![]() |
ພິທີດັ່ງກ່າວຈັດຂຶ້ນໃນວັນທີ 16 ກໍລະກົດນີ້ ຢູ່ທີ່ ວັດພູດິນບ້ານຫ້ວຍເມືອງໂຂງໂດຍໄດ້ຮັບຄວາມເມດຕາເຂົ້າຮ່ວມຂອງ ພຣະອາຈານ ສຸວັນ ບຸດສີວົງສັກ ຮອງປະທານ ອພສ ເມືອງໂຂງ, ທ່ານ ສາທິດ ປັດສາພັນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີຕາງໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບັນດິດ ສິງຫາທຳ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ໄດ້ຍົກໃຫ້ເຫັນຄວາມພະຍາຍາມໃນການປົກປັກຮັກສາ ແລະ ພັດທະນາສັດນ້ຳໃນໄລຍະຜ່ານມາ ໂດຍສະເພາະແມ່ນການກຳນົດ ແລະ ສ້າງວັງສະຫງວນໃນທົ່ວເມືອງໄດ້ທັງໝົດ 79 ວັງ ໃນ 60 ບ້ານ, ເນື້ອທີ່ລວມ 301,91 ເຮັກຕາ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ສະກັດກັ້ນການຫາປາແບບຜິດກົດໝາຍຢ່າງເຂັ້ມງວດ ເຊິ່ງໃນປີນີ້ສາມາດທຳລາຍລວງຫຼີ່ໄດ້ 65 ລວງ, ລວງຕ້ອນ 1 ລວງ, ລວງຈິບ 1 ລວງ ແລະ ທຳລາຍໄມ້ທີ່ຈະເອົາໄປເຮັດຫຼີ່ຈຳນວນ 370 ລຳ; ພ້ອມທັງໄດ້ກຳນົດໂທດທາງອາຍາ ແລະ ປັບໄໝແກ່ຜູ້ລະເມີດຢ່າງເດັດຂາດ.
![]() |
ພັນປາທີ່ນໍາມາປ່ອຍໃນຄັ້ງນີ້ ມີຈຳນວນທັງໝົດ 30,000 ໂຕ (ປະເພດປາປາກ) ໂດຍປ່ອຍລົງສູ່ວັງສະຫງວນທ່າວັດພູດິນ ເຊິ່ງເປັນວັງຮ່ວມລະຫວ່າງ ບ້ານຫ້ວຍ ແລະ ບ້ານພິມານໂພນ ເປັນຜູ້ຄຸ້ມຄອງປົກປັກຮັກສາຮ່ວມກັນ.
ໂອກາດດຽວກັນນີ້, ທາງຄະນະນຳກໍໄດ້ຮຽກຮ້ອງໃຫ້ອົງການປົກຄອງຕາແສງ, ອົງການປົກຄອງບ້ານ, ເຈົ້າໜ້າທີ່ທະຫານ, ຕຳຫຼວດ ແລະ ປະຊາຊົນທຸກພາກສ່ວນ ຕ້ອງໄດ້ເອົາໃຈໃສ່ເປັນຫູເປັນຕາ ແລະ ເປັນເຈົ້າການຮ່ວມກັນໃນການສະກັດກັ້ນການຫາປາແບບຜິດກົດໝາຍ ເພື່ອສ້າງຈິດສຳນຶກໃນການອະນຸລັກຮັກສາສັດນ້ຳໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງຕະຫຼອດໄປ.
ຂ່າວ-ພາບ: ເມືອງໂຂງ


ຄໍາເຫັນ