ເຄື່ອງທີນໍາມາຊ່ວຍເຫຼືອຄັ້ງນີ້, ປະກອບມີສັງກະສີ 10,200 ແຜ່ນ, ແຈກຢາຍໃຫ້ປະຊາຊົນເປົ້າໝາຍ 10,000 ແຜ່ນ, ຕັ້ງສາງເຄື່ອງສົງເຄາະ 200 ແຜ່ນ ແລະ ເຫຼັກຕາປູເບີ 8 ມີ 196 ກິໂລ, ເບີ 6 ມີ 196 ກິໂລ ແລະ ເຫຼັກຕາປູໝວກ 196 ກິໂລ, ເພື່ອແຈກຢ່າຍໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ຕັ້ງສາງເຄື່ອງສົງເຄາະ ແລະ ຄອບຄົວທຸກຍາກ ຈໍານວນ 27 ບ້ານເປົ້າໝາຍ ພາຍໃນເມືອງວຽງພູຄາ ມີ 282 ຄອບຄົວ,ໃຫ້ກ່າວມອບໂດຍ ທ່ານ ຄໍາເລົາ ແກ້ວລະກໍາ, ກ່າວຮັບໂດຍ ທ່ານ ສອນເພັດ ກິງມາລາ ປະທານ ກວດກາພັກ, ອົງການກວດກາລັດເມືອງ.
(ພາບ-ຂ່າວ: ຄໍາປິງ)
ຄໍາເຫັນ