ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ
ວັນທີ 16 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງເງິນ ແຂວງ ໄຊຍະບູລີ. ໄດ້ປີດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ເຂົ້າຮ່ວມເປັນກຽດຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ ຮອງຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນັກກວດກາ ແລະ ນັກເດີນສໍາຫຼວດເຂົ້າຮ່ວມ.
ເມອງເງນປດສະຫບການສາຫວດພນລະເມອງ ແລະ ທຢອາໄສ - image 1
 

ທ່ານ ວົງເພັດ ແສງສີວົງ ຮອງຫົວໜ້າ ຫ້ອງການ-ການເງິນເມືອງ ໄດ້ຜ່ານບົດສະຫຼຸບການເດີນສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025 ແຕ່ເລີ່ມຈັດຕັ້ງປະຕິບັດ ມາແຕ່ວັນທີ 3 ພະຈິກ 2025 ຫາ ວັນທີ 14 ທັນວາ 2025. ເມືອງເງິນປະກອບມີ 22 ບ້ານ, ມີ 356 ໜ່ວຍຄຸ້ມຄອງພົນລະເມືອງ, ມີ 3,845 ຄອບຄົວ, ມີຈຳນວນພົນທັງໝົດ 20,186 ຄົນ ຍິງ 9,972 ຄົນ. ເຂດເທດສະບານມີ 8 ບ້ານ, ເຂດພູດອຍ 14 ບ້ານ, ມີເຂດທີ່ຖືກສຳຫຼວດທັງໝົດ 20 ເຂດ, ມີນັກເດີນສຳຫຼວດຕົວຈິງ 20 ທ່ານ, ສຳຮອງ 3 ທ່ານ ແລະ ມີນັກກວດກາທັງໝົດ 7 ທ່ານ, ນັກກວດກາສໍາຮອງ 1 ທ່ານ. ຜ່ານການຈັດຕັ້ງປະຕິບັດຕົວຈິງໃນພາກສະໜາມ ຈໍານວນທີ່ຢູ່ອາໄສທີ່ຖືກຈົດນັບ ທັງໝົດຂອງເມືອງມີ 4,275 ທີ່ຢູ່ອາໄສ ດັ່ງນີ້: ຈໍານວນທີ່ຢູ່ອາໄສທີ່ຈົດບັບສໍາເລັດມີ 4,191 ທີ່ຢູ່ອາໄສ ເທົ່າກັບ 98%; ຈຳນວນທີ່ຢູ່ອາໄສທີ່ບໍ່ສາມາດຕິດຕໍ່ໄດ້ມີ 0 ທີ່ຢູ່ອາໄສ ເທົ່າກັບ 0%; ຈໍານວນທີ່ຢູ່ອາໄສທີ່ຫວ່າງເປົ່າຊ່ວງລະດູການ ບໍ່ແມ່ນເປົ້າໝາຍການສໍາຫຼວດມີ 67 ທີ່ຢູ່ອາໄສ ເທົ່າກັບ 1,2%; ຈໍານວນທີ່ຢູ່ອາໄສທີ່ປະຕິເສດມີ 0 ທີ່ຢູ່ອາໄສ ເທົ່າກັບ 0%; ຈຳນວນທີ່ຢູ່ອາໄສທີ່ກຳລັງສຳພາດມີ 0 ທີ່ຢູ່ອາໄສ ເທົ່າກັບ 0%; ຈໍານວນປະຊາກອນທີ່ຖືກຈົດນັບໃນຄົວເຮືອນສ່ວນບຸກຄົນມີ 19,341 ຄົນ ດັ່ງນີ້: ຈໍານວນເພດຊາຍ 9,792 ຄົນ ເທົ່າກັບ 50.6%, ຈໍານວນເພດຍິງ 9,558 ຄົນ ເທົ່າກັບ 49.4%. ຈໍານວນຄົວເຮືອນລວມໝູ່ທີໄດ້ຈົດນັບມີ 17 ຄົວເຮືອນດັ່ງນີ້: ຈໍານວນປະຊາກອນທີ່ຖືກຈົດນັບໃນຄົວເຮືອນລວມໝູ່ມີ 88 ຄົນ, ຈໍານວນເພດຊາຍມີ 82 ຄົນ ເທົ່າກັບ 93.2% ແລະ ຈໍານວນເພດຍິງມີ 6 ຄົນ ເທົ່າກັບ 6.8%.

(ຂ່າວ-ພາບ: ຄ.ອ.ມ ເມືອງເງິນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ໃນວັນທີ 18 ທັນວານີ້ ທີ່ອົງການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງ ທີ່ 1 ນະຄອນຫຼວງວຽງຈັນ(ນວ) ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ(ສສນວ) ເຫັນດີເປັນເອກະພາບຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ IV ແລະ ແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ, ທິດທາງແຜນການ ປະຈຳປີ 2026 ຂອງສະພາປະຊາຊົນ ນວ ຊຸດທີ V ດ້ວຍຄະແນນສຽງເຫັນດີຢ່າງເປັນເອກະສັນ.
ອັດຕະປື ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ

ອັດຕະປື ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ່ IV ໄຂຂຶ້ນໃນວັນທີ 17 ທັນວາ 2025ນີ້ ທີ່ຫ້ອງປະຊຸມໃຫຍ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ມີບັນດາການນໍາພັກ-ລັດຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ແຂກທີ່ຖືກເຊີນເຂົ້າຮ່ວມ.
2 ພາກສ່ວນລົງນາມສ້າງກົນໄກທາງນິຕິກໍາ ເພື່ອຮັກສາສະພາບແວດລ້ອມ

2 ພາກສ່ວນລົງນາມສ້າງກົນໄກທາງນິຕິກໍາ ເພື່ອຮັກສາສະພາບແວດລ້ອມ

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຈັດພິທີເຊັນບົດບັນທຶກຮ່ວມ ວ່າດ້ວຍການປະສານງານໃນການດຳເນີນຄະດີອາຊະຍາກຳຕໍ່ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມສະບັບປັບປຸງ ຂຶ້ນໃນວັນທີ 18 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ລິນຄໍາ ດວງສະ ຫວັນ ກຳມະການສໍາຮອງສູນກາງພັກ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະນຳ ແລະ ຜູ້ແທນຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍ.
ອົງການລັກເດບ ພົບປະການນຳແຂວງຊຽງຂວາງ

ອົງການລັກເດບ ພົບປະການນຳແຂວງຊຽງຂວາງ

ທ່ານ ໂຣເບີດ ເດີເວຫາ ໄດ້ລາຍງານການມາເຮັດວຽກຢູ່ແຂວງຊຽງຂວາງໃນຄັ້ງນີ້, ເພື່ອແນະນຳຕົວ, ທົບທວນຜົນກະທົບຂອງໄພນ້ຳຖ້ວມໃນປີ 2025 ແລະ ກຳນົດຄວາມຕ້ອງການຟື້ນຟູປີ 2026, ສຳຫຼວດຍຸດທະສາດ ເພື່ອປັບປຸງຄຸນນະພາບແຮງງານຊາວໜຸ່ມ ຜ່ານໂຄງການຝຶກອົບຮົມວິຊາຊີບ, ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ວຽກງານສຸຂະພາບ ແລະ ໂພສະນາການ, ວຽກງານກະສິກຳ.
ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ໃນວັນທີ 16-17 ທັນວາ 2025, ທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ມະຫາຊົນ ສາຂາແຂວງເຊກອງ ຊຶ່ງນຳໂດຍ ທ່ານ ໄຊຊະນະ ພົມມະສີ ຮອງຫົວໜ້າ ທຄຕລ ສາຂາເຊກອງ, ພ້ອມຄະນະ ໄດ້ນຳເອົາອຸປະກອນການຮຽນ ແລະ ອຸປະກອນກິລາ ລວມມູນຄ່າເກືອບ 20 ລ້ານກີບ ມອບໃຫ້ນ້ອງນັກຮຽນໂຮງຮຽນ ມຕ ຕອກອົງແກ້ວ ເມືອງລະມາມ ແລະ ໂຮງຮຽນ ມສ ບໍ່ເຫຼັກຕະນຶງ ເມືອງກະລຶມ, ໂດຍມີທ່ານ ຄຳເພີນ ຈະເລີນຮັກ ຮອງຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາ ເມືອງກະລຶມ, ອົງການປົກຄອງບ້ານ, ຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຄະນະພັກ -ອົງການປົກຄອງແຂວງຈໍາປາສັກ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນ ໃນຕອນເຊົ້າວັນທີ 17 ທັນວານີ້ ໂດຍເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂັ້ນແຂວງ, ນະຄອນ-ເມືອງ, ຕົວແທນທຸກອົງການຈັດຕັ້ງທົ່ວແຂວງເຂົ້າຮ່ວມ ທີ່ສະໂມສອນແຂວງ.
ໂຄງການ AFN ຊ່ວຍໃຫ້ຊຸມຊົນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ

ໂຄງການ AFN ຊ່ວຍໃຫ້ຊຸມຊົນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ

5 ບ້ານ ຂອງເມືອງລະມາມ ແຂວງເຊກອງ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການອາຫານໂລກພາຍໃຕ້ການສະໜັບສະໜູນໂຄງການກະສິກໍາ ເພື່ອໂພຊະນາການ (AFN) ໄລຍະ 2. ຈຶ່ງເຮັດໃຫ້ຊຸມຊົນຄືປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ, ຮຽນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ ເພື່ອໂພສະນາການສະໜອງອາຫານໄວ້້ຍາວນານ.
ເພີ່ມເຕີມ