![]() |
ໃນໄລຍະຜ່ານມາ, ພະນັກງານຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ລົງຕິດຕາມ,ກວດກາບັນດາຫົວໜ່ວຍທຸລະກິດຂາຍຍົກ, ຂາຍຍ່ອຍ, ຮ້ານຊັບພະສີນຄ້າ ເພື່ອຊຸກຍູ້ສົ່ງເສີມ ແລະ ພັດທະນາຕາໜ່າງການຄ້າພາຍໃນ ໃຫ້ມີຄວາມຄ່ອງຕົວຖືກຕ້ອງຕາມກົດໜາຍ ແລະ ລະບຽບການ, ຄຸ້ມຄອງ, ຕິດຕາມການນຳໃຊ້ເຄື່ອງມືອຸປະກອນວັດແທກ ທີ່ໃຫ້ບໍລິການທ້ອງຖີ່ນຕົນ ເພື່ອຮັບປະກັນຜູ້ບໍລິໂພກໄດ້ຮັບຄວາມເປັນທຳ ແລະ ຖືກຕ້ອງຕາມລະບຽບກົດໜາຍ.
ສີນຄ້າທີ່ມາທໍາລາຍໃນຄັ້ງນີ້, ກໍ່ແມ່ນເປັນສິນຄ້າທີ່ໄດ້ມີການລະເມີດລະບຽບການຄ້າ ແລະ ໝົດອາຍຸໃນການບໍລິໂພກ ຊຶ່ງເປັນອັນຕະລາຍຕໍ່ສຸຂະພາບ, ສຳລັບໃນການທຳລາຍສິນຄ້າໃນຄັ້ງນີ້, ແມ່ນມີຈຳນວນຢູ່ 19 ລາຍການຄື: ໜີ່ກ໋ອງ, ນົມປ້ຽວກ໋ອງນ້ອຍ, ນົມແລ໋ກຕາຊອຍ, ເຂົ້າໜົມ, ໜີ່ໄວໆ, ເຂົ້າໜົມ, ເຂົ້າໜົມທິວລີ, ນໍ້າໜາກພ້າວ, ເຂົ້າຊິລີເເລັກ, ຖົ່ວເຫຼືອງ, ຖົ່ວດຳ, ນ້ຳອັດລົມ, ນ້ຳຕານຊາຍ - ເມັດຜົງ, ຊອດໝາກເລັນ, ຊອດໝາກເພັດ, ແປ້ງເຄັກ, ນົມ, ຄີມຍ້ອມຜົມ ແລະ ເບຍຫວຽດ (ເບຍສະຕີນ), ລວມເປັນມູນຄ່າທັງໝົດໃນການທຳລາຍໃນຄັ້ງນີ້ 3 ລ້ານກວ່າກີບ.
(ແຫຼ່ງຂ່າວ: ເມືອງ-ອງບົກ)
ຄໍາເຫັນ