ມີບັນດາການນໍາເມືອງ, ອົງການປົກຄອງບ້ານເທສະບານ ແລະ ປະຊາຊົນພາຍເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ຂະບວນແຫ່ນາງສັງຂານ ໄດ້ເລີ່ມຈາກຫ້ອງວ່າການເມືອງ ໄປວັດສີພູມ ແລະ ບາສີສູ່ຂວັນນາງສັງຂານ ຢູ່ທີ່ວັດດັ່ງກ່າວ. ກິດຈະກໍາແຫ່ນາງສັງຂານ ຄັ້ງນີ້,ເພື່ອເປັນການອານຸລັກຮັກສາຮີດຄອງປະເພນີອັນດີຂອງຊາດ ກໍຄື ຂອງທ້ອງຖີ່ນໃຫ້ຄຽງຄູ່ກັບປະຊາຊົນຄົນຮຸ່ນຫຼັງໄດ້ຮັບຮູ້ຢ່າງກ້ວາງຂວາງ ແລະ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດຄວາມເປັນມາ, ທັງເປັນການສ້າງຄວາມສາມັກຄີ ລະຫວ່າງ ປະຊາຊົນ, ຊັ້ນຄົນຕ່າງໆຢູ່ພາຍໃນເມືອງໃຫ້ມີຄວາມແໜ້ນແຟ້ນຂຶ້ນເລື້ອຍໆ.
(ຂ່າວ: ແກ່ນທ້າວ)
ຄໍາເຫັນ