ເມືອງສຸຂຸມາຮັບຮອງເອົາ 6ບ້ານເປັນບ້ານປ້ອງກັນຊາດເຂັ້ມແຂງ

ເມືອງສຸຂຸມາຮັບຮອງເອົາ 6ບ້ານເປັນບ້ານປ້ອງກັນຊາດເຂັ້ມແຂງ

ເມືອງສຸຂຸມາຮັບຮອງເອົາ 6ບ້ານເປັນບ້ານປ້ອງກັນຊາດເຂັ້ມແຂງ
ເມື່ອບໍ່ດົນຜ່ານມານີ້,ເມືອງສຸຂຸມາແຂວງຈຳປາສັກ ໄດ້ຈັດພິທີປະກາດ-ຮັບຮອງເອົາ 6 ບ້ານຄື:ບ້ານໂນນຄຸ້ມ,ໄໝ່ແສນສຸກ,ໂນນໂພ,ໂຄກກ່ອງ,ຫ້ວຍເຜີ້ງ ແລະ ບ້ານມ່ວງເປັນບ້ານປ້ອງກັນຊາດເຂັ້ມແຂງຂອງເມືອງສຸຂຸມາ ຂຶ້ນທີ່ກອງບັນຊາການທະຫານເມືອງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍພົນຈັດຕະວາວິລະຕູ່ວໍລະຈິດເລຂາຄະນະພັກກອງບັນຊາການຫົວໜ້າການເມືອງກອງບັນຊາການທະຫານແຂວງຈຳປາສັກ.

ໃນພິທີ,ສະຫາຍສາລີພະລັກສາຫົວໜ້າພະແນກກໍ່ສ້າງຮາກຖານການເມືອງກອງບັນຊາການທະຫານແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຈຳປາສັກເລກທີ115/ກຈປ,ລົງວັນທີ27/3/2025ວ່າດ້ວຍການຢັ້ງຢືນຮັບຮອງເອົາບ້ານປ້ອງກັນຊາດເຂັ້ມແຂງ6ບ້ານແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງສຸຂຸມາເລກທີ399/ຈມ.ສມ, ລົງວັນທີ31/12/2024ວ່າດ້ວຍການຮັບຮອງເອົາຄອບຄອບປ້ອງກັນຊາດເຂັ້ມແຂງໃນ6ບ້ານຄື:ບ້ານໂນນຄຸ້ມມີ97ຄອບຄົວ,ບ້ານໄໝ່ແສນສຸກມີ73ຄອບຄົວ,ບ້ານໂນນໂພມີ62ຄອບຄົວ,ບ້ານໂຄກກ່ອງມີ254ຄອບຄົວ,ບ້ານຫ້ວຍເຜີ້ງ113ຄອບຄົວ,ບ້ານມ່ວງມີ105ຄອບຄົວ.ຈາກນັ້ນ, ສະຫາຍພັທບຸນຖອງຫຼວງກາງຫົວໜ້າການເມືອງກອງບັນຊາການທະຫານເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບຂະບວນການສ້າງບ້ານປ້ອງກັນຊາດເຂັ້ມແຂງ, ຊຶ່ງໃນຈຳນວນ6ບ້ານມີ829ຄອບຄົວປະເມີນເປັນຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ຄື:ມີຄອບຄົວປ້ອງກັນຊາດປະເພດ1, 95% ຂຶ້ນໄປມີ705ຄອບຄົວ.ປະເພດ2 ບໍ່ມີ,ປະເພດຄອບຄົວຫຼຸດຄາດໝາຍ84%ລົງມາມີ124ຄອບຄົວ.ສັງລວມແລ້ວຈຳນວນ6ບ້ານສາມາດຕີລາປະເມີນຜົນຄອບຄົວປ້ອງກັນຊາດເຂັ້ມແຂງປະເພດ1ທຽບໃສ່6ມາດຖານແມ່ນໄດ້95%ຂຶ້ນໄປມີ705ຄອບຄົວ,ສ່ວນຄອບຄົວທີ່ຍັງບໍ່ທັນໄດ້ຕາມມາດຖານ124ຄອບຄົວ.ຄະນະຮັບຜິດຊອບຈະສືບຕໍ່ກໍ່ສ້າງຕໍ່ໜ້າ.

ຈາກນັ້ນ,ກໍໄດ້ມອບໃບຢັ້ງຢືນຮັບຮອງເອົາ6ບ້ານຂອງເມືອງສຸຂຸມາເປັນບ້ານປ້ອງກັນຊາດເຂັ້ມແຂງ,ໂດຍການກ່າວມອບຂອງສະຫາຍພົນຈັດຕະວາ.ວິລະຕູ່ວໍລະຈິດແລະກ່າວຮັບໂດຍນາຍບ້ານທັງ6ບ້ານ.

(ຂ່າວ: ປັນຍາແກ້ວພິລົມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII

ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII

ສະຫະພັນແມ່ຍິງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມໃຫຍ່ສະມາ ຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII ຂຶ້ນໃນວັນທີ 14 ກໍລະກົດນີ້ ທີ່ ສຊປລ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ໂດຍການເປັນປະທານຂອງທ່ານນາງ ແກ້ວອຸດອນ ແສງມະນີ ປະທານສະຫະພັນແມ່ຍິງ ສຊປລ, ມີພະນັກງານບຳນານແມ່ຍິງຂອງ ສຊປລ, ສະມາຊິກສະຫະພັນແມ່ຍິງພາຍໃນ ສຊປລ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງສິງຈັດພິທີປ່ອຍປາຄືນສູ່ທໍາມະຊາດ

ເມືອງສິງຈັດພິທີປ່ອຍປາຄືນສູ່ທໍາມະຊາດ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປ່ອຍປາຄືນສູ່ທໍາມະຊາດ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ ແຫ່ງຊາດ (13 ກໍລະກົດ 1997-13ກໍລະກົດ2025) ຄົບຮອບ 28 ປີ ຂຶ້ນໃນວັນທີ່11 ກໍລະກົດຜ່ານມາ ທີ່ຂົວບ້ານຈຽງມູນ.
ນວ ກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການຖິ້ມຂີ້ເຫຍື້ອ

ນວ ກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການຖິ້ມຂີ້ເຫຍື້ອ

ໃນຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ (ນວ) ໄດ້ສະເໜີໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງກອງປະຊຸມສະພາປະຊາຊົນ ນວ ຊຸດທີ II, ທ່ານ ປັນຍາ ມະນີວົງ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ລາຍງານກ່ຽວກັບ ການກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການຖິ້ມຂີ້ເຫຍື້ອ
ນວ ຈັດກິດຈະກຳ ເຕັ້ນແອໂຣບິກ ສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 59 ປິ

ນວ ຈັດກິດຈະກຳ ເຕັ້ນແອໂຣບິກ ສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 59 ປິ

ນະຄອນຫຼວງວຽງຈັນ (ນວ) ຈັດກິດຈະກຳເຕັ້ນແອໂຣບິກ ເພື່ອສ້າງຂະບວນການສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 59 ປີ (13 ກໍລະກົດ 1966 – 13 ກໍລະກົດ 2025 ) ຢ່າງຄຶກຄື້ນເບີກບານ ແລະ ມ່ວນຊື່ນ.
ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍຣະດົກໂລກຢ່າງເປັນທາງການແລ້ວ

ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍຣະດົກໂລກຢ່າງເປັນທາງການແລ້ວ

ໃນວັນທີ 13 ກໍລະກົດ ນີ້, ໃນກອງປະຊຸມຄະນະກໍາມະການມໍຣະດົກໂລກ ຄັ້ງທີ 47 ທີ່ ປາຣີ ປະເທດຝຣັ່ງໄດ້ຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ຊຶ່ງຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງສປປ ລາວ ເປັນພື້ນທີ່ມໍຣະດົກໂລກແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ຢ່າງເປັນທາງການ.
ຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນ ຄອສພ

ຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນ ຄອສພ

ໃນວັນທີ 14 ກໍລະກົດ ນີ້ ທີ່ຫ້ອງປະຊຸມທາງໄກ ກົມຂໍ້ມູນຂ່າວສານ (ຄອສພ) ໄດ້ຈັດຊຸດຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ. ໃຫ້ກຽດເຂົ້າຮ່ວມເປັນປະທານ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ, ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ມີພະນັກງານຈາກບັນດາກົມເຂົ້າຮ່ວມ.
ເມືອງເງິນ ຫາລືການສ້າງຕັ້ງຕາແສງຂັ້ນເມືອງ

ເມືອງເງິນ ຫາລືການສ້າງຕັ້ງຕາແສງຂັ້ນເມືອງ

ວັນທີ 11 ກໍລະກົດຜ່ານມາ ຢູ່ທ່ີຫ້ອງປະຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ຄົ້ນຄົ້ວປຶກສາຫາລື ກ່ຽວກັບການສ້າງຕັ້ງຕາແສງຂັ້ນເມືອງ ໂດຍການເປັນປະມານຂອງ ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ.
ພິທີມອບ ງົວພໍ່ພັນ-ແມ່ພັນ 100 ໂຕ ໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກຊອກຫຼິກ

ພິທີມອບ ງົວພໍ່ພັນ-ແມ່ພັນ 100 ໂຕ ໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກຊອກຫຼິກ

ໃນທ້າຍອາທິດຜ່ານມານີ້, ທ່ານ ອານີໄສ ສຸຂະວົງ ຕ່າງໜ້າຄອບຄົວທ່ານ ນາງ ສົມວິໄລວົງ ສຸຂະວົງ, ຄອບຄົວຂອງ ທ່ານ ເຈົ້າແຂວງໆ ຫຼວງນໍ້າທາ ໄດ້ນໍາເອົາງົວຈໍານວນ 100 ໂຕ ມີງົວພໍ່ພັນ 10 ໂຕ, ງົວແມ່ພັນ 90 ໂຕ. ໃນນີ້, ມີງົວແມ່ພັນທີ່ມີລູກໃນທ້ອງ 50 ໂຕ ລວມມູນຄ່າ 1 ຕື້ 800 ລ້ານກີບ ມອບໃຫ້ປະຊາຊົນຜູ້ທີ່ຢູ່ຫ່າງໄກຊອກຫຼິກ ຢູ່ກຸ່ມບ້ານຊຽງແຂງ ເມືອງສິງ ແຂວງຫຼວງນໍ້າທາ.
ສະຫວັນນະເຂດ ປ່ອຍປາລົງອ່າງເກັບນໍ້າບຶງວະ 150,000 ໂຕ ແລະ ຈະປ່ອຍປາ-ສັດນໍ້າຕື່ມອີກໃຫ້ໄດ້38 ລ້ານໂຕ

ສະຫວັນນະເຂດ ປ່ອຍປາລົງອ່າງເກັບນໍ້າບຶງວະ 150,000 ໂຕ ແລະ ຈະປ່ອຍປາ-ສັດນໍ້າຕື່ມອີກໃຫ້ໄດ້38 ລ້ານໂຕ

ວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ. ດັ່ງນັ້ນ, ພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ຮ່ວມກັບ ນະຄອນໄກສອນພົມວິຫານ ໄດ້ຈັດພິທີປ່ອຍປາປະຈໍາປີ 2025 ຢູ່ທີ່ອ່າງເກັບນໍ້າບຶງວະ ບ້ານບຶງວະ ນະຄອນໄກສອນພົມວິຫານ ຈໍານວນ 150,000 ໂຕ ແລະ ໃນປີນີ້ຈະປ່ອຍປາ-ສັດນໍ້າຕື່ມອີກລົງແຫຼ່ງນໍ້າທໍາມະຊາດ, ວັງສະຫງວນ ແລະ ໜອງປາຊຸມຊົນໃຫ້ໄດ້ 38 ລ້ານໂຕ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຮອງເຈົ້າແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອໍານາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ປະຊາຊົນ ແລະ ນ້ອງນັກຮຽນ, ມີທ່ານກົງສູນໃຫຍ່ແຫ່ງ ສສ ຫວຽດນາມປະຈໍາແຂວງເຂົ້າຮ່ວມ.
ສາລະວັນ ຫາລືຮ່ວມລະຫວ່າງ ສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງແຂວງ

ສາລະວັນ ຫາລືຮ່ວມລະຫວ່າງ ສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງແຂວງ

ຕອນເຊົ້າວັນທີ 14 ກໍລະກົດນີ້ ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ ໄດ້ຈັດກອງປະຊຸມ ຮ່ວມລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງ, ໂດຍການເປັນປະທານຂອງທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ພູທົງ ຄໍາມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງສາລະວັນ, ມີຄະນະປະຈໍາພັກແຂວງ, ຮອງປະທານ ສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ຄະນະປະຈໍາພາຍໃນສະພາປະຊາຊົນແຂວງ, ສະມາຊິກສະພາ ແລະ ບັນດາທ່ານຫົວໜ້າພະແນກການອ້ອມຂ້າງແຂວງ-ອົງການລັດທຽບເທົ່າຂັ້ນແຂວງ ເຂົ້າຮ່ວມ.
ເພີ່ມເຕີມ