![]() |
ເຄື່ອງທິມາມອບໃນຄັ້ງນິ້, ປະກອບມີ ປິ່ນເຕີ 2 ເຄື່ອງ, ໂຕະພັບ 6 ໜ່ວຍ, ຕູ້ໃສ່ເອກະສານ 4 ໜ່ວຍ, ໂຕະຍາວ 4 ໜ່ວຍ, ໂຕະນໍ້າຊາພັບ 10 ໜ່ວຍ, ຕັ່ງຫ້ອງປະຊຸມ 20 ໜ່ວຍ, ຕັ່ງຫ້ອງການ 20 ໜ່ວຍ, ຕັ່ງນວມປະທານ 1 ໜ່ວຍ, ຕັ່ງນວມທໍາມະດາ 3 ໜ່ວຍ ລວມມູນຄ່າທັງໝົດ 68,919,000 ກີບ.
ກ່າວມອບໂດຍ ທ່ານ ຈາງຍີ້ ແລະ ກ່າວຮັບໂດຍທ່ານ ຄໍາຫຼ້າ ແຫຼ່ງໄຊຍະທຳ ພ້ອມທັງກ່າວສະແດງຄໍາຂອບໃຈເປັນຢ່າງສູງ ມາຍັງບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າຂາອອກ ຈໍາກັດ ທີ່ໄດ້ນໍາເອົາວັດຖຸອຸປະກອນ ມາມອບໃຫ້ຫ້ອງວ່າການເມືອງຫຼວງນໍ້າທາ ເພື່ອນໍາໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະໃຫ້ເກີດຜົນປະໂຫຍດສູງສຸດ ພ້ອມນັ້ນ ຍັງຈະໄດ້ມອບຕໍ່ໃຫ້ບັນດາຫ້ອງການ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນປີຜ່ານມາ.
ຂ່າວ: ຄໍາຕັນ ອຸ່ນຄໍາ
ຄໍາເຫັນ