![]() |
ສະຫາຍ ຄໍາມ່ວນ ພົມປັນຍາ ກໍາມະການພັກເມືອງ ຫົວຫນ້າຄະນະໂຄສະນາອົບຮົມເມືອງ ໄດ້ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII. ຈາກນັ້ນ, ສະຫາຍ ນາງ ສີຈົມ ບຸນມານະທຳ ກໍໃຫ້ຂຶ້ນປະຖະກະຖາ 2 ວັນປະຫວັດສາດຄື: ວັນຊາດທີ 2 ທັນວາ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975-ວັນທີ 2 ທັນວາ 2025), ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (ວັນທີ 13 ທັນວາ 1920-13 ທັນວາ 2025), ຕິດພັນກັບ ວັນສ້າງຕັ້ງເມືອງເງິນ ຄົບຮອບ 33 ປີ. ທັງໝົດນີ້ ກໍ່ເພື່ອເປັນການທົບທວນຄືນມູນເຊື້ອ ແລະ ພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືຜົນສຳເລັດໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາ - ຊີ້ນຳຂອງພັກ, ຖືເອົາໂອກາດນີ້ ສຶກສາອົບຮົມ ພະນັກງານ-ຄູອາຈານ, ນັກຮຽນ-ນັກສຶກສາ, ນັກຮຽນຮູ້ປັນຍາຊົນ ໃຫ້ຍົກສູງນໍ້າໃຈຮັກຊາດ,ເສີມຂະຫຍາຍຄວາມສາມັກຄີເປັນຈິດໜຶ່ງ ໃຈດຽວ ຂອງປະຊາຊົນບັນດາເຜົ່າ ແລະ ຍູ້ແຮງບົດບາດການນຳພາຂອງພັກ. ຖືເອົາການສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ເປັນການປຸກລະດົມນ້ຳໃຈຮັກຊາດ ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມທຸກກໍາລັງ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທ້າຍສະໄໝ ແລະ ສ້າງຜົນງານຂ່ຳນັບ ຮັບ ຕ້ອນກອງປະຊຸມ ໃຫຍ່ຄັ້ງທີ XII ຂອງພັກໃນຕໍ່ໜ້ານີ້, ເພື່ອລະນຶກເຖິງຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ຮຽນເອົາແບບຢ່າງອັນດີງາມ ທີ່ເປັນມໍລະດົກອັນລໍ້າຄ່າ ຂອງເພີນ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອສືບທອດພາລະກິດ ຂອງພັກ.ເພື່ອເປັນການເສີມຂະຫຍາຍມູນເຊື້ອການຕໍ່ສູ້ອັນບາກບັ່ນ ພະຍາຍາມ ຂອງປະຊາຊົນລາວ ບັນດາເຜົ່າ ໂດຍພາຍໃຕ້ການນຳພາຂອງພັກ ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ທັງເຮັດສຳເລັດຫນ້າທີ່ວຽກງານ, ເພື່ອເປັນການຈັດຕັ້ງເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIIIໃຫ້ ພະນັກງານ-ລັດຖະກອນ, ສະມາຊິກພັກ, ທະຫານ, ຕໍາຫຼວດ, ນັກຮຽນ-ນັກສຶກສາ, ນັກຮຽນຮູ້ປັນຍາຊົນ ຕະຫຼອດ ຮອດປະຊາຊົນບັນດາເຜົ່າ ຊາວເມືອງເງິນທຸກທົ່ວໜ້າ ໄດ້ຮັບຮູ້ເຂົ້າໃຈ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ ດັ່ງກ່າວ ໃຫ້ກາຍເປັນແຜນການລະອຽດ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕົວຈິງ.
(ຂ່າວ: ອິນແປງ ແຫວນຄຳ)

ຄໍາເຫັນ