![]() |
ທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ໄດ້ມີຄໍາເຫັນບາງຕອນວ່າ: ໃນສະພາບປັດຈຸບັນ ການສັກຢາປ້ອງກັນສັດ ແມ່ນມີຄວາມຈຳເປັນຕ້ອງນໍາໃຊ້ວິທະຍາສາດດ້ານການແພດກ່ຽວກັບສັດເຂົ້າໃນການຮັກສາສຸຂະພາບສັດ ເປັນຕົ້ນ: ການກວດກາສຸຂະພາບສັດ, ການບົງມະຕິພະຍາດສັດ ແລະ ການປິ່ນປົວສັດ, ການຄວບຄຸມພະຍາດສັດສູ່ສັດ, ລວມທັງພະຍາດສັດຕິດຕໍ່ໃສ່ສູ່ຄົນ, ສະຫວັດດີການສັດ, ການກວດກາສຸຂະພາບສັດ, ຄວາມປອດໄພທາງດ້ານອາຫານໃຫ້ກັບຜູ້ບໍລິໂພກ, ຕາມລະບົບຕ່ອງໂສ້ການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ຜະລິດຕະພັນສິນຄ້າກ່ຽວກັບສັດ, ລວມທັງການຄຸ້ມຄອງວິຊາຊີບການລ້ຽງສັດ ແລະ ສັດຕະວະແພດການສັກວັກຊິນຕາມຫຼັກວິຊາການສັດຕະວະແພດແມ່ນຕ້ອງສັກຢາປ້ອງກັນດີທີ່ສຸດ. ພ້ອມນັ້ນ ທ່ານຍັງຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງ ສືບຕໍ່ລົງຕິດຕາມ, ຊຸກຍູ້, ໃຫ້ການສະໜັບສະໜູນ, ການແນະນຳດ້ານຄວາມຮູ້, ດ້ານວິຊາການ, ດ້ານອຸປະກອນການແພດ, ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ລົງຕິດຕາມຊຸກຍູ້ຟາມລ້ຽງສັດ, ກຸ່ມລ້ຽງສັດ, ຕິດຕາມກວດກາການນຳເຂົ້າ ແລະ ສົ່ງອອກສັດ, ພ້ອມກັນນັ້ນຕ້ອງສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆຢ່າງຈິງຈັງ ແລະ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການໃນການດູແລຮັກສາສັດຂອງຕົນຕາມຫຼັກການສັດຕະວະແພດ. ປັດຈຸບັນ ທົ່ວເມືອງ ມີສັດລ້ຽງທັງໝົດ 551,789 ໂຕ, ມີ 4 ຟາມ, ມີ 1 ກອງທືນຂອງເມືອງລ້ຽງສັດໃຫຍ່, ໄດ້ສັກຢາປ້ອງກັນສັດແລ້ວ 5,203 ໂຕ, ເປັນຕົ້ນແມ່ນ ສັກຢາປ້ອງກັນພະຍາດ ເຕົ້າໂຮມເລືອດງົວ-ຄວາຍ, ປາກເປື່ອຍລົງເລັບ, ອະຫິຫວາສັດປີກ, ນິວຄາເຊິນແກ່-ອ່ອນ ສະເພາະຢູ່ບ້ານພຽງງມ ໄດ້ສັກຢາປ້ອງກັນພະຍາດເຕົ້າໂຮມເລືອດງົວໄດ້ 60 ໂຕ, ສັກຢາປ້ອງກັນພະຍາດປາກເປື່ອຍລົງເລັບ 35 ໂຕ ແລະ ສັກຢາປ້ອງກັນພະຍາດອະຫິວາສັດປີກໄດ້ 120 ໂຕ.
![]() |
(ຂ່າວ: ຄໍາຕັນ ອຸ່ນຄໍາ)


ຄໍາເຫັນ