![]() |
ອຸປະກອນທີ່ນໍາມາມອບໃນຄັ້ງນີ້ປະກອບມີໂຕະ-ຕັ່ງນັກສຶກສາ 90 ຊຸດ, ຕັ່ງຄູ 3 ຊຸດ, ເຄື່ອງສາຍໂປຣເຈັກເຕີ 3 ໜ່ວຍ, ເຄື່ອງປັບອາກາດ 6 ໜ່ວຍ, ກະດານແມ່ເຫຼັກ 3 ແຜ່ນ ແລະ ຄອມພີວເຕີ 35 ຊຸດ ລວມມູນຄ່າ 760,500,000 ກີບ ເພື່ອນຳໄປໃຊ້ໃນການຈັດການຮຽນ-ການສອນ ແນໃສ່ພັດທະນານັກສຶກສາໃຫ້ມີຄວາມຮູ້ ແລະ ທັກສະຮັບໃຊ້ສັງຄົມ.
ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ທັງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາໂຄງລ່າງພື້ນຖານດ້ານການສຶກສາໃນຍຸກເຕັກໂນໂລຊີສະໄໝໃໝ່ ພ້ອມເນັ້ນໃຫ້ ມຊ ນຳໃຊ້ອຸປະກອນໃຫ້ເກີດປະໂຫຍດສູງສຸດ ແລະ ພັດທະນາຫຼັກສູດການຮຽນ-ການສອນ ກ້າວສູ່ລະດັບສາກົນ.
![]() |
ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ອະດີດນັກສຶກສາ ມຊ ແລະ ນັກຄົ້ນຄວ້າປະລິນຍາເອກທີ່ໄດ້ຮ່ວມສະໜັບສະໜູນທຶນ ແລະ ອຸປະກອນການສຶກສາ ເພື່ອພັດທະນາວຽກງານການສຶກສາຂອງຊາດໃຫ້ກ້າວໜ້າຢ່າງຍືນຍົງ. ຂ່າວ-ພາບ: ການຈະນາ


ຄໍາເຫັນ