ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025

ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025

ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
ເມືອງພຽງ ແຂວງໄຊຍະບູລີ ຈັດພິທີເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ແລະ ນັກກວດກາ ໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂຶ້ນໃນວັນທີ 20 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງພ້ອມດ້ວຍນັກກວດກາ ແລະ ນັກເດີນສຳຫຼວດຂັ້ນເມືອງເຂົ້າຮ່ວມ.
ເມອງພຽງ ເປດຝກອບຮມໃຫແກນກເດນສຳຫວດ ພນລະເມອງ ຄງທ V ປ 2025 - image 1
 

ທ່ານ ຄຳພັນ ຄຳພູບົວ ໄດ້ກ່າວເປີດເຝິກອົບຮົມໃຫ້ແກ່ນັກເດີນສຳຫຼວດ ແລະ ນັກກວດກາ ໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ເພື່ອຝຶກອົບຮົມໃຫ້ນັກກວດກາ-ນັກເດີນສໍາຫຼວດ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບກອບແນວຄວາມຄິດ, ຈຸດປະສົງ ແລະ ວິທີການຈົດກ່າຍແບບສອບຖາມໃນແທັບເລັດໃຫ້ມີຄວາມເປັນເອກະພາບຢ່າງເລິກຊຶ່ງ ຮັບປະກັນໃຫ້ມີຄວາມສາມາດເກັບກຳຂໍ້ມູນຕ່າງໆຢູ່ໃນລະບົບໃຫ້ຖືກຕ້ອງ ເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບໜ້າທີ່ຮັບຜິດຊອບຂອງນັກວດກາ ແລະ ນັກເດີນສໍາຫຼວດ ລວມທັງວິທີການ ແລະ ຂັ້ນຕອນ ໃນການເກັບກຳຂໍ້ມູນພາກສະໜາມ ເອກະພາບກ່ຽວແຜນການເກັບກຳຂໍ້ມູນ, ຈໍານວນເຂດສໍາຫຼວດ, ຈໍານວນນັກເດີນສໍາຫຼວດ, ນັກກວດກາ ທີ່ຮັບຜິດຊອບຈັດຕັ້ງປະຕິບັດການເກັບກຳຂໍ້ມູນພາກສະໜາມເພຶ່ອເກັບກຳສະຖິຕິພົນລະເມືອງລາວ ແລະ ຕ່າງປະເທດທີ່ດຳລົງຊີວິດຢູ່ລາວ ທັງເກັບກຳສະພາບການຂະຫຍາຍຕົວຂອງພົນລະເມືອງ ແລະ ເກັບກຳສະພາບທີ່ຢູ່ອາໄສຂອງພົນລະເມືອງ, ເກັບກຳຂໍ້ມູນພື້ນຖານຂອງພົນລະເມືອງລາວ ກ່ຽວກັບການສຶກສາ, ດ້ານສາທາລະນະສຸກ, ຄຸນລັກສະນະທີ່ຢູ່ອາໄສ, ການດໍາລົງຊີວິດ, ສະພາບຄວາມພິການ ແລະ ສະພາບການ ຍົກຍ້າຍຂອງພົນລະເມືອງ, ເກັບກຳສະພາບກຳລັງແຮງງານ ແລະ ສະພາບການມີວຽກເຮັດງານທໍາພ້ອມທັງສ້າງຖານຂໍ້ມູນໃຫ້ແກ່ການຄາດຄະເນພົນລະເມືອງໃນການສໍາຫຼວດສຳມະໂນຄົວຂຶ້ນທະບຽນ ພົນລະເມືອງ, ສ້າງ ແລະ ປັບປຸງລະບົບຂໍ້ມູນຂ່າວສານ ສະຖິຕິດ້ານຕ່າງໆໃຫ້ມີຄວາມຄົບຖ້ວນສົມບູນ ຍິ່ງຂຶ້ນໃຫ້ທຽບທັນກັບພາກພື້ນ ແລະ ສາກົນ, ສຳຫຼວດຂໍ້ມູນທາງດ້ານເສດຖະກິດ ແລະ ສະພາບທ່າອ່ຽງໃນດ້ານສັງຄົມ ແລະ ຄວາມສະເໝີພາບຍິງ-ຊາຍ.

(ຂ່າວ: ວົງສະຫວັນ ສຸທິໂວຫານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບາດ​ກ້າວ​ສຳ​ຄັນ​ຂອງວຽກງານສົ່ງເສີມ ແລະ ພັດທະນາຄົນພິການ

ບາດ​ກ້າວ​ສຳ​ຄັນ​ຂອງວຽກງານສົ່ງເສີມ ແລະ ພັດທະນາຄົນພິການ

ກອງປະຊຸມສຳມະນາກ່ຽວກັບວຽກງານສົ່ງເສີມ ແລະ ພັດທະນາຄົນພິການ ນັບ​ວ່າ ເປັນບາດກ້າວໃໝ່ທີ່ມີຄວາມໝາຍ ແລະ ຄວາມສຳຄັນເປັນຢ່າງຍິ່ງ ທີ່ບັນດາອົງການຄົນພິການໄດ້ມີໂອກາດນຳສະເໜີ ແລະ ປຶກສາຫາລືກັບບັນດາສະມາຊິກສະພາແຫ່ງ​ຊາດ (ສ​ສ​ຊ) ແລະ ການນຳຂັ້ນສູງ​ຂອງ​​ພັກ-ລັດ, ເຊິ່ງໄດ້ຮັບການຕອບຮັບຈາກການນຳ ແລະ ບັນດາ ທ່ານ ສສຊ ໄດ້ມີຄຳເຫັນໃນການສືບຕໍ່ປັບປຸງນິຕິກຳ, ງົບປະມານ ໃນການພັດທະນາຄົນພິການໃນ ສປປ ລາວ.
ເມືອງຕະໂອ້ຍ ຝຶກອົບຮົມນັກເດີນສຳຫຼວດ ແລະ ນັກກວດກາ ການສຳຫຼວດພົນລະເມືອງ ປີ2025.

ເມືອງຕະໂອ້ຍ ຝຶກອົບຮົມນັກເດີນສຳຫຼວດ ແລະ ນັກກວດກາ ການສຳຫຼວດພົນລະເມືອງ ປີ2025.

ວັນທີ 20 ຕຸລາຜ່ານມາ ທີ່ຫ້ອງປະຊຸມແຜນການ ແລະ ການລົງທຶນເມືອງຕະໂອ້ຍ ແຂວງສາລະວັນ ໄດ້ເປີດຊຸດຝຶກອົບຮົມໃຫ້ນັກເດີນສຳຫຼວດ ແລະ ນັກກວດກາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025, ໂດຍການເປັນປະທານຂອງທ່ານນາງ ບຸນຖິນ ແກ່ນພົມມາ ປະທານຄະນະກຳມະການປົກຄອງເມືອງ ທັງເປັນຜູ້ຊີ້ນໍາການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ຂັ້ນເມືອງ, ມີບັນດາຄະນະກວດກາຂັ້ນເມືອງ, ຄູຝຶກ ແລະ ນັກເດີນສໍາຫລວດເຂົ້າຮ່ວມ.
9 ເດືອນຜ່ານມາ ຄະນະບໍລິຫານງານພັກເມືອງນໍ້າບາກ ສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼາຍດ້ານ

9 ເດືອນຜ່ານມາ ຄະນະບໍລິຫານງານພັກເມືອງນໍ້າບາກ ສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼາຍດ້ານ

ເມື່ອບໍ່ດົນມານີ້, ອົງຄະນະພັກເມືອງນໍ້າບາກ ແຂວງຫຼວງພະບາງ, ໄດ້ຈັດກອງປະຊຸມ ຄົບບໍລິຫານງານພັກເມືອງ ຄັ້ງທີ່ 3 ສະໄຫມທີ່ X ໂດຍເປັນປະທານຂອງ ສະຫາຍ ສົມຫວັງ ພອນຄຳວົງສາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການຂອງເມືອງ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະ ກໍາມາທິການແຜນການ ການເງິນ ແລະ ການກວດສອບ

ກອງປະຊຸມຄົບຄະນະ ກໍາມາທິການແຜນການ ການເງິນ ແລະ ການກວດສອບ

ກໍາມາທິການແຜນການ, ການເງິນ ແລະ ກວດສອບ (ກຜງສ) ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຂອງຕົນຂຶ້ນ ໃນວັນທີ 17 ຕຸລານີ້ ທີ່ຫ້ອງປະຊຸມຂອງ ສພຊ, ໂດຍການເປັນປະທານຂອງ ທ່ານ ລີເບີ ລີບົວປາວ ກໍາມະການສູນກາງພັກ ກໍາມະການໃນຄະນະປະຈໍາສະພາແຫ່ງຊາດ ປະທານ ກໍາມາທິການ ແຜນການ, ການເງິນ ແລະ ການກວດສອບ, ເປັນກຽດເຂົ້າຮ່ວມ ມີທ່ານ ສົມມາດ ພົນເສນາ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານ ກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ບັນດາທ່ານ ປະທານ, ຮອງປະທານກໍາມາທິການ ສະພາແຫ່ງຊາດ, ບັນດາທ່ານກໍາມະການຂອງ ກຜງສ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງໃນຂອບເຂດທົ່ວປະເທດພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມ ພຽງ.
ມອບ-ຮັບໜ້າທີ່ ປະທານສະມາຄົມນັກທຸລະກິດໜຸ່ມ ນວ

ມອບ-ຮັບໜ້າທີ່ ປະທານສະມາຄົມນັກທຸລະກິດໜຸ່ມ ນວ

ສະມາຄົມນັກທຸລະກິດໜຸ່ມ ນະຄອນຫຼວງວຽງຈັນ (ສທໜ ນວ) ຈັດພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ປະທານສະມາຄົມຜູ້ເກົ່າ ແລະ ຜູ້ໃໝ່ ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງ ນວ ໂດຍມີທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ, ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນວ, ມີຮອງຫົວໜ້າຄະນະຈັດຕັ້ງ ນວ, ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ, ປະທານ - ຮອງປະທານ ສທໜ ນວ ພ້ອມດ້ວຍສະມາຊິກສະມາຄົມນັກທຸລະກິດໜຸ່ມ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ຫາລືການແກ້ໄຂບັນຫາຂາດແຄນແຮງງານຢູ່ພາຍໃນ

ຄໍາມ່ວນ ຫາລືການແກ້ໄຂບັນຫາຂາດແຄນແຮງງານຢູ່ພາຍໃນ

ວັນທີ 20 ຕຸລາ 2025ນີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງຄຳມ່ວນ ຮ່ວມກັບ ກົມການຈັດຫາງານ ກະຊວງ ຮສສ ໄດ້ຈັດກອງປະຊຸມປຶກສາຫາລືການແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ, ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າກົມການຈັດຫາງານ ກະຊວງ ຮສສ.
ແກ່ນທ້າວ ອົບຮົມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V

ແກ່ນທ້າວ ອົບຮົມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V

ໃນວັນທີ 20 ຕຸລານີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຝຶກອົບຮົມ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ.
ສປປ ລາວ ຈະເປັນເຈົ້າພາບງານບຸນການສະແດງລະຄອນໄວໜຸ່ມອາຊຽນ

ສປປ ລາວ ຈະເປັນເຈົ້າພາບງານບຸນການສະແດງລະຄອນໄວໜຸ່ມອາຊຽນ

ສປປ ລາວ ຈະເປັນເຈົ້າພາບຈັດງານບຸນການສະແດງລະຄອນໄວໜຸ່ມອາຊຽນ ຊຶ່ງ​ພິ​ທີຖະແຫຼງຂ່າວງານບຸນດັ່ງ​ກ່າວໄດ້ຈັດຂຶ້ນໃນວັນທີ 20 ຕຸລານີ້ ທີ່ວິທະຍາໄລສິລະປະແຫ່ງຊາດ ໂດຍມີທ່ານ ລັດຕະນະກອນ ອິນສີຊຽງໃໝ່ ຫົວໜ້າບໍລິສັດເຂົ້າໜ່ຽວ ການສະແດງ, ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກວັດທະນະທຳ-ການທ່ອງທ່ຽວ ນະຄອນຫຼວງວຽງຈັນ, ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງອຸທຸມພອນ ຍົກລະດັບຄວາມຮູ້ໃຫ້ ນັກເດີນສໍາຫຼວດ ແລະ ນັກກວດກາ

ເມືອງອຸທຸມພອນ ຍົກລະດັບຄວາມຮູ້ໃຫ້ ນັກເດີນສໍາຫຼວດ ແລະ ນັກກວດກາ

ໃນຕອນເຊົ້າ​ວັນ​ທີ 20 ຕຸລາ2025 ທີ່ສະໂມສອນເມືອງ​ອຸ​ທຸມ​ພອນ,ແຂວງສະຫວັນນະເຂດ​ໄດ້ຍົກລະດັບຄວາມຮູ້ ກ່ຽວກັບນັກເດີນສໍາຫຼວດ ແລະ ນັກກວດກາ,ໂດຍການເຂົ້າຮ່ວມຂອງ​ທ່ານໂພໄຊ ອິນທະວົງສາ ຮັກສາການເຈົ້າ​ເມືອງ​ອຸ​ທຸມ​ພອນ
ກຸ່ມບໍລິສັດ ເອໄອເອັຟ ມອບລົດຈັກໃຫ້ຄະນະພົວພັນຕ່າງປະເທດສູນກາງພັກ

ກຸ່ມບໍລິສັດ ເອໄອເອັຟ ມອບລົດຈັກໃຫ້ຄະນະພົວພັນຕ່າງປະເທດສູນກາງພັກ

ພິທີມອບ-ຮັບ ການຊ່ວຍເຫຼືອຍານພາຫະນະ (ລົດຈັກ) ຈາກ ກຸ່ມບໍລິສັດ ເອໄອເອັຟ ຈຳກັດ (AIFGroup) ໃຫ້ແກ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ຕຸລາ ຜ່ານມາ ທີ່ ສຳນັກງານ ຄຕພ, ໂດຍການກ່າວມອບຂອງ ທ່ານ ລິດທິກອນ ພູມມະສັກ ປະທານກຸ່ມບໍລິສັດ ເອໄອເອັຟ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຊຶ່ງມີ ທ່ານ ນາງ ທິບພະກອນ ຈັນທະວົງສາ ແລະ ທ່ານ ພວງປາຣິສັກ ປຣະວົງວຽງຄຳ ຮອງປະທານອາວຸໂສກຸ່ມບໍລິສັດ ເອໄອເອັຟ ຈຳກັດ; ມີບັນດາຄະນະກົມຈາກ ຄຕພ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ. ການຊ່ວຍເຫຼືອຄັ້ງນີ້ ປະກອບມີ ລົດຈັກຮອນດ້າເວບຈຳນວນ 10 ຄັນ ພ້ອມດ້ວຍໝວກກັນນັອກ ແລະ ເສື້ອກັນລົມ, ມູນຄ່າ 322 ລ້ານກີບ, ໂດຍຈຸດປະສົງແມ່ນເພື່ອປະກອບສ່ວນຊຸກຍູ້ການເຄື່ອນໄຫວວຽກງານຂອງ ຄຕພ ໃຫ້ມີຄວາມສະດວກກວ່າເກົ່າ.
ເພີ່ມເຕີມ