ມວນຊົນຊາວຫຼວງພະບາງ ອັງເຊີນອົງພະບາງພຸດທະຣາວັນ ກັບຄືນປະດິດສະຖານທີ່ຫໍພະບາງ

ມວນຊົນຊາວຫຼວງພະບາງ ອັງເຊີນອົງພະບາງພຸດທະຣາວັນ ກັບຄືນປະດິດສະຖານທີ່ຫໍພະບາງ

ມວນຊົນຊາວຫຼວງພະບາງ ອັງເຊີນອົງພະບາງພຸດທະຣາວັນ ກັບຄືນປະດິດສະຖານທີ່ຫໍພະບາງ
ການຫົດສົງອົງພະບາງພຸດທະຣາວັນ ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫວ້ຂອງປວງຊົນລາວທັງຊາດ ໃນໂອກາດບຸນຕຸດສົງການປີໃໝ່ລາວ ຈສ 1388 ໄດ້ສໍາເລັດຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ່ 20 ເມສານີ້, ພາຍຫຼັງທີ່ໄດ້ອັງເຊີນຈາກຫໍພະບາງ ໃນຫໍພິພິທະພັນແຫ່ງຊາດຫຼວງພະບາງ ມາຫົດສົງຢູ່ວັດໃໝ່ ສຸວັນນະພູມມາຣາມ ນັບແຕ່ວັນທີ່ 17 ຜ່ານມາ ແລະໄດ້ຈັດພິທີອາຣາດຖະນາອົງພະບາງ ກັບຄືນປະທັບທີ່ຫໍພະບາງຕາມເດີມ.
ມວນຊນຊາວຫວງພະບາງ ອງເຊນອງພະບາງພດທະຣາວນ ກບຄນປະດດສະຖານທຫພະບາງ - image 1
 

 ໃນຕອນເຊົ້າວັນທີ່ 20 ເມສາ ເລີ້ມຕົ້ນດ້ວຍການທຳພິທີທາງສາສະໜາ ໂດຍພະເຖລາ ນຸເຖຣະ ນຳພາອອກຕົນຍາດໂຍມ ຊາວພຸດທະສາຊະນິກະຊົນທີ່ເຂົ້າຮ່ວມ ກ່າວຄຳຄາລະວະ ແລະອາລາດຖະນາອົງພະບາງ ກັບຄືນສູ່ຫໍພະບາງ. ຈາກນັ້ນ, ໄດ້ອັງເຊີນອົງພະບາງຂຶ້ນປະທັບໃນຫວໍ່ເທີງລາດສະລົດ ຫຼື ບຸດສະບົກ ແລ້ວໄດ້ມີຂະບວນແຫ່ ຈາກວັດໃໝ່ສຸວັນນະພູມມາຣາມ ສູ່ຫໍພະບາງໃນຫໍພິພິທະພັນແຫ່ງຊາດຫຼວງພະບາງ ເລີ້ມຕົ້ນດ້ວຍຂະບວນທຸງຊາດ, ທຸງສາສະໜາ, ຂະບວນເສບດົນຕີພື້ນເມືອງ, ຂະບວນພາມມະນາຈານ, ຂະບວນເປົ່າຫອຍສັງ, ຂະບວນພະເຖຣະ 9 ອົງ, ຂະບວນກອງຄຸມ-ທຽນອາດ-ຣາດສະລົດພະບາງ, ຂະບວນພະເຖຣານຸເຖຣະ, ຂະບວນການນຳ ນຳໂດຍ ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມດ້ວຍ ຂະບວນມວນຊົນທົ່ວໄປ. ແຕ່ລະຂະບວນແມ່ນ ມີເອກະລັກແບບດັ່ງເດີມ ຮັກສາໄດ້ມູນເຊື້ອ ທາງດ້ານວັດທະນະທຳອັນດີງາມຂອງຊາວນະຄອນ ຫຼວງງພະບາງ ທີ່ເຄີຍປະຕິບັດກັນມາຫຼາຍເຊັ່ນຄົນ, ອັນໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ທີ່ໄດ້ເຂົ້າຮ່ວມງານເປັນຢ່າງດີ, ທຸກຄົນ ຕ່າງກໍມີຄວາມເບີກບານມ່ວນຊື່ນ ແລະມີໃບໜ້າທີ່ຍີ້ມແຍ້ມແຈ່ມໃສ.

ມວນຊນຊາວຫວງພະບາງ ອງເຊນອງພະບາງພດທະຣາວນ ກບຄນປະດດສະຖານທຫພະບາງ - image 2
 

ເມື່ອຂະບວນການໄປເຖີງຫໍພະບາງ ໄດ້ອັງເຊີນອົງພະບາງຂຶ້ນແທ່ນປະທັບໃນຫໍ ແລະກ່າວຄຳຄາລະວະອົງພະບາງ ເປັນອັນຈົບພິທີ. ສຳລັບກິດຈະກຳການຫົດສົງອົງພະບາງພຸດທະຣາວັນ ແມ່ນກິດຈະກຳສຸດທ້າຍ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ນະຄອນ ຫຼວງຫຼວງພະບາງ, ແຕ່ຈະມີການສືບຕໍ່ອັງເຊີນພະພຸດທະຮູບລົງຫົດສົງຢູ່ແຕ່ລະວັດ, ທັງຈະມີການສືບຕໍ່ການບາສີ ຢູ່ສຳນັກງານ-ອົງການ, ບ້ານ, ຄອບຄົວ ໄປອີກໄລຍະໜື່ງ. ນອກຈາກນີ້, ຈະມີພິທີອັງເຊີນພະເຈົ້າມ່ານ ອົງພະທີ່ສັກສິດອີກ 1 ອົງ ລົງຫົດສົງຢູ່ວັດຊຽງທອງ ເລີ້ມແຕ່ວັນທີ 22-26 ເມສາ ຈຶ່ງຈະມີພິທີອະຣາດທະນາ ພະເຈົ້າມ່ານຂຶ້ນປະດິດສະຖານສູ່ຫໍດັ່ງເດີມ.

(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງລັດຖະມົນຕີກະຊວງ ປກສ ຢ້ຽມຢາມໂອ້ລົມຄະນະນຳ ປກສ ແຂວງຈຳປາສັກ

ຮອງລັດຖະມົນຕີກະຊວງ ປກສ ຢ້ຽມຢາມໂອ້ລົມຄະນະນຳ ປກສ ແຂວງຈຳປາສັກ

ສະຫາຍ ພົຕ ແອນ ອຸ່ນອະນົງນຸດ ຄະນະປະຈຳພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມຄະນະນຳກອງບັນຊາການ ປກສ ແຂວງຈຳປາສັກ ໃນວັນທີ 18 ພຶດສະພາຜ່ານມາ, ໃຫ້ກຽດຕ້ອນຮັບຂອງສະຫາຍ ພົຈວ ບຸນອ່ຽງ ພັນວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມຄະນະ, ມີຄະນະພັກ-ຄະນະກອງບັນຊາການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈໍາປາສັກ ເຜີຍແຜ່ກົດໝາຍ ນິຕິກໍາໃຕ້ກົດໝາຍກ່ຽວກັບວຽກງານທະບຽນສານ

ຈໍາປາສັກ ເຜີຍແຜ່ກົດໝາຍ ນິຕິກໍາໃຕ້ກົດໝາຍກ່ຽວກັບວຽກງານທະບຽນສານ

ກົມທະບຽນສານ ກະຊວງຍຸຕິທໍາ ຮ່ວມກັບພະແນກຍຸຕິທໍາແຂວງຈໍາປາສັກ ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວກັບວຽກງານທະບຽນສານ (ສະບັບປັບປຸງ) ໃນວັນທີ 19 ພຶດສະພາຜ່ານມາ, ໂດຍການເປັນປະທານຮ່ວມຂອງທ່ານ ສອນສະຫວັນ ສີວິໄລ ຫົວໜ້າພະແນກຍຸຕິທໍາແຂວງຈຳປາສັກ, ມີທ່ານ ບຸນທິດາ ພົມສະຫວັນ ຫົວໜ້າກົມທະບຽນສານ ກະຊວງຍຸຕິທໍາ ພ້ອມດ້ວຍພະແນກການກ່ຽວຂ້ອງເຂົ້າຮ່ວມ.
ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຊື້-ຂາຍ ຖຸລຽນລາວ

ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຊື້-ຂາຍ ຖຸລຽນລາວ

ໃນວັນທີ 19 ພຶດສະພາ ນີ້ ທີ່ ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ Eleven Gold Fruit ກັບ ບໍລິສັດ Nanjing Qiandu Culture Technology Co.,LTD ວ່າດ້ວຍການຮ່ວມມືຊື້-ຂາຍ ຖຸລຽນລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ, ທ່ານ ກ່າວ ຊິ້ວຢູ ປະທານ ບໍລິສັດ ໜານຈິງຊຽນຕູ້ ວັດທະະທຳ ແລະ ເຕັກໂນໂລຊີ ຈຳກັດຜູ້ດຽວ, ທ່ານ ເອລາວັນ ລາດປາກດີ ປະທານບໍລິສັດ Eleven Gold Fruit ຈໍາກັດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຝຶກອົບຮົມຄູຝຶກ ເຕັກນິກການປູກພືດຜັກ ແລະ ການວິໄຈ ການປ້ອງກັນພະຍາດ-ແມງໄມ້ ທີ່ເປັນມິດຕໍ່ສິ່ງແວດລ້ອມ

ຝຶກອົບຮົມຄູຝຶກ ເຕັກນິກການປູກພືດຜັກ ແລະ ການວິໄຈ ການປ້ອງກັນພະຍາດ-ແມງໄມ້ ທີ່ເປັນມິດຕໍ່ສິ່ງແວດລ້ອມ

ສູນກະສິກໍາສະອາດ ຈັດຝຶກອົບຮົມໃຫ້ເປັນຄູຝຶກ ກ່ຽວກັບການທົບທວນຄືນເຕັກນິກການຜະລິດພືດຜັກ ແລະ ການວິໄຈ, ການປ້ອງກັນພະຍາດ-ແມງໄມ້ ສຳລັບພືດຜັກ ທີ່ເປັນມິດຕໍ່ສິ່ງແວດລ້ອມ; ການ ຜະລິດພືດຜັກທີ່ເປັນມິດຕໍ່ສິ່ງແວດລ້ອມ ເປັນຕົ້ນແມ່ນການຜະລິດໃນໄລຍະລະດູຝົນ ກໍຄືເດືອນມີນາ ຫາ ເດືອນກັນຍາ ເນື່ອງຈາກໃນໄລຍະນີ້ແມ່ນສະພາບດິນຟ້າອາກາດບໍ່ເໝາະສົມຕໍ່ການຜະລິດ ໝາກເລັ່ນ, ໝາກເຜັດ, ຜັກກະລໍ່າປີ ແລະ ຜັກບົ່ວແບ່ງ ເພາະວ່າໃນໄລຍະນີ້ມີການລະບາດຂອງພະຍາດ ແລະ ແມງໄມ້ເປັນສ່ວນໃຫຍ່ ເຮັດໃຫ້ພືດຜັກມີຄວາມເສຍຫາຍ, ຜົນຜະລິດຫຼຸດລົງ ແລະ ບໍ່ສາມາດຕອບສະ ໜອງໃຫ້ຜູ້ບໍລິໂພກພາຍໃນຢ່າງພຽງພໍ ໃນໄລຍະລະດູຝົນແມ່ນຕ້ອງໄດ້ນໍາໃຊ້ສານເຄມີຫຼາຍ ເຮັດໃຫ້ມີຄວາມສ່ຽງຂອງການຕົກຄ້າງສານເຄມີໃນຜົນຜະລິດ, ການປ້ອງກັນພືດ ກໍເປັນວຽກງານໜຶ່ງ ທີ່ເນັ້ນໃສ່ການຜະລິດແບບກະສິກໍາສະອາດ ໂດຍສະເພາະກະສິກຳອິນຊີ ແລະ ກະສິກໍາທີ່ດີ.
2026 ຍທຂ ຈະສຸມໃສ່ວຽກງານຂົວທາງ ແນໃສ່ພັດທະນາວຽກສ້ອມແປງທາງໃນໄລຍະໃໝ່

2026 ຍທຂ ຈະສຸມໃສ່ວຽກງານຂົວທາງ ແນໃສ່ພັດທະນາວຽກສ້ອມແປງທາງໃນໄລຍະໃໝ່

ແຜນພັດທະນາໄລຍະ 5 ປີ (2026-2030). ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຜັນຂະຫຍາຍມາເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານປີ 2026 ຈະໄດ້ສູ້ຊົນ ແລະ ສຸມໃສ່ວຽກງານອັນພົ້ນເດັ່ນ ໂດຍສະເພາະວຽກງານຂົວທາງ ເພື່ອແນໃສ່ພັດທະນາວຽກງານຂົວທາງ, ສ້າງລະບຽບການ-ຄໍາແນະນໍາໃນການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່.
ແຂວງຫຼວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ຟື້ນຟູປ່າ ໃຫ້ໄດ້ 300 ເຮັກຕາ

ແຂວງຫຼວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ຟື້ນຟູປ່າ ໃຫ້ໄດ້ 300 ເຮັກຕາ

ເພື່ອສຸມໃສ່ການກະກຽມ ຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ່ 1 ມິຖຸນາ ແລະ ສະເຫຼີມສະຫຼອງ ວັນສີ່ງແວດລ້ອມໂລກ-ວັນສີ່ງແວດລ້ອມແຫ່ງຊາດ ວັນທີ່ 5 ມິຖຸນາ, ໃນປີນີ້ ໃຫ້ຟົດຟື້ນ ກວ້າງຂວາງ ພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງຫຼວງພະບາງ ໄດ້ສົມທົບກັບບັນດາເມືອງ ສຳຫຼວດພື້ນທີ່ປູກຕົ້ນໄມ້, ມາຮອດປັດຈຸບັນມີຄວາມພ້ອມແລ້ວທຸກເມືອງ ຄາດວ່າຈະປູກຕົ້ນໄມ້ຟື້ນຟູ​ປ່າໃຫ້ໄດ້ 1 ລ້ານເບ້ຍ, ເນື້ອທີ່ 300 ກວ່າເຮັກຕາ.
ປກສ ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 55 ປີ

ປກສ ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 55 ປີ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງນໍ້າທາ ຈັດພິທີປາຖະກະຖາວັນສ້າງຕັ້ງກໍາລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ ແລະ ປະກາດຕຳແໜ່ງງານໃຫ້ນາຍຕຳຫຼວດ ໃນວັນທີ 15 ພຶດສະພາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັອ ອາຄົມ ວົງພະຈັນ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ຢຶດຊິ້ນສ່ວນສັດປ່າຫວງຫ້າມ 10.1 ກິໂລ ຢູ່ສະໜາມບິນສາກົນວັດໄຕ

ໃນວັນທີ 15 ພຶດສະພາ ຜ່ານມານີ້, ຄະນະເຈົ້າໜ້າທີ່ກ່ຽວຂ້ອງປະຈຳສະໜາມບິນສາກົນວັດໄຕ ມີ: ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕຳຫຼວດ ຕມ ແລະ ເຈົ້າໜ້າທີ່ກັກກັນພືດ-ສັດ ໄດ້ດຳເນີນການກວດກາ ແລະ ສາມາດສະກັດກັ້ນການລັກລອບຂົນສົ່ງຊິ້ນສ່ວນສັດປ່າຫວງຫ້າມຂ້າມຊາດ. ການປະຕິບັັດງານໃນຄັ້ງນີິ້ ແມ່ນຜົນສຳເລັດຂອງການປະສານງານ ແລະ ສົມທົບກັນຢ່າງກົມກຽວ ລະຫວ່າງ ເຄືອຂ່າຍບັງຄັບໃຊ້ກົດໝາຍ LAO-WEN ຮ່ວມກັນ ຄື: ກົມພາສີ, ກົມກວດກາຊັບພະຍາກອນທາມະຊາດ ແລະ ສິ່ງແວດລ້ອມ, ກົມຕຳຫຼວດສິ່ງແວດລ້ອມ, ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ເຈົ້າໜ້າທີ່ກັກກັນສັດ.
ສໍາມະນາ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ

ສໍາມະນາ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ

ກອງ​ປະ​ຊຸມ ສໍາມະນາວິທະຍາສາດ ກ່ຽວກັບການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດ ຜ່ອນຄວາມສ່ຽງໄພພິບັດ ໄດ້ຈັດຂຶ້ນລະຫວ່າງວັນທີ 18-20 ພຶດສະພາ 2026 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ (ກວສຊ), ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສຳເລັດກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ເງິນ ຄັ້ງທີ 5 ສະໄຫມທີ VI​

ສຳເລັດກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ເງິນ ຄັ້ງທີ 5 ສະໄຫມທີ VI​

ກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີ ຄັ້ງທີ 5 ສະໄຫມທີ VI​ ໄດ້​ປິດ​ລົງ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້ ທີ່ ເມືອງ​ເງິນ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເງິນ, ໂດຍການເຂົ້າຮ່ວມເປັນກຽດ ຂອງສະຫາຍ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາອົງການປົກຄອງເມືອງເງິນ, ມີບັນດາສະຫາຍ ຄະນະບໍລິຫານງານພັກເມືອງ ແລະ ພາ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ