![]() |
ທ່ານ ພັນຕີ ກິດຕິພັນ ພົມມາລາຮອງພະແນກຕຳຫຼວດ ຕາງໜ້າໜ່ວຍງານຈະລາຈອນ ແລະ ມອດໄຟ ເມືອງໂຂງ ໄດ້ໃຫ້ສຳພາດໃນວັນທີ 20 ເມສານີ້ວ່າ: ຕະຫຼອດໄລຍະການຫຼິ້ນບຸນປີໃໝ່ທົ່ວເມືອງໂຂງມີອຸປະຕິເຫດເກີດຂຶ້ນທັງໝົດ 1 ລາຍ, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ. ເຖິງຢ່າງໃດກໍຕາມ, ຖ້າສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເຫັນວ່າຕົວເລກການເກີດອຸປະຕິເຫດຕາມທ້ອງຖະໜົນແມ່ນມີທ່າອ່ຽງຫຼຸດລົງຢ່າງຈະແຈ້ງ. ທ່ານໃຫ້ຮູ້ຕື່ມວ່າ: ສາເຫດຕົ້ນຕໍແມ່ນຍັງມາຈາກຄວາມປະມາດຂອງຜູ້ຂັບຂີ່ ເຊັ່ນ: ການດື່ມສິ່ງມຶນເມົາແລ້ວຂັບຂີ່,ການໃຊ້ຄວາມໄວເກີນກຳນົດ ແລະ ບໍ່ເຄົາລົບກົດຈະລາຈອນ. ກຸ່ມທີ່ເກີດອຸປະຕິເຫດສ່ວນໃຫຍ່ແມ່ນຢູ່ໃນເກນອາຍຸຊາວໜຸ່ມ-ໄວໜຸ່ມ.
ອຸປະຕິເຫດຫຼຸດລົງຄັ້ງນີ້,ຍ້ອນຄວາມເອົາໃຈໃສ່ຂອງພາກສ່ວນກ່ຽວຂ້ອງ ທີ່ໄດ້ວາງມາດຕະການຢ່າງເຂັ້ມງວດ ເປັນຕົ້ນແມ່ນ: ການນຳເອົາກົດລະບຽບຈະລາຈອນ ແລະ ແຈ້ງການຕ່າງໆຂອງຂັ້ນເທິງມາເຜີຍແຜ່ໃຫ້ຜູ້ໃຊ້ລົດໃຊ້ຖະໜົນຢ່າງກວ້າງຂວາງ. ໄດ້ຕັ້ງຈຸດກວດກາ ແລະ ປ້ອມຍາມຕາມຈຸດສ່ຽງ ເພື່ອໂຄສະນາສຶກສາອົບຮົມ ແລະ ກ່າວເຕືອນຜູ້ຂັບຂີ່. ໄດ້ມີການປະສານສົມທົບຢ່າງກົມກຽວລະຫວ່າງ ປກສ ກຸ່ມ ແລະ ອຳນາດການປົກຄອງບ້ານ ໃນການປຸກລະດົມໃຫ້ພໍ່ແມ່ປະຊາຊົນ ຊ່ວຍເປັນຫູເປັນຕາ ແລະ ຕັກເຕືອນລູກຫຼານໃຫ້ມີສະຕິໃນການເດີນທາງ.
(ຂ່າວ: ພຸດທະສິນ ວົງວິໄລທອງ, ພາບ: ໜ່ວຍງານຈະລາຈອນ)

ຄໍາເຫັນ