້ອມຄອບຄົວມີຄວາມດີໃຈປະທັບໃຈຫຼາຍ. ທ່ານ ທອງດີ ໃຫ້ຮູ້ຕື່ມວ່າ: ຫຼັງຈາກທີ່ຂຶ້ນເງິນລາງວັນແລ້ວ ເງິນທີ່ໄດ້ຮັບ ກໍໄດ້ໃຫ້ຄອບຄົວໄປຊື້ວັດຖຸມີຄ່າ (ຄໍາ) ເກັບໄວ້ສ່ວນໜຶ່ງ ແລະ ກໍຈະນໍາເງິນທີ່ໄດ້ໄປລົງທຶນ ຕໍ່ຍອດທຸລະກິດຢູ່ເຮືອນ ແລະ ສ່ວນໜຶ່ງຈະແບ່ງເກັບໄວ້ເປັນທຶນການສຶກສາໃຫ້ລູກ ແລະ ຜູ້ໂຊກດີ ຍັງຝາກເຖິງຄົນທີ່ມັກສ່ຽງໂຊກ ຊີງລາງວັນ ວ່າທຸກຄົນສາມາດເປັນຜູ້ໂຊກດີ ແລະ ລວຍດ້ວຍຕົນເອງໄດ້ບໍ່ວ່າທ່ານຈະຢູ່ແຂວງໃດ ກໍສາມາດລຸ້ນຮັບໂຊກກັບ ຫວຍ 12 ລາສີໄດ້, ການຊື່ກໍງ່າຍ ສາມາດຊື້ໄດ້ ທົ່ວປະເທດ ກັບຕົວແທນຄົນຂາຍຫວຍອິນຊີ ແລະ ຊື້ ຜ່ານ App Insee hub;  ຄວາມຮູ້ສຶກຂອງຜູ້ໂຊກດີ ຖືກລາງວັນໃຫຍ່ 6 ພັນລ້ານກິນ ຜ່ານການຊື້ຫວຍ 12 ລາສີ ດ້ວຍແອັບພິເຄຊັ່ນInsee hub ຜູ້ໂຊກດີຊື້ລາງວັນຜ່ານແອັບຈາກການກົດເລກລາສີ ທີ່ຕົນເອງມັກ ໂດຍຫຼັງອອກລາງວັນ.  ພໍຮູ້ວ່າຕົນເອງຖືກລາງວັນໃຫຍ່ ທັງດີໃຈ ແລະ ຕົກໃຈຫຼາຍ ບໍ່ຄິດວ່າຕົນເອງຈະເປັນຜູ້ໂຊກດີ ທີ່ໄດ້ຮັບລາງວັນໃຫຍ່ຂະໜາດນີ້ ຕັ້ງແຕ່ຊື້ເລກມາກໍບໍ່ຄິດວ່າຈະເປັນຕົນເອງ ທີ່ຈະໄດ້ຮັບໂຊກໃຫຍ່ຕົ້ນປີແບບນີ້.ຫຼັງຈາກນັ້ນກໍໄດ້ເດີນທາງມາຈາກວັງວຽງເພື່ອມາຮັບເງິນລາງວັນ ເງິນທີ່ໄດ້ກໍຈະນໍາໄປຕໍ່ຍອດທຸລະກິດ ແລະເກັບໄວ້ເປັນທຶນການສຶກສາໃຫ້ລູກຕໍ່ໄປ ທັງຍັງຝາກບອກນັກຊ່ຽງໂຊກ-ຊີງລາງວັນ ທີ່ຢາກເປັນຜູ້ໂຊກດີ ຄົນຕໍ່ໄປວ່າ ທຸກຄົນມີສິດລຸ້ນລາງວັນໃຫຍ່ ແລະ ມີໂອກາດໄດ້ຮັບລາງວັນໃຫຍ່ແບບນີ້ຄືຕົນເອງ ບໍ່ວ່າຈະຢູ່ແຂວງໃດກໍສາມາດເປັນຜູ້ໂຊກດີໄດ້ ແລະ ໃຫ້ຄວາມໝັ້ນໃຈວ່າ ໄດ້ຮັບເງິນລາງວັນຈິງແທ້ແນ່ນອນ ການຊື້ເລກຜ່ານແອັບກໍສະດວກສະບາຍ ເຂົ້າໃຈງ່າຍ ການຊໍາລະເງິນກໍງ່າຍ. ຫວຍ 12 ລາສີ ເປັນຜະລິດຕະພັນໃໝ່ຂອງຫວຍພັດທະນາລາວ ໂດຍ ແມ່ນ ຫວຍອິນຊີ ເປັນຕົວແທນຂາຍ 1 ດຽວ ທົ່ວປະເທດລາວ.
ຂ່າວ:ແສງຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ໃນວັນທີ 12 ພະຈິກ 2025 ນີ້, ການນໍາຂອງອົງການກາແດງແຫ່ງຊາດລາວໄດ້ເຂົ້າວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ)ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ
ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ໃນວັນທີ 10ພະຈິກຜ່ານມານີ້້, ຄະນະພະແນກການເງິນແຂວງໄຊຍະບູລີໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງບໍ່ແຕນ ຊຶ່ງນຳໂດຍທ່ານ ປະຖົມ ບຸນຍາວົງຮອງຫົວໜ້າພະແນກ ການເງິນແຂວງ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ການຈັດຕັງປະຕິບັດແຜນງົບປະມານແຫ່ງລັດຢູ່ເມືອງບໍ່ແຕນໃນໄລຍະ 10 ເດືອນ ແລະ 2 ເດືອນທ້າຍປີ 2025.
ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 98/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍ ການຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ແລະ ຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 192/ອອປສ, ລົງວັນທີ 12 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ວັນທີ 11 ພະຈິກ 2025 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ (10/2010–10/2025) ພາຍໃຕ້ການເປັນປະທານ ແລະ ມອບໃບຍ້ອງຍໍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ),ທ່ານ ນາງ ບຸນຄຳ ວິລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຮອງປະທານ ຄຄຊ ບັນດາອະດີດພະນັກງານ ແລະ ບັນດາພະນັກງານທີ່ປະກອບສ່ວນໃນວຽກງານສ້າງຕັ້ງຕະຫຼາດທຶນ, ບັນດາຜູ້ມີສ່ວນຮ່ວມ ແລະ ອົງການຈັດຕັ້ງສາກົນກ່ຽວຂ້ອງ ເຂົ້າຮ່ວມ.
ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ເພີ່ມເຕີມ