ມອບຜ້າຫົ່ມ ແລະ ກະເປົານັກຮຽນໃຫ້ແຂວງໄຊສົມບູນ

ມູນນິທິຊ່ວຍເຫຼຶອຄົນທຸກຍາກ ນວ ມອບຜ້າຫົ່ມ ແລະ ກະເປົານັກຮຽນໃຫ້ແຂວງໄຊສົມບູນ

ມູນນິທິຊ່ວຍເຫຼຶອຄົນທຸກຍາກ ນວ ມອບຜ້າຫົ່ມ ແລະ ກະເປົານັກຮຽນໃຫ້ແຂວງໄຊສົມບູນ
ໃນຕອນເຊົ້າຂອງວັນທີ 24 ທັນວາຜ່ານມາ, ມູນນິທິຊ່ວຍເຫຼຶອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ ນຳໂດຍ ພະອາຈານ ພົງສະຫວັນ ອານຸສິດ ປະທານມູນນິທິຊ່ວຍເຫຼຶອຄົນທຸກຍາກ ສາຂານະຄອນຫລວງວຽງຈັນ (ນວ) ພ້ອມດ້ວຍຄະນະ ໄດ້ມອບຜ້າຫົ່ມ

 ແລະ ກະເປົານັກຮຽນ ໃຫ້ແກ່ ແຂວງໄຊສົມບູນ ເພື່ອນຳໄປມອບຕໍ່ໃຫ້ແກ່ປະຊາຊົນທີ່ທຸກຍາກ ແລະ ໂຮງຮຽນປະຖົມທີ່ຢູ່ຫ່າງໄກສອກຫຼີກ ທັງ 5 ເມືອງ ຂອງແຂວງໄຊສົມບູນ, ຊຶ່ງໃຫ້ການຕ້ອນຮັບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບເຄື່ອງທີ່ນຳມາມອບຄັ້ງນີ້, ປະກອບມີຜ້າຫົ່ມ 1,500 ຜືນ ແລະ ກະເປົ່ານັກຮຽນ 860 ໜ່ວຍ ລວມມູນຄ່າທັງໝົດ 220 ລ້ານກີບ ເພື່ອນໍາໄປມອບຕໍ່ໃຫ້ແກ່ບ້ານທີ່ຍັງມີຄວາມຫຍຸ້ງຍາກຂາດເຂີນ, ຄອບຄົວພໍ່ແມ່ປະຊາຊົນຜູ້ທີ່ມີຄວາມຫຍຸ້ງຍາກດ້ານເສດຖະກິດ, ຕະຫຼອດຮອດຫຼານນ້ອຍນັກຮຽນ.

ໂອກາດນີ້, ທ່ານເຈົ້າແຂວງ ໄດ້ຕາງໜ້າໃຫ້ການນຳແຂວງ ກໍຄືປະຊາຊົນບັນດາເຜົ່າ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງມູນນິທິຊ່ວຍເຫຼຶອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ທີ່ໄດ້ມີຄວາມເປັນຫ່ວງເປັນໃຍຕໍ່ຊາວ ແຂວງໄຊສົມບູນ ແລະ ໄດ້ນຳເອົາເຄື່ອງລົງມາຊ່ວຍເຫຼືອໃນຄັ້ງນີ້. ຊຶ່ງຫຼັງຈາກໄດ້ຮັບເຄື່ອງແລ້ວ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ບັນດາເມືອງ ຈະພ້ອມກັນຄົ້ນຄວ້າຄັດເລືອກຄອບຄົວປະຊາຊົນ, ໂຮງຮຽນເປົ້າໝາຍ ເພື່ອສືບຕໍ່ນຳເອົາໄປແຈກຍາຍໃຫ້ຜູ້ທີ່ມີຄວາມຈຳເປັນ ແລະ ເຫັນວ່າມີຄວາມຫຍຸ້ງຍາກແທ້ໆຢ່າງທົ່ວເຖິງ. ຄຽງຄູ່ກັນນັ້ນຍັງຈະໄດ້ແນະນຳການຊົມໃຊ້, ປົກປັກຮັກສາໃຫ້ເກີດປະໂຫຍດ ເພື່ອນຳໃຊ້ໃຫ້ຍາວນານທີ່ສຸດ. ໂອກາດນີ້, ທ່ານ ພອຍຄຳ ຮຸ່ງບຸນຍວງ ຍັງໄດ້ມອບໃບຍ້ອງຍໍໃຫ້ກັບມູນນິທິຊ່ວຍເຫຼຶອຄົນທຸກຍາກ ອີກດ້ວຍ.

ຈາກນັ້ນ, ພະອາຈານ ພົງສະຫວັນ ອານຸສິດ ພ້ອມດ້ວຍຄະນະ ຍັງໄດ້ໄປແຈກຢາຍກະເປົານັກຮຽນຈຳນວນ 200 ໜ່ວຍ ແລະ ເຂົ້າໜົມຈໍານວນໜຶ່ງ ໃຫ້ກັບນ້ອງນັກຮຽນ ຢູ່ໂຮງຮຽນມັດທະຍົມສົມບູນ ກິນນອນຊົນເຜົ່າມິດຕະພາບເມືອງອະນຸວົງ.

(ຂ່າວ: ນາງ ຄຳໝັ້ນ ພຽງພິລາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນຳກະຊວງ ກສ ລົງຊີ້ນໍາການແກ້ໄຂບັນຫາໄຟໄໝ້ລາມປ່າ ຢູ່ເຂດພູເຂົາຄວາຍ ແລະ ພູພະນັງ

ການນຳກະຊວງ ກສ ລົງຊີ້ນໍາການແກ້ໄຂບັນຫາໄຟໄໝ້ລາມປ່າ ຢູ່ເຂດພູເຂົາຄວາຍ ແລະ ພູພະນັງ

ກອງປະຊຸມຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ນຍ ແລະ ຕິດຕາມສະພາບໄຟ ໄໝ້ລາມປ່າ ຢູ່ເຂດອຸທິຍານແຫ່ງຊາດພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ ໄດ້ຈັດຂຶ້ນໃນວັນທີ 20 ເມສາ ນີ້ ທີ່ຫ້ອງວ່າການແຂວງວຽງຈັນ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ແລະ ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽຈັນ, ເຂົ້າຮ່ວມມີບັນດາຮອງຄະນະອົງການປົກຄອງແຂວງວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກການຈາກຂັ້ນແຂວງ ແລະ ຂັ້ນເມືອງທີ່ກ່ຽວຂ້ອງ.
7 ວັນໄລຍະສະຫຼອງປີໃໝ່ລາວ ທົ່ວປະເທດມີອຸບັດເຫດເກີດຂຶ້ນ 228 ລາຍ

7 ວັນໄລຍະສະຫຼອງປີໃໝ່ລາວ ທົ່ວປະເທດມີອຸບັດເຫດເກີດຂຶ້ນ 228 ລາຍ

ທ່ານ ພັອ ຄຳສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນປະເທດ (ປກສ) ໄດ້ຖະແຫຼງຂ່າວກ່ຽວກັບສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນອຸບັດເຫດຈະລາຈອນທາງບົກ ໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພ.ສ 2569. 7 ວັນອັນຕະລາຍ ເລີ່ມແຕ່ວັນທີ 12-18 ເມສາ 2026 ຕໍ່ສື່ມວນຊົນໃນວັນທີ 20 ເມສານີ້, ທີ່ກົມໃຫຍ່ຕໍາຫຼວດວ່າ: ທົ່ວປະເທດ ພົບເຫັນຜູ້ລະເມີດຈະລາຈອນທັງໝົດ 11,002 ຄົນ ຍິງ 4,530 ຄົນ, ໄດ້ສຶກສາອົບຮົມ 9,880 ຄົນ; ກວດກາຈັບຄວາມໄວທັງໝົດພົບເຫັນນໍາໃຊ້ຄວາມໄວເກີນກໍານົດທັງໝົດ 11,22 ຄັນ, ຄວາມໄວສູງສຸດ 122 ກິໂລແມັດ/ຕໍ່ຊົ່ວໂມງ; ກວດພົບທາດເຫຼົ້າໃນຮ່າງກາຍ ເກີນກໍານົດ150 ຄົນ. ໃນນັ້ນ, ໄດ້ກັກພາຫະນະທັງໝົດ 52 ຄັນ, ກັກເອກະສານ 42 ໃບ (ໃບຂັບຂີ່ 42 ໃບ).
ສສຍລ ເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງ

ສສຍລ ເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງ ສໍາລັບພະ ນັກງານການນໍາສະຫະພັນແມ່ຍິງກະຊວງ-ອົງການ, ແຂວງ ແລະ ພະນັກງານຫຼັກແຫຼ່ງຂອງ ສສຍລ ຂຶ້ນໃນວັນທີ 20 ເມສານີ້ ທີ່ສູນອົບຮົມແມ່ຍິງລາວ ໂດຍການເຂົ້າຮ່ວມ ແລະ ກ່າວເປີດພິທີຂອງທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ພ້ອມດ້ວຍສໍາມະນາກອນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ເປີດນໍາໃຊ້ລົດເມດ່ວນ BRT ຢ່າງເປັນທາງການ

ເປີດນໍາໃຊ້ລົດເມດ່ວນ BRT ຢ່າງເປັນທາງການ

ພິທີເປີດບໍລິການລົດເມດ່ວນ (BRT) ເຊື່ອມຕໍ່ຈາກສະຖານີດັ່ງ​ກ່າວ ຈັດ​ຂຶ້ນ​ໃນວັນທີ 20 ເມສານີ້, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ມີທ່ານ ຈັນທະລາ ພົມມະຈັກ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບຸນຍະວັດ ນິຣະໄຊ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ມວນຊົນຊາວຫຼວງພະບາງ ອັງເຊີນອົງພະບາງພຸດທະຣາວັນ ກັບຄືນປະດິດສະຖານທີ່ຫໍພະບາງ

ມວນຊົນຊາວຫຼວງພະບາງ ອັງເຊີນອົງພະບາງພຸດທະຣາວັນ ກັບຄືນປະດິດສະຖານທີ່ຫໍພະບາງ

ການຫົດສົງອົງພະບາງພຸດທະຣາວັນ ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫວ້ຂອງປວງຊົນລາວທັງຊາດ ໃນໂອກາດບຸນຕຸດສົງການປີໃໝ່ລາວ ຈສ 1388 ໄດ້ສໍາເລັດຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ່ 20 ເມສານີ້, ພາຍຫຼັງທີ່ໄດ້ອັງເຊີນຈາກຫໍພະບາງ ໃນຫໍພິພິທະພັນແຫ່ງຊາດຫຼວງພະບາງ ມາຫົດສົງຢູ່ວັດໃໝ່ ສຸວັນນະພູມມາຣາມ ນັບແຕ່ວັນທີ່ 17 ຜ່ານມາ ແລະໄດ້ຈັດພິທີອາຣາດຖະນາອົງພະບາງ ກັບຄືນປະທັບທີ່ຫໍພະບາງຕາມເດີມ.
ກົມປ່າໄມ້ ສົມທົບກັບ ອົງການປົກຄອງເມືອງ ດັບໄຟປ່າ

ກົມປ່າໄມ້ ສົມທົບກັບ ອົງການປົກຄອງເມືອງ ດັບໄຟປ່າ

ໃນວັນທີ 18 ເມສາ ຜ່ານມານີ້, ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ປະສານສົມທົບກັບກອງອຸທິຍານແຫ່ງຊາດ ພູເຂົາຄວາຍ, ອົງການປົກຄອງແຂວງບໍລິຄຳໄຊ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມມືກັນຕ້ານ ແລະ ສະກັດກັ້ນໄຟໄໝ້ລາມປ່າ ຢູ່ເຂດອຸທິຍານແຫ່ງຊາດພູເຂົາຄວາຍ ໂດຍສະເພາະຢູ່ເມືອງທ່າພະບາດ (ບ້ານນາໄຊ ແລະ ບ້ານໄຊສະຫວ່າງ).
ຕິດຕາມສະພາບການໄຟໄໝ້ລາມປ່າ ໃນເຂດພູເຂົາຄວາຍ

ຕິດຕາມສະພາບການໄຟໄໝ້ລາມປ່າ ໃນເຂດພູເຂົາຄວາຍ

ໃນວັນທີ 17 ເມສາ ຜ່ານມາ, ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ສີລິລາດທົງສິງ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການນະຄອນຫຼວງວຽງຈັນ ພ້ອມດ້ວຍ ບັນດາເລຂາພັກເມືອງ ແລະ ປະທານຄະນະກຳມະການປົກຄອງເມືອງທີ່ກ່ຽວຂ້ອງ, ກົມປ່າໄມ້ ນໍາພາໂດຍ ທ່ານ ທຸມທອນ ວົງວີສຸກ ຮອງຫົວໜ້າກົມປ່າໄມ້ ພ້ອມດ້ວຍຄະນະວິຊາການ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມກັນລົງພື້ນທີ່ ເພື່ອຕິດຕາມສະພາບການໄຟໄໝ້ລາມປ່າ ໃນເຂດພູເຂົາຄວາຍ.
ໄຕ​ມາດ​ທີ​ໜຶ່ງ ​ປີ 2026 ກໍາ​ປູ​ເຈຍ​ ​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນ 146 ໂຄງການ​

ໄຕ​ມາດ​ທີ​ໜຶ່ງ ​ປີ 2026 ກໍາ​ປູ​ເຈຍ​ ​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນ 146 ໂຄງການ​

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ບົດ​ລາຍ​ງານ​ສະ​ບັບ​ຫຼ້າ​ສຸດ​ຂອງ​ສະ​ພາ​ການ​ພັດ​ທະ​ນາ​ກຳ​ປູ​ເຈຍ ​ໃຫ້ຮູ້​ວ່າ, ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ 2026, ສະ​ພາ​ການ​ພັດ​ທະ​ນາ​ກຳ​ປູ​ເຈຍ​ ໄດ້​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນທັງ​ໝົດ 146 ໂຄງ​ການ, ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ຕາມ​ສັນ​ຍາ​ ມີເຖິງ 2 ຕື້ 500 ລ້ານ​ໂດ​ລາ ຊຶ່ງຈະ​ສາມາດສ້າງວຽກເຮັດງານທໍາ​ໄດ້ 82,000 ຕໍາ​ແໜ່ງ.
ໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານສາກົນນາເພົ້າ ຄືບໜ້າ 11%

ໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານສາກົນນາເພົ້າ ຄືບໜ້າ 11%

ວັນທີ 19 ເມສາຜ່ານມານີ້, ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມດ້ວຍຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກການກ່ຽວຂ້ອງຂອງແຂວງ ແລະ ບໍລິສັດຮັບເໝົາການກໍ່ສ້າງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 12 ແລະ ຕິດຕາມການແກ້ໄຂ ບັນຫາການສັນຈອນລົດບັນທຸກ ໃນທາງຂຶ້ນຫາດ່ານ ຊ່ວງຈຸດສຸມຫຼັງຄັງ ຫາ ດ່ານນາເພົ້າມີຄວາມຍາວ 18 ກິໂລແມັດ.
ເມືອງໂຂງ ມີອຸປະຕິເຫດເກີດຂຶ້ນໃນໄລຍະບຸນປີໃໝ່ 1 ລາຍ

ເມືອງໂຂງ ມີອຸປະຕິເຫດເກີດຂຶ້ນໃນໄລຍະບຸນປີໃໝ່ 1 ລາຍ

ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ນີ້, ສະຖິຕິອຸປະຕິເຫດຢູ່ເມືອງໂຂງ ແຂວງຈຳປາສັກ ເຫັນວ່າມີຕົວເລກຫຼຸດລົງເມື່ອທຽບກັບປີຜ່ານມາ, ເຖິງແມ່ນວ່າຍັງມີຜູ້ເສຍຊີວິດ 1 ຄົນ ກໍຕາມ.
ເພີ່ມເຕີມ