ເມືອງນາກາຍ ສະຫຸບວຽກງານປົວແປງສັງຄົມ ແລະ ສິ່ງແວດລ້ອມ

ເມືອງນາກາຍ ສະຫຸບວຽກງານປົວແປງສັງຄົມ ແລະ ສິ່ງແວດລ້ອມ
ວັນທີ 27 ກັນຍາ ນີ້ ທີ່ເມືອງນາກາຍ ແຂວງຄຳມ່ວນ ໄດ້ສະຫຼຸບວຽກງານປົວແປງສັງຄົມ ແລະ ສິ່ງແວດລ້ອມ (SERF) ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ທັງເປັນປະທານກອງທຶນປົວແປງສັງຄົມ ແລະ ສິ່ງແວດລ້ອມ, ໂດຍມີທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ, ມີບັນດາຫ້ອງການ, ຂະແໜງການກ່ຽວຂ້ອງຂັ້ນເມືອງ, ຄະນະກຳມະການຄຸ້ມຄອງກອງທຶນ ແລະ ອຳນາດການປົກຄອງ 16 ກຸ່ມບ້ານ ເຂດຍົກຍ້າຍຈັດສັນເຂົ້າຮ່ວມ. 
ທ່ານ ນາງ ຕາດຳ ອັກຄະນິກ ຮອງຫົວໜ້າຫ້ອງການແຜນການ ແລະ ການລົງທຶນຮັກສາການຜູ້ອຳນວຍການກອງທຶນ SERF ໄດ້ລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2022-2023 ຊຶ່ງກອງທຶນດັ່ງກ່າວແມ່ນກອງທຶນທີ່ໄດ້ລະບຸໄວ້ ໃນສັນຍາສໍາປະທານ ລະຫວ່າງລັດຖະບານ ສປປ ລາວ ກັບບໍລິສັດໄຟຟ້ານໍ້າເທີນ 2 ຊຶ່ງມີຈຸດປະສົງ ເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນເຂດຍົກຍ້າຍຈັດສັນ ຈາກຜົນກະທົບຂອງໂຄງການໄຟຟ້ານໍ້າເທີນ 2 ໃນຈຳນວນ 16 ກຸ່ມບ້ານ ປະກອບມີ: ບ້ານຂອນແກ່ນ, ບົວມາ,ໂພນສະອອນ, ໂພນສະຫວ່າງ, ກາກາຍໃຕ້, ຫ້ວຍມະໄລ, ທ່າລັ່ງ, ນໍ້ານຽນ, ສົບແພນ, ອຸດົມສຸກ, ນາກາຍເໜືອ, ສາທິດ, ບ້ານດອນ, ສົບມາ, ສົບເຮ້ຍ ແລະ ໜອງບົງຄໍາ. ກອງທຶນປົວແປງສັງຄົມ ແລະ ສິ່ງແວດລ້ອມ SERF ແມ່ນໄດ້ຮັບເງິນຈາກບໍລິສັດໄຟຟ້ານໍ້າເທີນ 2 ເປັນໄລຍະເວລາ 25 ປີຂອງອາຍຸສຳປະທານ ໃນຈໍານວນເງິນປີລະ 300.000 ໂດລາ ເພື່ອດຳເນີນງານໃນການປັບປຸງພື້ນຖານໂຄງລ່າງ, ສ້ອມແປງລະບົບນໍ້າໃຊ້ຂອງຊຸມຊົນ ແລະ ຊົນລະປະທານ ສຳລັບເຂດຍົກຍ້າຍຈັດສັນ, ສ້ອມແປງຊັບສິນທາງດ້ານການຍົກຍ້າຍຈັດສັນຂອງລັດຖະບານລາວ ໂດຍສອດຄ່ອງກັບວິທີການນໍາໃຊ້ທີ່ດີຕະຫຼອດໄລຍະຂອງການສຳປະທານ, ແກ້ໄຂສິ່ງຄົງຄ້າງທີ່ເກີດຂຶ້ນ ຫຼື ອາດຈະເກີດຂຶ້ນໃນຕໍ່ໜ້າ ຈາກຂະບວນການຍົກຍ້າຍຈັດສັນ ແລະ ອື່ນໆ. ກອງປະຊຸມແມ່ນໄດ້ສະຫຼຸບບັນດາກິດຈະກຳທີ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຄ່າໃຊ້ຈ່າຍຂອງກອງທຶນ ເປັນຕົ້ນວຽກງານບໍລິຫານ, ວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກຳມະການຄຸ້ມຄອງກອງທຶນ, ວຽກວົງຈອນຮອບວຽນ ແລະ ແຜນບຳລຸງຮັກສາ, ວຽກງານການສ້ອມແປງສິ່ງປຸກສ້າງລວມຂອງບ້ານ ທີ່ໂຄງການນໍ້າເທີນ 2 ມອບໃຫ້, ວຽກງານສິ່ງແວດລ້ອມ, ໂຄງການກໍ່ສ້າງໃໝ່ (ວຽກພັດທະນາພື້ນຖານໂຄງລ່າງ) ແລະ ເງິນແຮສະສົມຂອງໂຄງການ. ໂອກາດນີ້ທ່ານເຈົ້າແຂວງຄໍາມ່ວນ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນຳໃຫ້ອຳນາດການປົກຄອງເມືອງ, ບ້ານ ສຶກສາອົບຮົມພໍ່ແມ່ປະຊາຊົນໃຫ້ເຂົ້າໃຈ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ພ້ອມນັ້ນອໍານາດການປົກຄອງບ້ານຕ້ອງໄດ້ພ້ອມກັນຄົ້ນຄວ້າ ວິທີການນໍາໃຊ້ພື້ນຖານໂຄງລ່າງທີ່ມີຢູ່ແລ້ວ ຈາກໂຄງການໄຟຟ້ານໍ້າເທີນ 2 ມອບໃຫ້ ເພື່ອນໍາໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ສຶກສາຄົ້ນຄວ້າ, ຄຸ້ມຄອງນໍາໃຊ້ ຫັນໄປກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຄວາມຍືນຍົງ, ເອົາໃຈໃສ່ໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນທຳມະຊາດ ໃນເຂດຄວາມຮັບຜິດຊອບຂອງຕົນ, ໃຫ້ຄະນະພັກເມືອງຕີລາຄາເຖິງວຽກງານຢູ່ໃນບັນດາບ້ານທີ່ເຫັນວ່າຈະຕ້ອງໄດ້ປັບປຸງ ເພື່ອໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ, ຄະນະກຳມະການຄຸ້ມຄອງກອງທຶນ ໃຫ້ມີການຄົ້ນຄວ້າຈັດແບ່ງງົບປະມານ ເພື່ອສ້າງຄວາມເຂັ້ມແຂງ, ຍົກລະດັບຄວາມຄວາມຮູ້ທາງດ້ານກົດໝາຍ, ສິດ, ໜ້າທີ່ ແລະ ຄວາມສາມາດໃນການນໍາພາ, ການບໍລິຫານ ຂອງຄະນະພັກບ້ານ ລວມເຖິງການຈັດແບ່ງງົບປະມານໃສ່ບັນດາໂຄງສ້າງພື້ນຖານອື່ນໆ ທີ່ມີຄວາມຈໍາເປັນ.
ຂ່າວ-ພາບ: ກອງຄໍາ 
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ຊຸດຝຶກອົບຮົມຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ ໃຫ້ພະນັກງານ ຫ້ອງວ່າການແຂວງ, ພະແນກການ, ອົງການອ້ອມຂ້າງແຂວງ ແລະ ເມືອງ ທົ່ວແຂວງສາລະວັນ ປິດລົງເມື່ອ​ບໍ່​ດົນ​ມາ​ນີ້ ນີ້ ທີ່ ແຂວງສາລະວັນ ໂດຍ​ມີທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ; ມີນັກສຳມະກອນ ທີ່ມາຈາກຫ້ອງວ່າການແຂວງ-ເມືອງ, ພະແນກການ ແລະ ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ທ່ານ ບຸນເລື່ອມ ມະນີວົງ ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກແຂວງປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ-ເຮັດວຽກ ຢູ່ບໍລິສັດຊີມັງ ຫຼວງພະບາງ ຈຽງເກີ ຈໍາກັດຜູ້ດຽວ ເມື່ອ​ວັນ​ທີ 6 ສິງ​ຫາ​ຜ່ານ​ມາ, ໂຮງ​ງານ​ດັ່ງ​ກ່າວຕັ້ງຢູ່ເຂດພັດທະນານ້ຳຖ້ວມ ເມືອງນໍ້າບາກ, ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະພະນັກງານພາຍໃນໂຮງງານ.
ຄໍາມ່ວນ ປູກເຂົ້ານາປີໄດ້ທັງໝົດ 91,472 ເຮັກຕາ

ຄໍາມ່ວນ ປູກເຂົ້ານາປີໄດ້ທັງໝົດ 91,472 ເຮັກຕາ

ໃນລະດູການຜະລິດເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນປູກເຂົ້ານາປີລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651 ໂຕນ,ໝົດແນວພັນເຂົ້າ 5,646 ໂຕນ, ສ່ວນແຜນການປູກພືດເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ

ສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ

ຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ (2021-2025) ແລະ ວາງທິດທາງ 5 ປີ (2026-2030) ຂຶ້ນໃນວັນທີ 7 ສິງຫານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ທັງເປັນປະທານຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີບັນດາທ່ານຄະນະກໍາມະການອະໄພຍະໂທດລະດັບຊາດ, ບັນດາທ່ານກອງເລຂາ ຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ

ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ທີ່ໃກ້ຈະມາເຖິງນີ້ ທ່ານ ທອງໃບ ໂພທິສານ ກໍາມະການສູນກາງແນວລາວສ້າງຊາດສິລະປິນດີເດັ່ນ ສາຂາວັນນະກໍາ ປະທານສະມາຄົມນັກປະພັນລາວ ໄດ້ໃຫ້ສໍາພາດ ແລະ ສະແດງຄວາມຮູ້ສຶກກ່ຽວກັບວັນດັ່ງກ່າວ ຕໍ່ນັກຂ່າວໜັງສືພິມປະຊາຊົນ.
ປະກາດກົງຈັກຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ແຕ່ງຕັ້ງບຸກຄະລາກອນປະຈໍາ 3 ເຂດເລືອກຕັ້ງ

ປະກາດກົງຈັກຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ແຕ່ງຕັ້ງບຸກຄະລາກອນປະຈໍາ 3 ເຂດເລືອກຕັ້ງ

ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ໄດ້ໄປປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ແລະ ເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ໃນວັນທີ 3-5 ສິງຫາຜ່ານມານີ້ ທີ່ 3 ແຂວງດັ່ງກ່າວຕາມລຳດັບ; ເຂົ້າຮ່ວມມີບັນດາທ່ານເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ (ສພຂ); ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ; ຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ); ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານ ສພຂ 3 ແຂວງ.
ພະແນກໂຍທາທິການ-ຂົນສົ່ງແຂວງສະຫວັນນະເຂດສະຫຼຸບວຽກງານ 6 ເດືອນ

ພະແນກໂຍທາທິການ-ຂົນສົ່ງແຂວງສະຫວັນນະເຂດສະຫຼຸບວຽກງານ 6 ເດືອນ

ໃນວັນທີ 6 ສິງຫາ 2026 ທີ່ສະໂມສອນ ເມືອງອຸທຸມພອນ,ທາງພະແນໂຍທາທິການ-ຂົນສົ່ງແຂວງສະຫວັນນະເຂດ,ໄດ້ສະຫຼຸບສັງເກດຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາປະຈໍາປີ 2025,ປະເມີນແຜນພັດທະນາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026,ໂດຍມີທ່ານ ພູພະສອນໄຊ ເພັດສີນໍລາດ ຮອງຫົວໜ້າພະແນກໂຍທາທິການ-ຂົນສົ່ງແຂວງ,ທ່ານ ໂພໄຊອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ ແລະ ບັນດາທ່ານຈາກ 4 ເມືອງ,1 ນະຄອນໄກສອນ ເຂົ້າຮ່ວມ.
ມອບລົດຈັກໃຫ້ 3 ຕາແສງ ເພື່ອຮັບໃຊ້ວຽກງານບໍລິຫານ ແລະ ພັດທະນາ

ມອບລົດຈັກໃຫ້ 3 ຕາແສງ ເພື່ອຮັບໃຊ້ວຽກງານບໍລິຫານ ແລະ ພັດທະນາ

ໃນວັນທີ 6 ສິງຫານີ້, ທີ່ຫ້ອງວ່າການເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບລົດຈັກ ຮອນດາ ເວັບ (Honda Wave) ໃຫ້ 3 ຕາແສງພາຍໃນເມືອງ ເພື່ອນໍາໃຊ້ເຂົ້າໃນວຽກງານລວມຂອງຕາແສງໃຫ້ມີຄວາມສະດວກ ແລະ ມີປະສິດທິພາບສູງຂຶ້ນ ໃຫ້ກຽດເຂົ້າຮ່ວມ ແລະ ມອບໂດຍ ທ່ານ ອານຸສິດ ມະໂນສິນ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານການນຳຂອງເມືອງ, ພະນັກງານ ທີ່ກ່ຽວຂ້ອງ ແລະ ຄະນະພັດທະນາຕາແສງຈາກ 3 ຕາແສງພາຍໃນເມືອງເຂົ້າຮ່ວມ ການມອບພາຫະນະ (ລົດຈັກ) ໃນຄັ້ງນີ້ປະກອບມີລົດຈັກຮອນດາ ເວັບ (Honda Wave) ຈໍານວນ 3 ຄັນມອບໃຫ້ 3 ຕາແສງພາຍໃນເມືອງບໍ່ແຕນ ຕາແສງລະ 1 ຄັນ ເປັນມູນຄ່າຄັນລະ 31,500,000 ກີບ
ການນຳ ແຂວງຫຼວງພະບາງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງວຽງຄໍາ

ການນຳ ແຂວງຫຼວງພະບາງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງວຽງຄໍາ

ວັນທີ 5 ສິງຫາຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ, ກຳມະການສູນກາງພັກ, ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມຄະນະ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ສະໂມ ສອນໃຫຍ່ຂອງເມືອງວຽງຄໍາ, ມີການນຳຂອງເມືອງ, ພະນັກງານລັດຖະກອນ, ຄະນະປະທານບ້ານ ແລະຜູ້ມີສິດປ່ອນບັດເລືອກຕັ້ງ ຈາກ 5 ບ້ານໃນເທດສະບານເມືອງ ເຂົ້າຮ່ວມ.
ແຕ່ງຕັ້ງ ຄະນະສະມາຊິກ ສພຊ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື

ແຕ່ງຕັ້ງ ຄະນະສະມາຊິກ ສພຊ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື

ໃນວັນທີ 6 ສິງຫາ ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອັດຕະປື ໄດ້ມີພິທີປະກາດແຕ່ງຕັ້ງ ປະທານ, ຮອງປະທານ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ຢ່າງເປັນທາງການ; ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ, ກໍາມະການສູນກາງພັກ, ປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ແລະ ທ່ານ ບຸນເຖິງ ດວງສະຫວັນ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື. ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ