ເມືອງພຽງ ເປີດງານເທດສະການບຸນກອງເຂົ້າໃຫຍ່ປະຈຳປີ 2024

ເມືອງພຽງ ເປີດງານເທດສະການບຸນກອງເຂົ້າໃຫຍ່ປະຈຳປີ 2024
ເມືອງພຽງແຂວງໄຊຍະບູລີຈັດພິທີເປີດງານເທດສະການບຸນກອງເຂົ້າໃຫຍ່ປະຈຳປີ 2024 ຂຶ້ນຢ່າງເປັນທາງການໃນວັນທີ 9 ມັງກອນ ນີ້ ທີ່ເດີ່ນກອງເຂົ້າໃຫຍ່ຂອງເມືອງໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິທະວົງ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງໄຊຍະບູລີ,ມີທ່ານ ເສີດ ແສງສຸລິນກຳມະການພັກແຂວງເລາຂາພັກເມືອງເຈົ້າເມືອງໆພຽງ,ມີບັນດາການນຳຂອງແຂວງ,ຂອງເມືອງບັນດາແຂກຖືກເຊີນ,ພະນັກງານ,ທະຫານຕໍາຫຼວດ,ນັກທຸລະກິດ,ພໍ່ຄ້າ,ແມ່ຄ້າຊາວຂາຍ,ບັນດານັກທ່ອງທ່ຽວພ້ອມດ້ວຍປະຊາຊົນບັນດາເຜົ່າຊາວເມືອງພຽງເຂົ້າຮ່ວມຢ່າງຫຼວງຫຼາຍ.
ສຳລັບງານເທດສະການບຸນກອງເຂົ້າໃຫຍ່ປະຈຳປີ 2024 ທີ່ເມືອງພຽງໃນຄັ້ງນີ້ແມ່ນໄດ້ຈັດຂຶ້ນໂດຍຕິດພັນກັບຍຸດທະສາດຂອງເມືອງພຽງທີ່ວ່າສ້າງເມືອງພຽງໃຫ້ເປັນເມືອງຜະລິດສະບຽງອາຫານຕິດພັນກັບການປຸງແຕ່ງສົ່ງອອກພັດທະນາການບໍລິການທາງຜ່ານແລະການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມແລະອີກດ້ານໜຶ່ງກໍເພື່ອເປັນການສືບຕໍ່ປັບປຸງແລະເສີມຂະຫຍາຍມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ,ຂອງທ້ອງຖິ່ນໃຫ້ຍືນຍົງຢູ່ຄູ່ກັບປະຊາຊົນບັນດາເຜົ່າຊາວເມືອງພຽງຕະຫຼອດໄປແລະທັງເປັນການສ້າງເງື່ອນໄຂປຸກລະດົມແນວຄິດຂອງປະຊາຊົນບັນດາເຜົ່າເຂົ້າໃນຂະບວນການແຂ່ງຂັນຮັກຊາດແລະພັດທະນາໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າທັງເປັນການປະກອບສ່ວນດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໃຫ້ເຂົ້າມາທ່ຽວຊົມປະເທດລາວເວົ້າສະເພາະກໍຄືເມືອງພຽງພ້ອມທັງປະກອບສ່ວນເປັນເຈົ້າພາບທີ່ດີໃນນາມທີ່ປະເທດລາວເຮົາໄດ້ເປີດປີທ່ອງທ່ຽວລາວປີ2024ຕື່ມອີກ ແລະໄດ້ຈັດເປັນງານເທດສະການໃຫຍ່ໃນທຸກໆປີ ຊຶ່ງໄດ້ມີຫຼາຍກິດຈະກຳເຊັ່ນ: ຂະບວນແຫ່ເຂົ້າເປືອກ, ເຂົ້າສານຂອງປະຊາຊົນແຕ່ລະບ້ານ,ບັນດາສຳນັກງານ,ອົງການແລະໄດ້ມີພິທີທາງສາສະໜາ,ການປະກວດນາງທິດາກອງເຂົ້າໃຫຍ່,ການສະແດງສິລະປະວັນນະຄະດີ,ການແຂ່ງຂັນກິລາພື້ນເມືອງ,ງານຕະຫຼາດນັດຕະຫຼອດເຖິງການຂົບງັນຕາມຮີດຄອງປະເພນີແລະສຳລັບມື້ເປີດພິທີຢ່າງເປັນທາງການກໍໄດ້ມີຂະບວນແຫ່ຂອງກ້ອນກຳລັງ ມວນຊົນບັນດາເຜົ່າຈາກບ້ານຕ່າງໆພາຍໃນເມືອງທີ່ເປັນການສົ່ງເສີມທາງດ້ານວັດທະນະທຳທີ່ເປັນເອກະລັກໃຫ້ຮັກສາໄດ້ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດກໍຄືຂອງເຜົ່າເວົ້າສະເພາະກໍຄືເອກກະລັກຂອງຊາວເມືອງພຽງຊຶ່ງຈະໄດ້ອະນຸລັກຮັກສາໄວ້ໃຫ້ມີຄວາມຍືນຍົງຕະຫຼອດມາແລະໃນພິທີເປີດງານເທດສະການໃນຄັ້ງນີ້ທ່ານ ເສີດ ແສງສຸລິນກໍໄດ້ຂຶ້ນກ່າວເປີດພິທີຍ່າງເປັນທາງການແລະໄດ້ມີການມອບໃບຢັ້ງຢືນວ່າດ້ວຍການຮັບຮອງເອົາບ້ານພູຟ້າມີໄຊເປັນບ້ານສາທາລະນະສຸກແບບຢ່າງ ແລະມອບໃບຢັ້ງຍືນຮັບຮອງ ບ້ານແລະຄອບຄົວພັດທະນາສີມືແຮງງານ,ຜ່ານໃບອະນຸຍາດນຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດແລະແຕ່ລະພາກສ່ວນທີ່ເຂົ້າຮ່ວມຍັງໄດ້ມອບການອຸປະຖຳໃນການຈັດງານໃນຄັ້ງນີ້ຕື່ມອີກ. ໂດຍໃຫ້ກຽດມອບໃບຍັ້ງຢືນຂອງທ່ານເຈົ້າເມືອງເມືອງພຽງແລະມອບ-ຮັບ ການອຸປະຖຳຕື່ມອີກ.
ໃນໂອກາດນີ້ ທ່ານ ພົງສະຫວັນ ສິດທະວົງ ໄດ້ໃຫ້ກຽດລັ່ນຄ້ອງເກົ້າບາດ, ຮ່ວມຕັດແຖບຜ້າປ່ອຍໝາກປູ່ມເປົ້າ ເພື່ອເປັນສັນຍາລັກໃຫ້ແກ່ການເປີດງານເທດສະການບຸນກອງເຂົ້າໃຫຍ່ຂອງເມືອງພຽງປະຈຳປີ2024 ຢ່າງເປັນທາງການ ພ້ອມທັງຮ່ວມເປີດປ້າຍນາມມະຍົດຕ່າງໆຂອງເມືອງແລະໄດ້ທ່ຽວຊົມຕະຫຼາດນັດຜະລິດຕະພັນສິນຄ້າໂອດັອບທີ່ເປັນເອກະລັກຂອງຊາວເມືອງພຽງ. ງານດັ່ງກ່າວເລີ່ມແຕ່ວັນທີ 8 ຫາ 12ມັງກອນ2024ນີ້ຈຶ່ງຈະສຳເລັດ. 
ຂ່າວ-ພາບ: ແສງສຸດາ ກິ່ງສະຫວັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ