ເມືອງບໍ່ແຕນ ສະຫຼອງ 6 ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ

ເມືອງບໍ່ແຕນ ສະຫຼອງ 6 ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ

ເມືອງບໍ່ແຕນ ສະຫຼອງ 6 ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະກາດເອກະລາດຄົບຮອບ 80 ປີ(12/10/1945-12/10/2025), ວັນສ້າງຕັ້ງການທູດລາວຄົບຮອບ 80 ປີ(7/10/1945-7/10/2025), ວັນຄູແຫ່ງຊາດ 7 ຕຸລາຄົບຮອບ 31 ປີ (7/10/1994-7/10/2025), ວັນວິທະຍາສາດແຫ່ງຊາດຄົບຮອບ 38 ປີ(12/10/1987-12/10/2025), ວັນຄົນພິການແຫ່ງຊາດຄົບຮອບ 33 ປີ (3/12/1992-3/12/2025) ແລະວັນຜູ້ອາຍຸສູງສາກົນຄົບຮອບ 26 ປີ (1/10/1999-1/10/2025). ດັ່ງນັ້ນ, ຄະນະບໍລິຫານງານພັກເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຫຼາຍກິດຈະກຳເປັນຕົ້ນແມ່ນການກວດສຸຂະພາບໃຫ້ຜູ້ອາຍຸສູງ, ກາຍຍະບໍລິຫານ, ຈົກສະຫຼາກຮັບຂອງຂວັນສຳລັບຜູ້ອາຍຸສູງ, ມອບຂອງຂວັນໃຫ້ຄົນພິການ ແລະ ຊົມການສະແດງສິລະປະວັນນະຄະດີຂອງນ້ອງນັກຮຽນ.
ເມອງບແຕນ ສະຫອງ 6 ວນປະຫວດສາດສຳຄນຂອງຊາດ, ຂອງພກ - image 1
 

ຈາກນັ້ນ, ກໍໄດ້ຈັດພິທີປາຖະກະຖາ 6 ວັນປະຫວັດສາດດັ່ງກ່າວຂຶ້ນຢູ່ທີສະໂມສອນໃຫຍ່ຂອງເມືອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນພະລັງ ວິໄລສັກ ເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານຫຼັກແຫຼ່ງ, ຄູ-ອາຈານ, ພະນັກງານອາວຸໂສບຳນານ, ຜູ້ອາຍຸສູງ ແລະ ຄົນພິການເຂົ້າຮ່ວມ.

ທ່ານ ບຸນພະລັງ ວິໄລສັກ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງ 6 ວັນດັງກ່າວ, ການປາຖະກະຖາໃນຄັ້ງນີ້, ກໍເພື່ອເຮັດໃຫ້ສະມາຊິກພັກ - ພະນັກງານໄດ້ຮັບຮູ້, ເຂົ້າໃຈ, ກຳໄດ້ເນື້ອໃນສຳຄັນຂອງ 6 ວັນປະຫວັດສາດດັ່ງກ່າວ.

(ຂ່າວ-ພາບ: ສາຍຄຳ ບຸນຍາວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ສີໜຸກ ກາເຟລາວ ຈະເປີດຢ່າງເປັນທາງການໃນຕົ້ນເດືອນພະຈິກ

ບໍລິສັດ ສີໜຸກ ກາເຟລາວ ຈະເປີດຢ່າງເປັນທາງການໃນຕົ້ນເດືອນພະຈິກ

ບໍລິສັດ ສີໜຸກ ກາເຟລາວ ເປັນທີ່ຮູ້ຈັກກັນດີກາເຟສີໜຸກ ເປັນໜຶ່ງຜະລິດຕະພັນຂອງຄົນລາວທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດເປັນເວລາ 30 ປີ ຈົນມາເຖິງປັດຈຸບັນໄດ້ຂະຫຍາຍເຄືອຂ່າຍຮ້ານກາເຟສີໜຸກທັງພາຍໃນນະຄອນຫຼວງວຽງຈັນ (ນວ) ແລະ ຕ່າງແຂວງ ເຮັດໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງມີຄຸນນະພາບ, ມີຄວາມຍືນຍົງ ແລະ ມີເອກະລັກສະເພາະຕົວ. ປັດຈຸບັນກໍາລັງຈະເປີດສໍານັກງານໃຫຍ່ສີໜຸກ ພາວີລ້ຽນ ຫຼື ບໍລິສັດສີໜຸກ ກາເຟລາວຂຶ້ນຢ່າງເປັນທາງການໃນຕົ້ນເດືອນພະຈິກ 2025 ນີ້.
ອອປສ ປາຖະກະຖາມນູນເຊື້ອວັນປະກາດເອກະລາດ ຄົບຮອບ 80 ປີ

ອອປສ ປາຖະກະຖາມນູນເຊື້ອວັນປະກາດເອກະລາດ ຄົບຮອບ 80 ປີ

ອົງການໄອຍະການ ປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມປາຖະກະຖາຫວນຄືນນູນເຊື້ອວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945 - 12 ຕຸລາ 2025) ຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ ອອປສ ໃຫ້ກຽດປາຖະກະຖາ ໂດຍທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຊຶ່ງມີຮອງຫົວໜ້າ ອອປສ, ບັນດາຫົວໜ້າກົມ-ຮອງກົມ ແລະ ພະນັກງານນຳພາເຂົ້າຮ່ວມຮັບຟັງ.
ທນບ ຮ່ວມມື “ພັດທະນາທຸລະກິດກະສິກໍາລາວ ໃຫ້ເຂັ້ມແຂງ”

ທນບ ຮ່ວມມື “ພັດທະນາທຸລະກິດກະສິກໍາລາວ ໃຫ້ເຂັ້ມແຂງ”

ໃນວັນທີ 10 ຕຸລາ 2025 ນີ້,ໄດ້ບັນລຸການເຊັນສັນຍາ ບັນທຶກຕົກລົງ (MOA) ຮ່ວມມືຍຸດທະສາດ 3 ຝ່າຍ ທີ່ສໍານັກງານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ-LNCCI) ລະຫວ່າງ “ສຄອຊ - ສະມາຄົມທຸລະກິດກະສິກໍາລາວ (ສຄກລ-LABA) - ທະນາຄານນະໂຍບາຍ (ທນບ-NBB)” ພາຍໃຕ້ໂຄງການຮ່ວມມື “ພັດທະນາທຸລະກິດກະສິກໍາລາວໃຫ້ເຂັ້ມແຂງ” ບົນເນື້ອໃນຈິດໃຈ ເປັນຄູ່ຮ່ວມຍຸດທະສາດຍາວນານ ຕ່າງຝ່າຍ ຕ່າງສະໝັກໃຈຮ່ວມ, ສະເໝີ ພາບ ແລະ ມີຜົນປະໂຫຍດຮ່ວມກັນ. ສ້າງກົນໄກໃນການສະໜັບສະໜູນບັນດາລາຍການສິນຄ້າ ທີ່ເປັນທ່າແຮງນອນຢູ່ໃນ ບູລິມະສິດຂອງລັດຖະບານ, ສົ່ງເສີມຕ່ອງໂສ້ຜະລິດ ແລະ ປຸງແຕ່ງສິນຄ້າກະສິກໍາ ໃຫ້ຕອບສະໜອງຄວາມຕ້ອງການຕະຫຼາດ ທົດແທນການນໍາເຂົ້າ ແລະ ຮ່ວມມືກຽມຄວາມພ້ອມປະຕິບັດເງື່ອນໄຂການເຂົ້າເຖິງແຫຼ່ງທຶນ ຕົ້ນທຶນທາງການເງິນທີ່ເໝາະສົມຈາກແຫຼ່ງພາຍໃນ ແລະ ຕ່າງປະເທດ ຕາມແນວທາງນະໂຍບາຍ ຂອງລັດຖະບານໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມທິດເຊື່ອມໂຍງ, ເຊື່ອມຈອດ ແລະ ຍືນຍົງ.
ປິດຊຸດອົບຮົມຄູຝຶກ ການອ່ານ ແລະ ແປອັກສອນລາວເດີມໃນໜັງສືຜູກໃບລານ

ປິດຊຸດອົບຮົມຄູຝຶກ ການອ່ານ ແລະ ແປອັກສອນລາວເດີມໃນໜັງສືຜູກໃບລານ

ຊຸດຝຶກອົບຮົມການເປັນຄູຝຶກການອ່ານ ແລະ ແປອັກສອນລາວເດີມໃນໜັງສືຜູກໃບລານໄດ້ປິດລົງໃນວັນທີ 10 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍຫຼັງທີ່ໄດ້ເປີດມາແຕ່ວັນທີ 6 ຕຸລາຜ່າມມາ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ດາລານີ ພົມມະວົງສາ ຄະນະປະຈຳພັກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີບັນດາວິທະ ຍາກອນ, ສຳມະນາກອນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຕຳແໜ່ງບໍລິຫານ, ປະດັບ, ເລື່ອນ ແລະ ທຽບຊັ້ນນັກການທູດໃຫ້ພະນັກງານ

ປະກາດການຈັດຕັ້ງຕຳແໜ່ງບໍລິຫານ, ປະດັບ, ເລື່ອນ ແລະ ທຽບຊັ້ນນັກການທູດໃຫ້ພະນັກງານ

ໃນວັນທີ 7 ຕຸລາຜ່ານມານີ້ ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດສັບຊ້ອນເລື່ອນຕຳ ແໜ່ງບໍລິຫານ ແລະ ຊັ້ນນັກການທູດ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດເຂົ້າຮ່ວມ ຈຳນວນທັງໝົດ 273 ທ່ານ ຍິງ 110 ທ່ານ.
ເຜີຍແຜ່ການເຊື່ອມໂຍງກົນໄກການຮ່ວມມືທາງດ້ານກົດໝາຍຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ

ເຜີຍແຜ່ການເຊື່ອມໂຍງກົນໄກການຮ່ວມມືທາງດ້ານກົດໝາຍຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ

ໃນວັນທີ 9 ຕຸລາ ຜ່ານມານີ້ ທີ່ຫ້ອງປະຊຸມຂອງໂຮງແຮມເອັຣບູຕິກ ເມືອງວັງວຽງ ແຂວງວຽງຈັນ. ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການເຊື່ອມໂຍງກົນໄກການຮ່ວມມືທາງດ້ານກົດໝາຍຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃນການແກ້ໄຂບັນຫາອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທ່ານຄະນະກົມ ແລະ ຄະນະພະແນກຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ ແລະ ສານປະຊາຊົນ, ອົງການໄອຍະການປະຊາຊົນສູງສຸດ, ພະແນກ, ພະນັກງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງບັນດາແຂວງພາກກາງເຂົ້າຮ່ວມຢ່າງພ້ອມພຽງ.
ສານອວຍພອນຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ  ເນື່ອງໃນວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ

ສານອວຍພອນຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ ເນື່ອງໃນວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ

ຮຽນ: ບັນດາທ່ານການນໍາພັກ-ລັດທີ່ເຄົາລົບ ແລະ ນັບຖືຢ່າງສູງ - ບັນດາທ່ານຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ - ບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ສະມາຄົມ ແລະ ຜູ້ປະກອບການ, ນັກຄົ້ນຄວ້າວິທະຍາ ສາດ, ພະນັກງານ ແລະ ຄູ-ອາຈານ ນັກຮຽນຮູ້, ນັກສຶກສາ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດທີ່ຮັກແພງທັງຫຼາຍ !.
ຫຼວງພະບາງ ຝຶກອົບຮົມ ການແກ້ໄຂບັນຫາການຕ້ານຕໍ່ຢາຕ້ານເຊື້ອໃຫ້ວິຊາການ

ຫຼວງພະບາງ ຝຶກອົບຮົມ ການແກ້ໄຂບັນຫາການຕ້ານຕໍ່ຢາຕ້ານເຊື້ອໃຫ້ວິຊາການ

ວັນທີ 9 ຕຸລານີ້ ຢູ່ພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ຈັດກອງປະຊຸມການຝຶກອົບຮົມ ແກ້ໄຂບັນຫາການຕ້ານຕໍ່ຢາຕ້ານເຊື້ອ (AMR) ໃນລະດັບທ້ອງຖິ່ນ ໂດຍນຳໃຊ້ວິທີການ "ສຸຂະພາບໜຶ່ງດຽວ" (One Health), ມີທ່ານ ນາງ ສຸພາພອນ ພະນາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ, ມີຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມ, ໂຮງຮຽນສັດຕະວະແພດ ປະເທດຝຣັ່ງ ແລະ ວິຊາການ ເຂົ້າຮ່ວມ.
ກອງປະຊຸມການສົ່ງເສີມ ແລະ ໂຄສະນາກິດຈະກຳ ຕະຫຼາດທ່ອງທ່ຽວຢູ່ແຂວງສາລະວັນ.

ກອງປະຊຸມການສົ່ງເສີມ ແລະ ໂຄສະນາກິດຈະກຳ ຕະຫຼາດທ່ອງທ່ຽວຢູ່ແຂວງສາລະວັນ.

ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງສາລະວັນ ຈັດກອງປະຊຸມສົ່ງເສີມ ແລະ ໂຄສະນາກິດຈະກຳ ການຕະຫຼາດທ່ອງທ່ຽວຢູ່ແຂວງສາລະວັນຂຶ້ນ ໃນວັນທີ 9 ຕຸລານີ້ ທີ່ຫ້ອງປະຊຸມຂອງຕົນ, ໂດຍການເປັນປະທານຂອງ ທ່ານ ບຸນກ່ອງ ເກດທອງຄຳ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ມີທ່ານ ພູທອນ ດາລາລົມ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະທ່ອງທ່ຽວ, ພາກສ່ວນທີ່ກ່ຽວຂ້ອງຈາກພາກລັດ ແລະ ພາກທຸລະກິດການທ່ອງທ່ຽວພາຍໃນແຂວງເຂົ້າຮ່ວມ.
ເຈົ້າແຂວງຄຳມ່ວນ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທະຫານຮາບທີ 4

ເຈົ້າແຂວງຄຳມ່ວນ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທະຫານຮາບທີ 4

ໃນວັນທີ 9 ຕຸລານີ້, ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄຳມ່ວນ ທັງເປັນປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ, ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ກອງພົນທີ 4 ຢູ່ທີ່ແຂວງສະຫວັນນະເຂດ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ພັນເອກ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 4, ທ່ານ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 4, ພ້ອມດ້ວຍຄະນະພັກ - ຄະນະບັນຊາກອງພົນ, ອົງການ 5 ຫ້ອງ, ກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດເຂົ້າຮ່ວມ.
ເພີ່ມເຕີມ