ເມືອງ ໄຊຍະບູລີ ປາຖະກະຖາ 2 ວັນປະຫວັດສາດທີ່ສຳຄັນຂອງຊາດ

ເມືອງ ໄຊຍະບູລີ ປາຖະກະຖາ 2 ວັນປະຫວັດສາດທີ່ສຳຄັນຂອງຊາດ

ເມືອງ ໄຊຍະບູລີ ປາຖະກະຖາ 2 ວັນປະຫວັດສາດທີ່ສຳຄັນຂອງຊາດ
ວັນທີ 10 ເມສານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດຄື: ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 64 ປີ (5 ເມສາ 1961-5 ເມສາ 2025), ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 70 ປີ (14 ເມສາ 1955-14 ເມສາ 2025),

 ທີ່ຫ້ອງປະຊຸມຫ້ອງວ່າການເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ໄຊຍະບູລີ.

ທ່ານ ເສນ ພັນລັກ ໄດ້ຍົກໃຫ້ເຫັນເຖີງຄວາມສໍາຄັນວັນດັ່ງກ່າວວ່າ: ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກຳລັງປະກອບອາວຸດປະຕິວັດອັນແຫຼມຄົມ ໂດຍແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານ; ເປັນກຳລັງທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ; ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກຳເນີດເຕີບໃຫຍ່ ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວລາໃດກໍມີມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານ, ມີນໍ້າໃຈເສຍສະລະເດັດດ່ຽວບໍ່ຍອມຈຳນົນ, ມີຄວາມສັດຊື່ບໍລິສຸດ ແລະ ມີ ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ. ຈາກນັ້ນ, ໃນພິທີທ່ານຍັງໄດ້ໃຫ້ກຽດປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 70 ປີຕື່ມອີກ.

(ຂ່າວ-ພາບ: ສົມພົງ ສີສະຫັວດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ (9 ມັງກອນ 1966-9 ມັງກອນ 2026) ໃນວັນທີ 15 ມັງກອນນີ້, ເຂົ້າຮ່ວມມີທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທ່ານ ພັອ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ເມືອງສິງ ແຂວງຫຼວງນໍ້າທາ ຝຶກອົບຮົມກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X, ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ແລະ ແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ຂຶ້ນໃນວັນທີ 15 ມັງກອນ 2026ນີ້ ຢູ່ທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ເມືອງ,ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ກອງປະຊຸມປືກສາຫາລື ກະກຽມເກັບກຳຂໍ້ມູນສະຖິຕິພົນລະເມືອງຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊີກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຂຶ້ນໃນວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ອູ່ທອງຄໍາ ຄະນະປະຈໍາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ.
ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ ແລະ ນໍາສະເໜີສະພາບການ ພ້ອມສິ່ງທ້າທາຍຂອງການສຶກສາຮຽນຮ່ວມໃນ ສປປ ລາວ ເມື່ອວັນທີ 12 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ ແລະ ທ່ານ ໂນບູຢູກິ ຜູ້ຕາງໜ້າອາວຸໂສອົງການໄຈກາ ປະຈໍາລາວ ພ້ອມດ້ວຍຜູ້ແທນຈາກອົງການຄົນພິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສກລ ຈັດຫຼາຍກິດຈະກຳສະຫຼອງ 70 ປີ ຢ່າງຍິ່ງໃຫຍ່

ສກລ ຈັດຫຼາຍກິດຈະກຳສະຫຼອງ 70 ປີ ຢ່າງຍິ່ງໃຫຍ່

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ສ້າງຕັ້ງສະຫະພັນກຳມະບານລາວ ​ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ (ສກລ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອກະກຽມສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຂຶ້ນໃນວັນທີ 15 ມັງກອນນີ້ ທີ່ ສກລ.
ບໍລິສັດ ກາເຟພູເບ້ຍ ເອົາໃຈໃສຊ່ວຍເຫຼືອສັງຄົມດ້ວຍດີຕະຫຼອດມາ

ບໍລິສັດ ກາເຟພູເບ້ຍ ເອົາໃຈໃສຊ່ວຍເຫຼືອສັງຄົມດ້ວຍດີຕະຫຼອດມາ

ບໍລິສັດ ກາເຟພູເບ້ຍ ຈໍາກັດຜູ້ດຽວ ບໍ່ພຽງແຕ່ເຮັດທຸລະກິດ ບໍລິການຂາຍກາເຟ ເພື່ອສ້າງລາຍຮັບແຕ່ຢ່າງດຽວ, ຄຽງຄູ່ກັນນັ້ນທາງບໍລິສັດຍັງໄດ້ເອົາໃຈໃສ່ດ້ວຍດີຕະຫຼອດມາໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະ ໃນວັນສຳຄັນຂອງພັກ-ຊາດ ແລະ ເຫດການສຳຄັນຕ່າງໆທາງສັງຄົມ.
ງານເທດສະການອາຫານລາວປີ 2026 ຈະຈັດຂຶ້ນທ້າຍເດືອນມັງກອນນີ້

ງານເທດສະການອາຫານລາວປີ 2026 ຈະຈັດຂຶ້ນທ້າຍເດືອນມັງກອນນີ້

ພິທີຖະແຫຼງຂ່າວງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂັວນ: ສໍາພັດຄວາມເປັນລາວຜ່ານລົດຊາດອາຫານລາວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນນີ້ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ແລະ ໃຫ້ກຽດຖະແຫຼງຂ່າວຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ (ສທຍ) ປະທານຄະນະກໍາມະການຈັດງານເທດສະການອາຫານລາວປີ 2026, ມີທ່ານ ດາວວອນ ພະຈັນທະວົງ ຮອງປະທານຜູ້ປະຈໍາການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ມີຄະນະປະທານ, ສື່ມວນຊົນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງໂຂງ ເລັ່ງສະກັດກັ້ນການລະບາດຂອງພະຍາດປາກເປື່ອຍລົງເລັບ ໃນງົວ

ເມືອງໂຂງ ເລັ່ງສະກັດກັ້ນການລະບາດຂອງພະຍາດປາກເປື່ອຍລົງເລັບ ໃນງົວ

ໃນລະຫວ່າງວັນທີ 2 ທັນວາ 2025 ຫາ 12 ມັງກອນ 2026, ໄດ້ມີລາຍງານການລະບາດຂອງ ພະຍາດປາກເປື່ອຍລົງເລັບ (FMD) ໃນຫຼາຍບ້ານຂອງເມືອງໂຂງ ແຂວງຈຳປາສັກ, ຊຶ່ງສົ່ງຜົນກະທົບຕໍ່ສັດລ້ຽງ (ງົວ) ຂອງພໍ່ແມ່ປະຊາຊົນເປັນຈຳນວນຫຼາຍ. ດ່ັງນັ້ນ, ໃນວັນທີ 15 ມັງກອນ 2026 ນີ້, ທ່ານ ພອນໄຊ ວິຣິຍະວົງສາ ຫົວໜ້າກຸ່ມວຽກສັດຕະວະແພດ ຈາກຂະແໜງລ້ຽງສັດ ແລະ ການປະສົງ (ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ) ພ້ອມວິຊາການໄດ້ລົງເຄື່ອນໄຫວສັກຢາປ້ອງກັນພະຍາດສັດຢູ່ກຸ່ມຫາດຊາຍຄູນ ແລະ ກຸ່ມກະດັນ. ໃນນີ້, ມີບ້ານ ຫາດຊາຍຄູນ, ສາມຄ້າງ, ເວີນຂາວ, ພຽງດີ, ຊົນລະວຽງ ແລະ ບ້ານຂີ້ນາກ.
ສສຊ ແລະ ສສຂ ລົງເຄືີ່ອນໄຫວພົບປະຜູ້ມີສິດເລືອກຕັັ້ງ ຢູ່ເມືອງໄຊພູທອງ

ສສຊ ແລະ ສສຂ ລົງເຄືີ່ອນໄຫວພົບປະຜູ້ມີສິດເລືອກຕັັ້ງ ຢູ່ເມືອງໄຊພູທອງ

ໃນວັນທິ 14 ມັງກອນ 2026, ຄະນະສະມາຊິກສະພາແຫ່ງຊາດ ຊຶ່ງນໍາໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນເຂດ, ມີທ່ານ ຄໍາຜັນ ຄູນສະຫວັນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ຮອງປະທານສະພາປະຊາຊົນແຂວງ ໄດ້ລົງເຄືີ່ອນໄຫວພົບປະຜູ້ມີສິດເລືອກຕັັ້ງ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທືີ່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ IV ຢູ່ເມືອງໄຊພູທອງ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ວັນແສງ ແກ້ວບຸນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໄຊພູທອງ, ມີບັນດາຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ອຳນາດການປົກຄອງບ້ານ, ຄູ-ອາຈານ ໃຫ້ການຕ້ອນຮັບ.
ມອບຜ້າຫົ່ມ ໃຫ້ 4 ບ້ານຂອງເມືອງໄຊບົວທອງ ເພື່ອແກ້ໄຂຜົນກະທົບຈາກໄພໜາວ

ມອບຜ້າຫົ່ມ ໃຫ້ 4 ບ້ານຂອງເມືອງໄຊບົວທອງ ເພື່ອແກ້ໄຂຜົນກະທົບຈາກໄພໜາວ

ວັນທີ 14 ມັງກອນ 2026, ຢູ່ທີ່ບ້ານນາຫຼວງ ເມືອງໄຊບົວທອງ ແຂວງຄໍາມ່ວນ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ມອບຜ້າຫົ່ມ ໃຫ້ແກ່ຄອບຄົວທີ່ທຸກຍາກ ຈໍານວນ 40 ຄອບຄົວ ໃນ 4 ບ້ານ ຂອງເມືອງໄຊບົວທອງ ປະກອບມີ: ບ້ານນາຫຼວງ, ຕໍເຮືອ, ຜາສອງ ແລະ ບ້ານນາກະດອມ, ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ປະທານຄະນະກຳມະການຄຸ້ມຄອງໄພພິບັດແຂວງຄໍາມ່ວນ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການ ຕ່າງປະເທດ ກຳມະການອະນຸກຳມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍການນໍາຂອງແຂວງ, ການນໍາເມືອງໄຊບົວທອງ, ຂະແໜງການກ່ຽວຂ້ອງ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ເພີ່ມເຕີມ