ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານວັດຖຸຂອງຈີນບັນລຸເຖິງ 24.830 ຕື້ຢວນ, ເພີ່ມຂຶ້ນ 6,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ມູນຄ່າການຄ້າຂາເຂົ້າ-ຂາອອກໃນເດືອນກໍລະກົດເດືອນດຽວມີເຖິງ 3.680 ຕື້ຢວນ, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຈັງຫວະການເຕີບໂຕຕໍ່ເດືອນທຽບໃສ່ປີກາຍໄດ້ຮັກສາຢູ່ໃນລະດັບ 5% ຂຶ້ນໄປໃນ 4 ເດືອນລຽນຕິດ.
ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກຂອງຈີນຕໍ່ອາຊຽນ, ອາຊີກາງ, ອາເມຣິກາລາຕິນ ແລະອາຟຣິກາມີເຖິງ 7.600 ຕື້ຢວນ, ເພີ່ມຂຶ້ນ 9,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການຄ້າຂາເຂົ້າ-ຂາອອກຕໍ່ບັນດາປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ເພີ່ມຂຶ້ນ 7,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສ່ວນການຄ້າກັບປະເທດສະມາຊິກອື່ນໆຂອງ“ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ໄດ້ເພີ່ມຂຶ້ນ 5,7%.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026
ເນື່ອງໃນໂອກາດປີໃໝ່ສາກົນ 2026 ກຳລັງຈະກ້າວເຂົ້າມາເຖິງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສອວຍພອນປີໃໝ່ ແລະ ສົ່ງຄຳອວຍພອນອັນປະເສີດຈາກນະຄອນຫຼວງປັກກິ່ງເຖິງບັນດາທ່ານ ໂດຍຜ່ານວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະອິນເຕີເນັດ.
ຄໍາເຫັນ