ໂດຍໃຫ້ກຽດກ່າວເປີດງານຂອງທ່ານ ມ່າຈົງຈຸ້ນ ຮອງເລຂາທິການພັກຄອມມຸນິດ ຄະນະກຳມະການເມືອງເຫວີນຊ່ານ ແລະ ຜູ້ວ່າການລັດຖະບານປະຊາຊົນເມືອງເຫວິນຊ່ານ ພ້ອມນັ້ນຍັງມີຫົວໜ້າ ແລະ ຮອງກົມກົງສູນບັນດາປະເທດອາຊຽນປະຈຳຄຸນໝິງ ພາກສ່ວນ ສປປລາວ ແມ່ນທ່ານ ໂພທອງ ພົງພູທອນ ຮອງກົງສູນໃຫຍ່ ປະຈຳຄຸນໝິງ ພ້ອມດ້ວຍແຂກທີ່ສຳຄັນເຂົ້າຮ່ວມ.
ຈຸດປະສົງຂອງການຈັດງານນີ້ຂຶ້ນເພື່ອສົ່ງເສີມການຮ່ວມມືໄມຕີຈິດມິດຕະພາບລະຫວ່າງຈີນ ແລະ ຫວຽດນາມ(ແຂວງລາວກາຍ) ສົ່ງເສີມການຜະລິດ ແລະ ການຄ້າຂອງພືດ ຊ່ານຊີ “ໂສມປ່າ” ຊຶ່ງເປັນພືດສະໝຸນໄພທີ່ມີຊື່ສຽງ ແລະ ເປັນຜະລິດຕະພັນຫຼັກໃນເຂດ ເຫວີນຊ່ານ, ເພື່ອປະຊາສຳພັນດ້ານວັດທະນະທຳທ້ອງຖິ່ນແລະການທ່ອງທ່ຽວ ດຶງດູດໄໃຫ້ນັກທ່ອງທ່ຽວມາທ່ຽວເຂດເຫວີນຊ່ານ, ເປັນເວທີແລກປ່ຽນທາງວິຊາການ ແລະ ເສດຖະກິດ ລະຫວ່າງ ຜູ້ຜະລິດ, ນັກຄົ້ນຄວ້າ ແລະ ນັກທຸລະກິດ ແລະ ເພື່ອສືບສານປະເພນີອັນເປັນເອກະລັກຂອງຊົນເຜົ່າໃນເຂດເຫວີນຊ່ານ.
ໃນງານດັ່ງກ່າວໄດ້ມີການສະແດງວັດທະນະທຳຊົນເຜົ່າທ້ອງຖິ່ນເຊັ່ນ; ການຮ້ອງເພງ, ການຟ້ອນ,ການສະແດງຊຸດຊົນເຜົ່າ ແລະ ວິຖີຊີວິດຂອງຊົນເຜົ່າ ແລະ ຄວາມສຳຄັນທາງດ້ານສັບພະຄຸນຕ່າງໆຂອງພືດດັ່ງກ່າວອີກດ້ວຍ.
ຂ່າວ-ຮູບ:ໄມຕຣີ
ຄໍາເຫັນ