![]() |
ທ່ານ ຄໍາພັນ ພັນທະວົງ ໄດ້ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແມ່ນບັນຫາທີ່ເກີດຂຶ້ນມາດົນນານແລ້ວໃນທົ່ວໂລກ ແລະ ປັດຈຸບັນ ກາຍເປັນປະກົດການຫຍໍ້ທໍ້ອັນໜຶ່ງໃນສັງຄົມ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍແມ່ນມີຫຼາຍສາເຫດຄື: ຍ້ອນຮີດຄອງປະເພນີ, ທຳນຽມປະຕິບັດ, ຄວາມເຊື່ອຖື, ຄວາມທຸກຍາກ, ທັດສະນະຂອງສັງຄົມຕໍ່ແມ່ຍິງ, ລະດັບການສຶກສາ ແລະ ອື່ນໆ. ຄວາມຮຸນແຮງທີ່ເກີດຂຶ້ນມັນໄດ້ສົ່ງຜົນກະທົບທາງດ້ານຮ່າງກາຍ, ຈິດໃຈ ແລະ ເປັນອຸປະສັກກີດຂວາງເຮັດໃຫ້ແມ່ຍິງບໍ່ໄດ້ເຂົ້າຮ່ວມໃນການພັດທະນາ ແລະ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ. ນອກຈາກນີ້, ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຍັງສົ່ງຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດ - ສັງຄົມ. ສະນັ້ນ, ພັກ - ລັດຖະບານ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ກັບບັນຫາດັ່ງກ່າວ ໂດຍໄດ້ເອົາໃຈໃສ່ໃນການສົ່ງເສີມຄວາມສະເໝີພາບ ແລະ ຄວາມເທົ່າທຽມກັນລະຫວ່າງຍິງ-ຊາຍທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ ແລະ ຄອບຄົວ, ລົບລ້າງທຸກຮູບການໃນການຈຳແນກແມ່ຍິງ, ເອົາໃຈໃສ່ໃນການປົກປ້ອງຊ່ວຍເຫຼືອເດັກ ແລະ ສ້າງມາດຕະການເພື່ອໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທັງຢູ່ພາຍໃນ ແລະ ຕ່າງປະເທດ ຊຶ່ງໄດ້ສະແດງອອກໃນບັນດານິຕິກຳ ແລະ ນະໂຍບາຍທີ່ໄດ້ຮັບຮອງແລ້ວຄື: ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ແຜນດຳເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ .
(ຂ່າວ-ພາບ: ສາຍຄຳ ບຸນຍາວົງ)

ຄໍາເຫັນ