ເມືອງພຽງ ປືກສາຫາລືການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນ

ເມືອງພຽງ ປືກສາຫາລືການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນ

ເມືອງພຽງ ປືກສາຫາລືການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນ
ກອງປະຊຸມປືກສາຫາລືກະກຽມການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນພື້ນເມືອງລາວ 3 ເມືອງກາງຂອງແຂວງໄຊຍະບູລີ ແລະ ການກະກຽມຮັບຮອງພະເຈົ້າໂອຍ ວັດສີມຸງຄຸນ ໄຊຍະຣາມ ບ້ານນາບວມ ເມືອງພຽງ ເປັນມໍລະດົກທ້ອງຖີ່ນຂັ້ນແຂວງໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ດາວັນ ພະວົງຈິດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽງານການເມືອງແນວຄິດ ວຽກງານພັກພະນັກງານ.
ເມອງພຽງ ປກສາຫາລການແຂງຂນດນຕ ແລະ ຂບລຳທອງຖນ - image 1
 

ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງອານຸກຳມະການແບງຄວາມຮັບຜິດຊອບແຕ່ລະໜ້າວຽກເປັນຕົ້ນແມ່ນ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຈັດງານການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນພື້ນເມືອງລາວ 3 ເມືອງກາງ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານຂອງເມືອງຊ່ວຍກະກຽມເປີດພິທີປະກາດຮັບຮອງວັດສີມຸງຄຸນໄຊຍະຣາມເປັນມໍລະດົກທ້ອງຖີ່ຂັ້ນແຂວງ. ຈາກນັ້ນ ຜູ້ເຂົ້າຮ່ວມແຕ່ລະພາກສ່ວນໄດ້ປະກອບຄຳຄິດ ເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານຕົວຈິງເພຶ່ອເຮັດໃຫ້ຖືກຕ້ອງສອດຄອງກັບສິດພາລະບົດບາດຂອງໜ້າວຽກແຕ່ລະອານຸກຳມະການ.

ທ່ານ ນາງ ດາວັນ ພະວົງຈິດ ໄດ້ຍົກໃຫ້ເຫັນໜ້າວຽກຕ່າງໆ ຂອງແຕ່ລະອານຸກຳມະການທີ່ຈະໄດ້ຈັດຕັ້ງປະຕິບັດພ້ອມເນັ້ນໃຫ້ເອົາໃຈໃສ່ຮັບຜິດຊອບຕໍ່ກັບໜ້າທີ່ການເມືອງຂອງຕົນໃຫ້ສຳເລັດຕາມຄາດໝາຍເພື່ອເປັນການອານຸລັກຮັກສາຮິດຄອງປະເພນີຂອງບັນດາເຜົ່າໄວ້ໃຫ້ຍືນຍົງ ແລະ ປູກຈິດສຳນືກໃຫ້ຊາວໜຸ່ມ, ໄວໜຸ່ມ, ລູກຫຼາ ກໍຄືຄົນຮຸ່ນຫຼັງ ຮູ້ຮັກສິລະປະ ວັດທະນະທຳລາວ ທັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊຍະບູລີຄັ້ງທີ VIII ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ໃຫ້ເປັນຂະບວນການຢ່າງຟົດຟື້ນ.

(ຂ່າວ: ວົງສະຫວັນ ສຸທິໂວຫານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 11 ສິງຫານີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຕິດຕາມ ກວດກາກອງປະຊຸມຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ບັນດາອານຸກຳມະການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຊຽງຂວາງ ສະໄໝທີ IX ເຂົ້າຮ່ວມ.
ຍທຂ ຜົ້ງສາລີ ສ້າງຂະບວນການສ້ອມແປງທາງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝ XII

ຍທຂ ຜົ້ງສາລີ ສ້າງຂະບວນການສ້ອມແປງທາງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝ XII

ໃນວັນທີ 8 ສິງຫາຜ່ານມານີ້, ທ່ານ ບຸນພານິດ ແກ້ວຮຸ່ງ ຫົວໜ້າພະແນກ ໂຍທາ ທິການ ແລະຂົນສົ່ງ (ຍທຂ) ແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນພະແນກ ຍທຂ ໄດ້ສ້າງຂະບວນການອອກແຮງງານລວມ. ຊຶ່ງການອອກແຮງງານຄັ້ງນິ້,
ຍ່າງມາລາທອນສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດ

ຍ່າງມາລາທອນສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດ

ຂະບວນຍ່າງມາລາທອນ ເພື່ອສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດຄື: ວັນສ້າງຕັ້ງແນວລາວສ້າງຊາດ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ແລະ ວັນສ້າງຕັ້ງລັດຖະທຳມະນູນຄົບຮອບ 34 ປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ສິງຫານີ້ ທີ່ເດີ່ນສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ, ເປັນກຽດເຂົ້າຮ່ວມພິທີມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ອັດຕະປື ຕ້ອງສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ

ອັດຕະປື ຕ້ອງສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ

ໄລຍະ 6 ເດືອນຕົ້ນປີ 2025 ແຂວງອັດຕະປື ໄດ້ມີຫຼາຍເຫດການທີ່ສໍາຄັນທາງດ້ານການເມືອງ ກໍຄືການພັດທະນາ ເສດຖະກິດ-ສັງຄົມ ອັນທີ່ພົ້ນເດັ່ນແມ່ນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ທົ່ວອົງຄະນະພັກແຂວງ, ການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຕິດພັນວຽກງານ 3 ສ້າງ ຢ່າງເປັນຂະບວນຟົດຟື້ນກວ້າງຂວາງ. ຄຽງຄູ່ກັນນັ້ນ, ຍັງປະເຊີນກັບສິ່ງທ້າທາຍທົດສອບຫຼາຍປະການ ໂດຍສະເພາະ ບັນຫາຄວາມຫຍຸ້ງຍາກ ເສດຖະກິດ-ການເງິນ, ກຸ່ມຄົນບໍ່ຫວັງດີ ຍັງສືບຕໍ່ໃສ່ຮ້າຍປ້າຍສີການນຳພາຂອງພັກ ຢ່າງບໍ່ລົດລະຄວາມພະຍາຍາມ.
ສື່ມວນຊົນລາວ ນັບມື້ມີບົດບາດສຳຄັນ ໃນການເຮັດໜ້າທີ່ເປັນກະບອກສຽງໃຫ້ແກ່ ພັກ-ລັດ

ສື່ມວນຊົນລາວ ນັບມື້ມີບົດບາດສຳຄັນ ໃນການເຮັດໜ້າທີ່ເປັນກະບອກສຽງໃຫ້ແກ່ ພັກ-ລັດ

ທ່ານ ບຸນທວາຍ ສິລິປັນຍາທອງ ພະນັກງານອາວຸໂສບຳນານ ໃນນາມທີ່ເຄີຍດຳລົງຕໍາແໜ່ງ ແລະ ຊີ້ນໍາໃນຂົງເຂດສື່ມວນຊົນ ແຂວງຄຳມ່ວນ ໄດ້ສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຜ່ານສື່ມວນຊົນແຂວງຄໍາມ່ວນເມື່ອບໍ່ດົນຜ່ານມານີ້ວ່າ:
ກະຊວງ ຮສສ ແລະ ອົງການຈັດຕັ້ງສາກົນຕິດຕາມຜົນເສຍຫາຍໄພພິບັດຢູ່ເມືອງເງິນ

ກະຊວງ ຮສສ ແລະ ອົງການຈັດຕັ້ງສາກົນຕິດຕາມຜົນເສຍຫາຍໄພພິບັດຢູ່ເມືອງເງິນ

ເມື່ອບໍ່ດົນມານີ້. ທ່ານ ກີນດາວົງ ຫຼວງຣາຊ ຮອງຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ພ້ອມດ້ວຍ ຜູ້ຕາງໜ້າຈາກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ສູນກາງສະຫະພັນແມ່ຍິງ ແລະ ຜູ້ຕາງໜ້າຈາກອົງການຢູເອັນ, ອົງການຢູນິເຊັບ ໄດ້ລົງຕິດຕາມຜົນເສຍຫາຍຈາກໄພພິບັດນ້ຳຖ້ວມ ຢູ່ເມືອງເງິນ ແຂວງໄຊຍະບູລີ.
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ

ໃນຕອນບ່າຍຂອງວັນທີ 10 ສິງຫານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ຊຶ່ງຕ້ອນຮັບໂດຍທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະການນຳຂອງແຂວງ.
ບົດຄວາມ:  ສື່ມວນຊົນປະຕິວັດລາວ ກຳເນີດເກີດຂຶ້ນ ຕິດພັນກັບການປະຕິວັດ  (ເນື່ອງໃນວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ, 13/8/1950-13/8/2025)

ບົດຄວາມ: ສື່ມວນຊົນປະຕິວັດລາວ ກຳເນີດເກີດຂຶ້ນ ຕິດພັນກັບການປະຕິວັດ (ເນື່ອງໃນວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ, 13/8/1950-13/8/2025)

ມູນເຊື້ອແຫ່ງການກຳເນີດເກີດຂຶ້ນຂອງພັກປະຊາຊົນປະຕິວັດລາວ ແລະ ກະແສຟອງແຫ່ງການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ຈົນໄດ້ໄຊຊະນະຢ່າງສົມບູນ ຕິດພັນຢ່າງສະໜິດແໜ້ນ ກັບໝາກຜົນແຫ່ງການດໍາເນີນວຽກງານການເມືອງ-ແນວຄິດ ດ້ວຍການນໍາໃຊ້ຫຼາຍວິທີການ, ຫຼາຍພາຫະນະເພື່ອໂຄສະນາເຜີຍແຜ່ ກົນອຸບາຍຂອງສັດຕູ ແລະ ປຸກລະດົມຂົນຂວາຍ ກຳລັງແຮງຂອງປະຊາຊົນບັນດາເຜົ່າ. ໃນໄລຍະທໍາອິດຂອງການປະຕິວັດສາມຊາດອິນດູຈີນ, ການດຳເນີນວຽກງານການເມືອງ-ແນວຄິດ ນອກຈາກໂຄສະນາປາຖະກະຖາ ດ້ວຍປາກເປົ່າແລ້ວ, ຍັງນໍາໃຊ້ໃບປິວ-ໃບຂ່າວ ກໍຄືສື່ສິ່ງພິມ ຊຶ່ງແມ່ນພາຫະນະສື່ມວນຊົນ ຕາມທິດຊີ້ນໍາອັນຖືກຕ້ອງຂອງ “ພັກກອມມູນິດອິນດູຈີນ: ຕົ້ນກຳເນີດຂອງພັກປະຊາຊົນປະຕິວັດລາວ”[1].
ລະນຶກວັນສາກົນຕ້ານການຄ້າມະນຸດ 2025

ລະນຶກວັນສາກົນຕ້ານການຄ້າມະນຸດ 2025

ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈັດພິທີລະນຶກວັນສາກົນເພື່ອຕ້ານການຄ້າມະນຸດຂຶ້ນໃນວັນທີ 9 ສິງຫາ ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ໂດຍການເປັນປະທານຂອງທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ປະຈຳການ), ມີສະມາຊິກກອງເລຂາຂອງແຕ່ລະກະຊວງ, ປກສ 9 ຕົວເມືອງ, ຂັ້ນບ້ານ, ຜູ້ປະກອບການໂຮງແຮມ, ເຮືອນພັກ, ອົງການຈັດຕັ້ງສາກົນ ແລະ ນັກຮຽນເຂົ້າຮ່ວມ.
ສື່ມວນຊົນເປັນກະບອກສຽງທີ່ແຫຼມຄົມຂອງພັກ - ລັດຢ່າງແທ້ຈິງ

ສື່ມວນຊົນເປັນກະບອກສຽງທີ່ແຫຼມຄົມຂອງພັກ - ລັດຢ່າງແທ້ຈິງ

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ເປັນວັນໜຶ່ງທີ່ມີຄວາມໝາຍສຳຄັນ, ເນື່ອງຈາກວ່າສື່ມວນຊົນມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນເຄື່ອງມື ເປັນປາກກະບອກສຽງອັນແຫຼມຄົມຂອງອົງການຈັດຕັ້ງພັກ-ລັດ ແລະ ສັງຄົມໃນການໂຄສະນາສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມທົ່ວປວງຊົນໃຫ້ມີນໍ້າໃຈຮັກຊາດຮັກລະບອບໃໝ່.
ເພີ່ມເຕີມ