![]() |
ທ່ານ ບຸນທະວີ ຊົງເຮີ ໄດ້ເນັ້ນໃຫ້ບັນດາຄູຝືກ ແລະ ນັກສຳມະນາກອນຈົ່ງໄດ້ພ້ອມກັນເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ສຸມທຸກສະຕິ, ຄວາມຮູ້ຄວາມສາມາດ ແລະ ຄວາມຮັບຜິດຊອບ ເພື່ອເຂົ້າຮ່ວມການຝຶກອົບຮົມ ຍົກລະດັບຄວາມຮັບຮູ້ ເພື່ອນຳເອົາເນື້ອໃນຈິດໃຈຂອງການຝຶກອົບຄັ້ງນີ້ ໄປຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດຕາມຈຸດປະສົງຄາດໝາຍວາງໄວ້.
ທ່ານ ຈັດ ຊະນະເລີດ ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້, ແມ່ນທາງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງໄດ້ສົມທົບ ກັບ ທິມງານຂອງກະຊວງ, ທິມງານຂອງແຂວງ ໄດ້ເຊື້ອເຊີນບັນດານັກສຳມະນາກອນຕາງໜ້າຫ້ອງການ, ບັນດາບ້ານເປົ້າໝາຍ 10 ບ້ານ ຂອງໂຄງການ VFI ເພື່ອເຂົ້າຮ່ວມຝຶກອົບຮົມໂດຍມີ: ບ້ານປົ່ງວາງ, ບ້ານເມືອງພຽງ, ບ້ານກາງ, ບ້ານນໍ້າເຮ້ຍ, ບ້ານນາບວມ, ບ້ານນາຊິງ, ບ້ານນໍ້າປຸຍ, ບ້ານນໍ້າຍາບ, ບ້ານນາອູມ ແລະ ບ້ານ ປາກຊອງ ຊຶ່ງມີບັນດາຄູຝຶກ ແລະ ນັກສຳມະນາກອນທັງໝົດ 50 ກວ່າທ່ານ.
![]() |
ການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບບັນດາໜ້າວຽກຕ່າງໆຄື: ສະພາບລວມ, ພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງຕາໜ່າງປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ຄວາມຮູ້ພື້ນຖານກ່ຽວກັບສິດທິເດັກ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ການເຄື່ອນຍ້າຍແຮງງານແບບປອດໄພ, ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຮູບແບບ ແລະ ມາດຕະການໆລົງໂທດ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ. ພ້ອມນັ້ນ ຍັງໄດ້ ຮຽນຮູ້ ບັນດາເອກະສານຕ່າງໆ, ສະພາບການ ແລະ ບາງເນື້ອໃນກົດໝາຍກ່ຽວຂ້ອງ ແລະ ການຝຶກອົບຮົມຄັ້ງນີ້, ຈະດຳເນີນເປັນເວລາ 3 ວັນຈຶ່ງຈະສຳເລັດ.
(ຂ່າວ: ແສງສຸດາ ກິ່ງສະຫວັດ)


ຄໍາເຫັນ