ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໄລຍະ 5ເດືອນຕົ້ນປີນີ້ ເພີ່ມຂຶ້ນ 8.83%

ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໄລຍະ 5ເດືອນຕົ້ນປີນີ້ ເພີ່ມຂຶ້ນ 8.83%

ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໄລຍະ 5ເດືອນຕົ້ນປີນີ້ ເພີ່ມຂຶ້ນ 8.83%
ຂະແໜງອຸດສາຫະກຳ ແມ່ນໜຶ່ງໃນຂະແໜງການທີ່ສຳຄັນ ທີ່ເປັນໜຶ່ງໃນປັດໄຈຕົ້ນຕໍ ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ເພື່ອຊ່ວຍໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ຊຶ່ງໃນ 5 ເດືອນຕົ້ນປີ 2025 ຂະແໜງການນີ້ມີຫຼາຍດ້ານການຂະຫຍາຍຕົວ ເປັນຕົ້ນດ້ານອຸດສາຫະກຳປຸ່ງແຕ່ງ ແລະ ຫັດຖະກໍາ ທີ່ຂະຫຍາຍຕົວ ເພີ່ມຂຶ້ນ 8.83%.

 

ບົດລາຍງານຂອງ ທ່ານສອນໄຊສີພັນດອນນາຍົກລັດຖະມົນຕີໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດແລະແຜນເງິນຕາໃນໄລຍະ6ເດືອນຕົ້ນປີ2025ແລະທິດທາງແຜນວຽກຈຸດສູມ6ເດືອນທ້າຍປີ2025 ຕິດພັນກັບການຈັດຕັ້ງປະຕິບັດ2 ວາລະແຫ່ງຊາດແລະການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຕໍ່ກອງປະຊຸມສະໄໝສາມັນເທື່ອທີ9 ຂອງສະພາແຫ່ງຊາດຊູດທີIX ໃນວັນທີ9ມິຖຸນາ ຜ່ານມາໂດຍການເປັນປະທານຂອງທ່ານໄຊສົມພອນພົມວິຫານປະທານສະພາແຫ່ງຊາດ; ໄດ້ໃຫ້ຮູ້ວ່າ: ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃນ3ເດືອນຕົ້ນປີ2025ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປະຕິບັດໄດ້ 4,913.06 ຕື້ກີບ ເທົ່າກັບ 25.03%ຂອງແຜນການ, ເພີ່ມຂຶ້ນ 14.97%ເມື່ອທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ, ໄລຍະ 5 ເດືອນຕົ້ນປີ ປະຕິບັດໄດ້ 7,686.23ຕື້ກີບ, ເທົ່າກັບ 42.61%ຂອງແຜນການ, ເພີ່ມຂຶ້ນ 8.83%ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ໃນການຂະຫຍາຍຕົວດັ່ງກ່າວນີ້, ໂຄງປະກອບຂອງມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງທີ່ກວມສັດສ່ວນສູງກວ່າໝູ່ແມ່ນການຜະລິດສະບຽງອາຫານກວມເອົາ24.23%,ການຜະລິດເຄື່ອງດື່ມກວມ17.08%,ການຜະລິດເຄື່ອງນຸ່ງຫົ່ມກວມ12.44%,ການຜະລິດເຈ້ຍແລະຜະລິດຕະພັນເຈ້ຍກວມ7.84%,ການຜະລິດເຄື່ອງໃຊ້ໄຟຟ້າແລະເຄື່ອງເອເລັກໂຕຼນິກ (ຊິ້ນສ່ວນກ້ອງຖ່າຍຮູບ,ໝໍ້ຫຸງເຂົ້າ,ພັດລົມ,ສາຍໄຟຟ້າ,ດອກໄຟແລະອື່ນໆ) ກວມ5.74%,ການຜະລິດແຮ່ທາດອື່ນໆທີ່ບໍ່ແມ່ນໂລຫະ (ຊີມັງ, ຂົບຫີນ, ເສົາໄຟຟ້າ, ດິນຈີ່, ດິນບ໋ອກ, ກະເບື້ອງ, ແລະອື່ນໆ) ກວມ5.61%,ການຜະລິດຢາງແລະຜະລິດຕະພັນປລາສຕິກກວມ4.06%.ໃນໄລຍະ 6 ເດືອນຕົ້ນປີຄາດວ່າປະຕິບັດໄດ້10,010,95ຕື້ກີບເທົ່າກັບ51%ຂອງແຜນການ (ມະຕິສະພາ: 19,629.31ຕື້ກີບ) ເພີ່ມຂຶ້ນ8,51%ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ໃນນີ້: ໂຄງປະກອບຂອງມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງທີ່ມີອັດຕາສ່ວນສູງກວ່າໝູ່ແມ່ນການຜະລິດສະບຽງອາຫານກວມເອົາ24.24%,ການຜະລິດເຄື່ອງດື່ມກວມ17.07%,ການຜະລິດເຄື່ອງນຸ່ງຫົ່ມກວມ12.30%,ການຜະລິດເຈ້ຍແລະຜະລິດຕະພັນເຈ້ຍກວມ8.25%,ການຜະລິດເຄື່ອງໃຊ້ໄຟຟ້າແລະເຄື່ອງເອເລັກໂຕຼນິກກວມ5.79%,ການຜະລິດຜະລິດຕະພັນແຮ່ທາດອື່ນໆທີ່ບໍ່ແມ່ນໂລຫະ (ຊີມັງ, ຂົບຫີນ, ເສົາໄຟຟ້າ, ດິນຈີ່, ດິນບ໋ອກ, ກະເບື້ອງ, ແລະອື່ນໆ) ກວມ5.59%ແລະການຜະລິດຢາງແລະຜະລິດຕະພັນປລາສຕິກກວມ4.05%.

ນອກຈາກນັ້ນ, ລັດຖະບານ ຍັງໄດ້ສຸມໃສ່ວຽກງານຈໍານວນໜຶ່ງທີ່ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໂດຍສະເພາະການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າເພື່ອທົດແທນການນໍາເຂົ້າຊຶ່ງມີຜົນສໍາເລັດທີ່ພົ້ນເດັ່ນຄື: ໄດ້ຊຸກຍູ້ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ(ODOP) ນັບແຕ່ເດືອນມັງກອນ 2025 ຮອດປັດຈຸບັນແມ່ນສາມາດອອກອະນຸຍາດສິນຄ້າODOPໄດ້ຈໍານວນ 23ຫົວໜ່ວຍແລະ54 ຜະລິດຕະພັນ.

ການຜະລິດສິນຄ້າອຸດສາຫະກໍາເຄື່ອງກໍ່ສ້າງໃນໄລຍະ5ເດືອນຕົ້ນປີ2025:ການຜະລິດຊີມັງໄດ້3,426,823.50ໂຕນ,ສາມາດຕອບສະໜອງການຊົມໃຊ້ພາຍໃນໄດ້ຢ່າງພຽງພໍແລະສາມາດສົ່ງອອກໄປ465,497ໂຕນ,ແຕ່ເຖິງຢ່າງໃດກໍຕາມກໍຍັງມີການນໍາເຂົ້າ217,968.75 ໂຕນຊຶ່ງຈໍານວນໜື່ງແມ່ນການນໍາເຂົ້າເພື່ອຮັບໃຊ້ໂຄງການບໍ່ສາມາດຜະລິດໄດ້ຕາມຄຸນນະພາບແລະມາດຕະຖານທີ່ກໍານົດ; ການຜະລິດເຫຼັກເສັ້ນແລະເຫຼັກຮູບປະພັນໄດ້194,777.01ໂຕນ, ສາມາດຕອບສະໜອງການຄວາມຕ້ອງການຢູ່ຕະຫຼາດພາຍໃນໄດ້51.61%,ສົ່ງອອກ30,959.31ໂຕນແລະມີການນໍາເຂົ້າ213,612.13ໂຕນຊຶ່ງສ່ວນໃຫຍ່ແມ່ນການນາເຂົ້າເພື່ອຮັບໃຊ້ໂຄງການແລະເຫຼັກຮູບປະພັນບາງປະເພດທີ່ບໍ່ສາມາດຜະລິດໄດ້ຢູ່ພາຍໃນເຊັ່ນ: ໂຄງການພະລັງງານລົມ, ເຂື່ອນໄຟຟ້າ,ການກໍ່ສ້າງໃນເຂດພື້ນທີ່ຂຸດຄົ້ນແຮ່ທາດໂປຕາສແລະອື່ນໆເປັນຕົ້ນ;ການຜະລິດທໍ່ຢາງໄດ້6,967.50ໂຕນ,ສາມາດຕອບສະໜອງການຄວາມຕ້ອງການຢູ່ຕະຫຼາດພາຍໃນໄດ້30.73%,ຊຶ່ງບໍ່ມີການສົ່ງອອກ, ແຕ່ມີການນໍາເຂົ້າ15,707.96ໂຕນ;ການຜະລິດນໍ້າສີໄດ້8,060.50ໂຕນ,ສາມາດຕອບສະໜອງຄວາມຕ້ອງການຢູ່ຕະຫຼາດພາຍໃນໄດ້88.24%,ມີການສົ່ງອອກ1,683.10ໂຕນ,ແຕ່ມີການນໍາເຂົ້າ2,757.05ໂຕນ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ