ເມືອງແກ່ນທ້າວ ຈະປະກາດສ້າງຕັ້ງຕາແສງດອນເມນ ເປັນຕາແສງທໍາອິດຂອງເມືອງ.

ເມືອງແກ່ນທ້າວ ຈະປະກາດສ້າງຕັ້ງຕາແສງດອນເມນ ເປັນຕາແສງທໍາອິດຂອງເມືອງ.

ເມືອງແກ່ນທ້າວ ຈະປະກາດສ້າງຕັ້ງຕາແສງດອນເມນ ເປັນຕາແສງທໍາອິດຂອງເມືອງ.
ທ່ານ ບຸນຍັງ ພັນທະວົງ ຮອງປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ ຫົວໜ້າຄະນະຊີ້ນໍາການສ້ງຕັ້ງຕາແສງຂັ້ນເມືອງ ໄດ້ລາຍງານການກະກຽມຄວາມພ້ອມການສ້າງຕັ້ງຕາແສງ ຢູ່ໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 4 ສະໄໝທີ VIII ວ່າ: ໂດຍປະຕິບັດຕາມ ແຈ້ງການຂອງຄະນະປະຈໍາພັກແຂວງ ໄຊຍະບູລີ ເລກທີ 581/ຄພຂ.ຊຍ, ລົງວັນທີ 31 ຕຸລາ 2025 ກ່ຽວກັບການສ້າງຕັ້ງຕາແສງ ແລະ ຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ສະບັບເລກທີ 2162/ຄປຂ, ລົງວັນທີ 26 ທັນວາ 2025 ວ່າດ້ວຍການສ້າງຕັ້ງຕາແສງຂອງເມືອງແກ່ນທ້າວ.

ເມືອງແກ່ນທ້າວ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບການກະກຽມສ້າງຕັ້ງຕາແສງຢູ່ພາຍໃນເມືອງ, ຊຶ່ງຄະນະຮັບຜິດຊອບພວກເຮົາໄດ້ນໍາພາສ້າງບົດວິພາກເສດຖະກິດ, ເກັບກໍາຂໍ້ມູນພື້ນທີ່, ຂໍ້ມູນຈໍານວນພົນ, ກວດກາຄວາມພ້ອມດ້ານສະຖານທີ່ ແລະ ກະກຽມວຽກງານຕ່າງໆເຊັ່ນ: ການກໍານົດຈໍານວນຕາແສງ. ເມືອງແກ່ນທ້າວປະກອບມີ 47ບ້ານ, ມີພົນລະເມືອງທັງໝົດ 44,700 ກວ່າຄົນ ຍິງ 21,700 ກວ່າຄົນ. ໃນເບື້ອງຕົ້ນແມ່ນໄດ້ກໍານົດເປັນ 5 ຕາແສງ ແລະ ໄດ້ສະເໜີຫາແຂວງ, ທາງແຂວງໄດ້ຄົ້ນຄວ້າພິຈາລະນາກໍານົດໃຫ້ເມືອງແກ່ນທ້າວ ສ້າງຕັ້ງຕາແສງຈໍານວນ 4 ຕາແສງຄື: ຕາແສງທ້າວແກ່ນ, ຕາແສງປາກແຄມ, ຕາແສງຫ້ວຍເລິກ ແລະ ຕາແສງດອນເມນ.

ຕາແສງທ້າວແກ່ນ ປະກອບມີ 21 ບ້ານ, ມີ 3,700 ກວ່າຄອບຄົວ, ມີ 18,900 ກວ່າຄົນ, ມີເນື້ອທີ່ທັງໝົດ 45,200 ກວ່າເຮັກຕາ. ຕາແສງປາກແຄມ ປະກອບມີ 13 ບ້ານ, ມີ 2,300 ກວ່າຄອບຄົວ, ມີ 12,400 ກວ່າຄົນ, ມີເນື້ອທີ່ທັງໝົດ 23,200 ກວ່າເຮັກຕາ. ຕາແສງຫ້ວຍເລິກ ປະກອບມີ 6 ບ້ານ, ມີ 1,400 ກວ່າຄອບຄົວ, ມີ 7,500 ກວ່າຄົນ, ມີເນື້ອທີ່ທັງໝົດ 28,000 ກວ່າເຮັກຕາ ແລະຕາແສງ ດອນເມນ ປະກອບມີ 7 ບ້ານ, ມີ 1,000 ກວ່າຄອບຄົວ, ມີ 5,200 ກວ່າຄົນ, ມີເນື້ອທີ່ທັງໝົດ 26,000 ກວ່າເຮັກຕາ. ຄາດຄະເນໂຄງປະກອບບຸກຄະລາກອນແຕ່ລະຕາແສງ ມີປະທານຕາແສງ 1 ທ່ານ, ມີຮອງປະທານຕາແສງ 2 ທ່ານ, ກໍາມະການ 4 ທ່ານ, ພະນັກງານ ຊ່ວຍວຽກ 5 ທ່ານ.

ທ່ານຮອງປະທານຄະນະກໍາມະການປົກຄອງເມືອງ ຍັງໄດ້ລາຍງານໃຫ້ຮູ້ຕື່ມວ່າ: ເພື່ອເປັນການກະກຽມປະກາດສ້າງຕັ້ງຕາແສງຢູ່ພາຍໃນເມືອງ ໃຫ້ທ່ວງທັນກໍານົດເວລາ ແລະ ຮັບປະກັນທາງດ້ານຄວາມພ້ອມຕ່າງໆ ຄະນະຮັບຜິດຊອບໄດ້ເຫັນດີກໍານົດເອົາຕາແສງດອນເມນ ປະກາດສ້າງຕັ້ງເປັນຕາແສງທໍາອິດຂອງເມືອງ ເນື່ອງຈາກເຫັນວ່າມີຄວາມພ້ອມຫຼາຍດ້ານ.

(ຂ່າວ: ແກ່ນທ້າວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວໜຸ່ມ ພະແນກສາທາລະນະສຸກແຂວງ ປະກາດ 4 ບຸກ ປະຈຳປີ 2025.

ຊາວໜຸ່ມ ພະແນກສາທາລະນະສຸກແຂວງ ປະກາດ 4 ບຸກ ປະຈຳປີ 2025.

ພິທີປະກາດຄະນະຊາວໜຸ່ມຮາກຖານພະແນກສາທາລະນະສຸກ ແຂວງເຊກອງ ເປັນຊາວໜຸ່ມຕົວແບບ 4 ບຸກ ຄັ້ງທີ Il ປະຈຳປີ 2025 ຈັດຂຶ້ນໃນວັນທີ 27 ມັງກອນນີ້ ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ໄຊຍະພອນ ວົງຫາຈັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະຫາຍ ກິລິຍາ ສຸດທິຈັກ ຄະນະພັກຮາກຖານ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ຄະນະນໍາແຂວງສະຫວັນນະເຂດ ປຶກສາຫາລືບັນຫາສຳຄັນຕ່າງໆ

ຄະນະນໍາແຂວງສະຫວັນນະເຂດ ປຶກສາຫາລືບັນຫາສຳຄັນຕ່າງໆ

ກອງປະຊຸມຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຄັ້ງທີ I ໄດ້ຈັດຂຶ້ນທີ່ຫ້ອງວ່າການແຂວງ ໃນວັນທີ 26 ມັງກອນຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ມີສະຫາຍ ນາງ ດາວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ບັນດາສະຫາຍປະທານໃນຄະນະກຳມະການປົກຄອງນະຄອນໄກສອນ ພົມວິຫານ, ຄະນະກຳມະການປົກຄອງເມືອງ ຈາກ 14 ເມືອງຂອງແຂວງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ລະຫ່ວາງ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກອງບັນຊາການ, ອົງການຈັດຕັ້ງ ເຂົ້າຮ່ວມ.
ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງຫຼວງນ້ຳທາ

ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງຫຼວງນ້ຳທາ

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ ລະຫວ່າງ ສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ ຜູ້ເກົ່າ ແລະ ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ມີການນໍາຈາກສູນກາງ, ການນໍາແຂວງ, ອະດີດການນໍາແຂວງ, ສອງກອງບັນຊາການ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮວ່ມ.
ພັກກໍານົດທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

ພັກກໍານົດທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກໍາມະບານລາວ (1 ກຸມພາ 1956-1 ກຸມພາ 2025) ຄົບຮອບ 70 ປີ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ພັກໄດ້ມອບໝາຍພາລະກິດອັນໃຫຍ່ຫຼວງໃຫ້ອົງການຈັດຕັ້ງກໍາມະບານລາວ ທີ່ເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.
ຄໍາມ່ວນ ປູກເຂົ້ານາແຊງໄດ້ແລ້ວ 9,503 ເຮັກຕາ

ຄໍາມ່ວນ ປູກເຂົ້ານາແຊງໄດ້ແລ້ວ 9,503 ເຮັກຕາ

ໃນລະດູການປູກເຂົ້ານາແຊງປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 15,759 ເຮັກຕາ, ເນື້ອທີ່ແຜນການຂອງປີນີ້ລື່ນປີ 2025 ຜ່ານມາ 1,573 ເຮັກຕາ, ຄາດຄະເນຜົນຜະລິດ 77,396 ໂຕນ, ຄາດຄະເນໝົດແນວປູກ 1,261 ໂຕນ. ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 5,463 ເຮັກຕາ, ຄາດຄະເນຜົນຜະລິດ 25,734 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 10,296 ເຮັກຕາ, ຄາດຄະເນຜົນຜະລິດ 51,662 ໂຕນ.
ພາກພູມໃຈ ແນະນໍາໜາບປານ້ອຍໃນງານເທດສະການອາຫານລາວ

ພາກພູມໃຈ ແນະນໍາໜາບປານ້ອຍໃນງານເທດສະການອາຫານລາວ

ໃນໂອກາດເຂົ້າຮ່ວມເປີດງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ" ທ່ານ ນາງ ອາດີນາ ມະຫາວົງ ປະທານໂທລະພາບຊ່ອງ 5 ເອັມວີລາວ ທັງເປັນ THE WORLD MADAM 2025, The World Madam ASIA 2025 ແລະ The World Madam Laos 2025 ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 26 ມັງກອນນີ້ວ່າ: ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈທີ່ໄດ້ເຂົ້າຮ່ວມ ແລະ ມີສ່ວນຮ່ວມໃນການປະກອບສ່ວນສະໜັບສະໜູນ ໃນງານເທດສະການອາຫານລາວຄັ້ງນີ້ ຊຶ່ງປີນີ້ຄົບຮອບ 21 ປີພໍດີ ການຈັດງານເທດສະການອາຫານລາວສູ່ຕະຫຼາດໂລກ.
Vietjet ສະນຳເໜີຫຼຸດລາຄາປີ້ຍົນຊັ້ນ Deluxe 30% ສຳລັບການເດີນທາງໄປຫວຽດນາມ ຕະຫຼອດປີ 2026

Vietjet ສະນຳເໜີຫຼຸດລາຄາປີ້ຍົນຊັ້ນ Deluxe 30% ສຳລັບການເດີນທາງໄປຫວຽດນາມ ຕະຫຼອດປີ 2026

ສາຍການບິນ Vietjet ມອບສ່ວນຫຼຸດສູງສຸດເຖິງ 30% ສໍາລັບປີ້ຍົນປະເພດ Deluxe ຕັ້ງແຕ່ວັນທີ 27 ຫາ 29 ມັງກອນ 2026, ເພື່ອເຊີນນັກທ່ອງທ່ຽວຈາກລາວໃຫ້ເລີ່ມຕົ້ນການເດີນທາງໄປທ່ອງທ່ຽວຫວຽດນາມໃນປີ 2026. ດ້ວຍຖ້ຽວບິນໂດຍກົງຂອງ Vietjet ລະຫວ່າງ ນະຄອນຫຼວງວຽງຈັນ - ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ພ້ອມທັງເຄືອຂ່າຍຖ້ຽວບິນທີ່ພວມຂະຫຍາຍຕົວໃນທົ່ວອາຊີ-ປາຊີຟິກ, ໂປຣໂມຊັນທີ່ມີກຳນົດເວລານີ້ແມ່ນໂອກາດທີ່ບໍ່ຄວນພາດໃນການວາງແຜນລ່ວງໜ້າ ແລະ ເພີດເພີນກັບຄວາມຄຸ້ມຄ່າໃນການເດີນທາງຕະຫຼອດປີ 2026.
ສານອວຍພອນວັນຊາດ ອົສຕຣາລີ ຄົບຮອບ 238 ປີ

ສານອວຍພອນວັນຊາດ ອົສຕຣາລີ ຄົບຮອບ 238 ປີ

ພະນະທ່ານ ທອງລຸນ ສີສຸລິດ ປະທານ​ປະ​ເທດ ແຫ່ງສາ​ທາ​ລະນ​­ະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົ­​ນລາວ ໄດ້ສົ່ງສານອວຍພອນ ເຖິງ ພະນະ​ທ່ານ​ນາງ ແຊມ ມອສຕິນ ຜູ້ສຳເລັດຣາຊະການແຫ່ງເຄື່ອຈັກກະພົບ ອົສຕຣາລີ ທີ່ແຄນເບີຣາ ໂດຍມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນລາວ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ອົສຕຣາລີ ເພື່ອນມິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ອົສຕຣາລີ ຄົບຮອບ 238 ປີ.
ຫາລືສ້າງແຜນງານ ຄູ່ມື-ແນະນຳການປ້ອງກັນພາວະເລືອດຈາງຂອງແມ່ ແລະ ເດັກໃນລາວ

ຫາລືສ້າງແຜນງານ ຄູ່ມື-ແນະນຳການປ້ອງກັນພາວະເລືອດຈາງຂອງແມ່ ແລະ ເດັກໃນລາວ

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຮ່ວມກັບກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ສູນສຸຂະພາບແມ່ ແລະ ເດັກ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ຄະນະແພດສາດ ກະຊວງສາທາລະນະສຸກ ຈັດກອງປະຊຸມປຶກສາຫາລືແຜນງານ, ບົດສະຫຼຸບນະໂຍບາຍຄູ່ມື ແລະ ການແນະນຳໃນການປ້ອງກັນ ແລະ ຫຼຸດ ຜ່ອນພາວະເລືອດຈາງໃນແມ່ຍິງ, ແມ່ຍິງຖືພາ, ໄວໜຸ່ມ ແລະ ເດັກໃນ ສປປ ລາວ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ເກດເກສອນ ພະສີສົມບັດ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານນາງ ວຽງສາຄອນ ຫຼວງພະເດດ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູທີ່ການ, ທ່ານ ອາລົງກອນ ເພັງສະຫວັນ ຄະນະບໍດີ ຄະນະແພດສາດກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ