ໃນວັນທີ 22 ມີນາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພີທີ ເຊັນສັນຍາ ການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງເລກທີ 3762 (ສາມແຍກຫ້ອງວ່າການເມືອງ-ໜ້າວັດສີພູມ) ເທດສະບານເມືອງ ລະຫວ່າງ ຫົວໜ້າຫ້ອງວ່າການເມືອງ ຕາງໜ້າອົງການປົກຄອງເມືອງແກ່ນທ້າວ (ເປັນເຈົ້າຂອງໂຄງການ) ແລະ ບໍລິສັດ ສີຈະເລີນກໍ່ສ້າງຂົວ-ທາງ (ເປັນຜູ້ຮັບເໝົາ) ແລະ ເຊັນສັນຍາກໍ່ສ້າງສ້ອມແປງຮ່ອງນໍ້າເບຕົງເສີມເຫຼັກ ເສັ້ນທາງເລກທີ 3762 (ສາມແຍກຫ້ອງວ່າການເມືອງ-ໜ້າວັດສີພູມ), ເທດສະບານເມືອງ ລະຫວ່າງ ຫົວໜ້າຫ້ອງວ່າການເມືອງ ຕາງໜ້າອົງການປົກຄອງເມືອງແກ່ນທ້າວ (ເປັນເຈົ້າຂອງໂຄງການ) ແລະ ບໍລິສັດ ຈັນທະພົມກໍ່ສ້າງເຄຫາສະຖານ (ເປັນຜູ້ຮັບເໝົາ) ໂດຍຊ່ອງໜ້າທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ມີພາກສ່ວນກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.
ການກໍ່ສ້າງເສັ້ນທາງດັ່ງກ່າວ, ມີຄວາມຍາວທັງໝົດ 750 ແມັດ, ກວ້າງ 6,50-7,50 ແມັດ, ໜາ 20 ຊມ. ກໍານົດເວລາການກໍ່ສ້າງ 180 ວັນ (ບໍ່ນັບມື້ພັກ, ຝົນຕົກ) ລວມມູນຄ່າການກໍ່ສ້າງ 1 ລ້ານ 844 ລ້ານກີບ, ຊຶ່ງເປັນທຶນສົມທົບ ຈາກພາກລັດ, ນັກທຸລະກິດ-ຜູ້ປະກອບການພາຍໃນເມືອງ ແລະ ປະຊາຊົນບ້ານພາຍໃນເທດສະບານ.
ການກໍ່ສ້າງຮ່ອງນ້ຳ ທັງ 2 ຝາກຂ້າງ ມີຄວາມຍາວ 683 ແມັດ.ຕິດຕັ້ງທໍ່ລະບາຍນ້ຳຂ້າງທາງ ມີຄວາມຍາວ 607 ແມັດ. ໃນນັ້ນ, ທໍ່ຟີ 40 ຊັງຕີແມັດ ຍາວ 205 ແມັດ, ທໍ່ຟີ 50 ຊັງຕີແມັດ ຍາວ 160 ແມັດ, ທໍ່ຟີ 60 ຊັງຕີແມັດ ຍາວ 242 ແມັດ.
(ຂ່າວ: ແກ່ນທ້າວ).

ຄໍາເຫັນ