ເມືອງອຸທຸມພອນ ຍົກລະດັບຄວາມຮູ້ໃຫ້ ນັກເດີນສໍາຫຼວດ ແລະ ນັກກວດກາ

ເມືອງອຸທຸມພອນ ຍົກລະດັບຄວາມຮູ້ໃຫ້ ນັກເດີນສໍາຫຼວດ ແລະ ນັກກວດກາ

ເມືອງອຸທຸມພອນ ຍົກລະດັບຄວາມຮູ້ໃຫ້ ນັກເດີນສໍາຫຼວດ ແລະ ນັກກວດກາ
ໃນຕອນເຊົ້າ​ວັນ​ທີ 20 ຕຸລາ2025 ທີ່ສະໂມສອນເມືອງ​ອຸ​ທຸມ​ພອນ,ແຂວງສະຫວັນນະເຂດ​ໄດ້ຍົກລະດັບຄວາມຮູ້ ກ່ຽວກັບນັກເດີນສໍາຫຼວດ ແລະ ນັກກວດກາ,ໂດຍການເຂົ້າຮ່ວມຂອງ​ທ່ານໂພໄຊ ອິນທະວົງສາ ຮັກສາການເຈົ້າ​ເມືອງ​ອຸ​ທຸມ​ພອນ
ເມອງອທມພອນ ຍກລະດບຄວາມຮໃຫ ນກເດນສາຫວດ ແລະ ນກກວດກາ - image 1
 

ທ່ານ ຈັນທະລົງສິນ ກິ່ນອົ້ມ ຮອງຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ກ່າວລາຍງານວ່າ: ໃນຕົ້ນປີ 2025 ເມືອງພວກເຮົາໄດ້ຮັບການແບ່ງເຂດສໍາຫຼວດເບື້ອງຕົ້ນທີ່ສູນກາງມີ 114 ເຂດສໍາຫຼວດ,ໃນອັດຕາສ່ວນ 150-210 ຄົວເຮືອນຕໍ່ 1 ເຂດສໍາຫຼວດ, ບຸກຄະລາກອນທັງໝົດ 176 ທ່ານ, ໂດຍບໍ່ລວມເອົາຄະນະຊີ້ນໍາຂັ້ນເມືອງ ແລະ ຫ້ອງການສໍາຫຼວດຂັ້ນເມືອງ. ໃນນີ້, ປະກອບມີຄູຝຶກຂັ້ນເມືອງ 15 ທ່ານ, ນັກກວດກາ 31 ທ່ານ, ສໍາຮອງ 2 ທ່ານ, ນັກເດີນສໍາຫຼວດ 130 ທ່ານ, ສໍາຮອງ 16 ທ່ານ, ການເດີນສໍາຫຼວດພາກສະໜາມກໍານົດ 21 ວັນ. ປັດຈຸບັນເມືອງພວກເຮົາໄດ້ຮັບການແບ່ງເຂດສໍາຫຼວດຄືນໃໝ່ອີກທັງໝົດ 109 ເຂດສໍາຫຼວດ ໃນອັດຕາສ່ວນ 280-300 ຄົວເຮືອນຕໍ່ 1 ເຂດສໍາຫຼວດ, ບຸກຄະລາກອນທັງໝົດ 151 ທ່ານ, ໂດຍບໍ່ລວມເອົາຄະນະນໍາຂັ້ນເມືອງ, ຫ້ອງການສໍາຫຼວດຂັ້ນເມືອງ ແລະ ຄູຝຶກຂັ້ນເມືອງ, ຊຶ່ງປະກອບມີນັກກວດກາ 31 ທ່ານ, ສໍາຮອງ 3 ທ່ານ, ນັກເດີນສໍາຫຼວດ 120 ທ່ານ, ສໍາຮອງ 11 ທ່ານ, ເມືອງອຸທຸມພອນມີຄູຝຶກຈໍານວນ 10 ທ່ານ, ນັກເດີນພາກສະໜາມ ແລະ ນັກກວດກາຈະໄດ້ລົງສໍາຫຼວດກໍານົດເວລາ 42 ວັນ.

ທ່ານ ຈັນທະລົງສິນ ກິ່ນອົ້ມ ເວົ້າຕື່ມວ່າ: ມາຮອດປັດຈຸບັນ ທາງສູນກາງໄດ້ແຈ້ງຕົວເລກແບ່ງເຂດສໍາຫຼວດສຸດທ້າຍໃຫ້ເມືອງພວກເຮົາທັງໝົດ 113 ເຂດ. ໃນນີ້, ສໍາຮອງ 11 ເຂດ, ນັກເດີນສໍາຫຼວດຈໍານວນ 125 ທ່ານ, ສໍາຮອງ 12 ທ່ານ ແລະ ນັກກວດກາອີກ 32 ທ່ານ, ສໍາຮອງ 3 ທ່ານ. ພາຍຫຼັງສໍາເລັດການຝຶກອົບຮົມແລ້ວແມ່ນຈະໄດ້ເລີ່ມຕົ້ນການລົງເດີນພາກສະໜາມໃນໄລຍະນັດໝາຍການສໍາຫຼວດເລີ່ມແຕ່ວັນທີ 3 ພະຈິກ-ວັນທີ 14 ທັນວາ 2025 ກໍານົດເວລາ 42 ວັນ. ຈາກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດຄັ້ງທີ V ປີ 2025 ຂັ້ນເມືອງ ອີກດ້ວຍ

ໂອກາດນີ້, ທ່ານ ໂພໄຊ ອິນທະວົງສາ ຮັກສາການເຈົ້າເມືອງອຸທຸມພອນ ຍັງເນັ້ນວ່າ: ເຮັດແນວໃດມັນຊິບັນລຸຕາມເປົ້າໝາຍ ພວກເຮົາຕ້ອງພ້ອມກັນຕັດສິນໃຈໃຫ້ສູງ, ນັກສໍາມະນາກອນແຕ່ລະທ່ານອັນໃດທີ່ບໍ່ເຂົ້າໃຈກໍຕ້ອງມີການແລກປ່ຽນບົດຮຽນນໍາກັນ, ຄັນບໍ່ເຂົ້າໃຈອັນໃດກໍຂໍໃຫ້ຖາມຄູຝຶກ, ບໍ່ແມ່ນເຮັດແລ້ວເພື່ອແລ້ວຕ້ອງໃຫ້ມັນໄດ້ຄຸນະພາບ,ວຽກອັນນີ້ແມ່ນຄວາມຈໍາເປັນ, ແມ່ນພາລະບົດບາດປະກອບສ່ວນເພື່ອສັງຄົມ

ເຊິ່ງການຍົກລະດັບຄວາມຮູ້ ກ່ຽວກັບນັກເດີນສໍາຫຼວດ ແລະ ນັກກວດກາຂອງເມືອງອຸທຸມພອນຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 10 ວັນເຕັມ, ນັບແຕ່ວັນທີ 20-30 ຕຸລາ 2025 ຈິ່ງສໍາເລັດຕາມແຜນການ.

(ພາບ,ຂ່າວ: ບຸນຊູ ພົມມະເທບ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ