ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025
ໃນວັນທີ 16 ທັນວາຜ່ານມານີ້, ອົງການປົກເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025ຂຶ້ນ, ເປັນກຽດເຂົ້າຮ່ວມມີ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີແຂກຖືກເຊີນ ແລິ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ເມອງໄຊ ຮບລາງວນຕວເມອງທມຄວາມຍນຍງ ດານສງແວດລອມ ອາຊຽນ ຄງທ VI ປ 2025 - image 1
 

ທ່ານ ພິມມະເສນ ຄູນສີລິວົງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ຜ່ານບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ຕົວເມືອງຍືນຍົງດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີVI ປີ 2025 ໃຫ້ຮູ້ວ່າ: ຜົນການຄັດເລືອກຂອງ ຄະນະປະທານກອງປະຊຸມ, ກອງເລຂາສິ່ງແວດລ້ອມ ອາຊຽນ ແລະ ຕາງໜ້າຄະນະກຳມະການເຈົ້າໜ້າທີ່ອາວຸໂສສິ່ງແວດລ້ອມ ອາຊຽນ ຈາກ 10 ປະເທດໃນວັນທີ 22 ກໍລະກົດ 2025, ໃນກອງປະຊຸມ ຄັ້ງທີ 23 ທີ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ ໄດ້ຕົກລົງເຫັນດີໃຫ້ ເມືອງໄຊ ແຂວງອຸດົມໄຊ ຜ່ານການຄັດເລືອກ ແລະ ໄດ້ຮັບລາງວັນ ຕົວເມືອງດີເດັ່ນທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ຂອງອາຊຽນ ຄັ້ງທີ VI ປີ 2025 ດ້ວຍ 4 ມາດຕະຖານຄື: ມີການຈັດການຄວາມສ່ຽງຈາກໄພພິບັດ, ມີການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຕາມລະບົບນິເວດວິທະຍາ, ສະຖານທີ່ຢູ່ອາໄສທີ່ປັບຕົວໄດ້ກັບສະພາບການປ່ຽນແປງດິນຟ້າອາກາດໃນທ້ອງຖິ່ນ ແລະ ມີການຈັດການສິ່ງເສດເຫຼືອໂດຍສະເພາະພລາສຕິກ. ຈາກນັ້ນ, ກໍຜ່ານຂໍຕົກລົງ ວ່າດ້ວຍການຮັບຮອງເອົາເມືອງໄຊ ເປັນເມືອງຍືນຍົງດ້ານສິ່ງແວດລ້ວມ ອາຊຽນ ຄັ້ງທີVI ພ້ອມທັງມອບລາງວັນ ໃຫ້ແກ່ ເມືອງໄຊ ຢ່າງເປັນທາງການ, ເປັນກຽດມອບໂດຍ ທ່ານ ລິນຄຳ ດວງສະຫວັນ ແລະ ຮັບໂດຍທ່ານ ສົມຄິດ ກັນສະໜິດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໄຊຢ່າງສົມກຽດ.

(ຂ່າວ: ສຸໄພລິນ ອິນພູວຽງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11

ປະກາດແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11

ວັນທີ 3 ສິງຫານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ມີພິທີປະກາດກົງຈັກການຈັດຕັ້ງ ທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ); ເຂົ້າຮ່ວມມີ ທ່ານ ສອນທະນູ ທຳມະວົງກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ (ສພຂ); ມີບັນດາທ່ານຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ ເຂົ້າຮ່ວມ.
ລັດຖະບານ ເພີ່ມທະວີການນຳພາວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ-ຈິງຈັງ

ລັດຖະບານ ເພີ່ມທະວີການນຳພາວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ-ຈິງຈັງ

ປັດຈຸບັນພັກ ແລະ ລັດຖະບານ ໄດ້ຍົກລະດັບມາດຕະການ ແລະ ນໍາພາ-ຊີ້ນຳວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ ແລະ ຈິງຈັງ ໂດຍໄດ້ວາງນະໂຍບາຍ ແລະ ສ້າງເປັນແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 5 ປີ ນັບແຕ່ປີ (2026-2030) ເພື່ອເປັນທິດທາງໃນການຈັດ ຕັ້ງປະຕິບັດຢ່າງເປັນລະບົບ ເເລະ ຮັບປະກັນໃຫ້ການສະກັດກັ້ນອາຊະຍາກຳນີ້ ມີປະສິດທິຜົນ ແລະ ສອດຄ່ອງກັບສະພາບການຕົວຈິງ. ໃນຂະນະທີ່ໄດ້ກຳນົດຫົວຂໍ້ ປະຈຳປີ 2026 ໄວ້ຢ່າງໜັກແໜ້ນວ່າ: “ທັບມ້າງວົງຈອນ, ກວດລ້າງເຄືອຂ່າຍນາຍໜ້າ ແຕ່ງດອງແອບແຝງ, ການຖືພາແທນ ແລະ ການຂູດຮີດທາງເພດຂ້າມຊາດໃຫ້ໝົດໄປຈາກສັງຄົມ”.
ຊາວໜຸ່ມຮາກຖານ ພະແນກ ຮສສ ນວ ປະກາດ 4 ບຸກ ປະຈໍາປີ 2025

ຊາວໜຸ່ມຮາກຖານ ພະແນກ ຮສສ ນວ ປະກາດ 4 ບຸກ ປະຈໍາປີ 2025

ຊາວໜຸ່ມຮາກຖານພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນະຄອນຫຼວງວຽງຈັນ (ນວ) ຈັດພິທີປະກາດ 4 ບຸກ ປະຈໍາປີ 2025 ຂຶ້ນໃນວັນທີ 31 ກໍລະກົດຜ່ານມາ ທີ່ພະແນກດັ່ງກ່າວ ໂດຍມີທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກ ຮສສ ນວ, ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ນວ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ.
ສຳເລັດວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ ໃຫ້ພະນັກງານນຳພາ, ທະນາຄານການຕ່າງປະເທດມະຫາຊົນ  4 ແຂວງພາກກາງ

ສຳເລັດວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ ໃຫ້ພະນັກງານນຳພາ, ທະນາຄານການຕ່າງປະເທດມະຫາຊົນ 4 ແຂວງພາກກາງ

ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່) ໄດ້ຈັດຊຸດຝຶກອົບຮົມ ຫົວຂໍ້ “ວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ” ຂຶ້ນໃນວັນທີ 1 ສິງຫາ ຜ່ານມາ ທີ່ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານ ຂອງທ່ານ ຄໍາກອງ ທຳມະເທວາ ກຳມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງມີທ່ານ ເພັດພູວັນ ເຮືອງປັນຍາ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງ ສະຫວັນນະເຂດ ແລະ ທ່ານ ນາງ ອຸ່ນເຮືອນ ຮ່ວງສະຫວັນ ຮອງຫົວໜ້າພະແນກຈັດຕັ້ງ-ພະນັກງານ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ BCEL (ສໍານັກງານໃຫຍ່); ມີພະນັກງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 4 ແຂວງພາກກາງເຂົ້າຮ່ວມ ຊຸດຝຶກອົບຮົມຄັ້ງນີ້
ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງ ດ້ານໂພຊະນາການໃນ ສປປ ລາວ

ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງ ດ້ານໂພຊະນາການໃນ ສປປ ລາວ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ອົງການຄວາມຮ່ວມມືລະຫວ່າງປະເທດ ແຫ່ງປະເທດໄທ (TICA) ແລະ ອົງການສະຫະປະຊາຊາດສຳລັບເດັກ ປະຈຳ ສປປ ລາວ (UNICEF) ໄດ້ຈັດພິທີເປີດຊຸດອົບຮົມຄູຝຶກ ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງດ້ານໂພຊະນາການ ໃນຊຸມຊົນຂອງແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ” ຂຶ້ນໃນລະຫວ່າງວັນທີ 3-7 ສິງຫານີ້
ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ

ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ

ໃນວັນທີ 31 ກໍລະກົດ ຜ່ານມາ ທີ່ສະໂມສອນແຂວງຜົ້ງສາລີ, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະ ທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ຊີ້ນຳຮອບດ້ານຢູ່ແຂວງຜົ້ງສາລີ ໄດ້ພົບປະໂອ້ລົມພະນັກງານການນຳ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກ ງານຫຼັກແຫຼ່ງຂອງແຂວງ ແລະ ເມືອງບຸນເໜືອ.
ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

ໃນຕອນເຊົ້າຂອງວັນທີ 31 ກໍລະກົດນີ້, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ມີພິທີປິດການບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານກະຊວງການຕ່າງປະເທດ (ກຕທ), ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ແລະ ບັນດາກະຊວງອ້ອມຂ້າງສູນກາງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ເຂົ້າຮ່ວມຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ຄະນະຈັດຕັ້ງສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮັບການບໍາລຸງພາສາອັງກິດທັງໝົດຈໍານວນ100 ກວ່າທ່ານ.
ຫຼວງພະບາງ-LDB ຊຸກຍູ້ຂະບວນການຈັດຫາເລືອດໃຫ້ບັນລຸຕາມແຜນການ

ຫຼວງພະບາງ-LDB ຊຸກຍູ້ຂະບວນການຈັດຫາເລືອດໃຫ້ບັນລຸຕາມແຜນການ

ພິ​ທີມອບ-ຮັບ ເສື້ອ ແລະອຸປະກອນເຍືອງຊອກຫາເສັ້ນເລືອດ ເພື່ອຊຸກຍູ້ຂະບວນການຈັດຫາເລືອດຢູ່ແຂວງຫຼວງພະບາງມີ​ຂຶ້ນໃນ​ວັນ​ທີ 30 ກໍ​ລະ​ກົດ​ຜ່ານ​ມາທີ່ແຂວງຫຼວງ​ພະ​ບາງໂດຍ​ມີທ່ານ ບຸນເຫຼືອ ສີນໄຊວໍລະວົງ ປະທານຄະນະກຳມະການປົກຄອງແຂວງ, ມີຄະນະຜູ້ບໍລິຫານທະນາຄານ ພັດທະນາລາວ (LDB), ຄະນະນຳອົງການກາແດງແຂວງຫຼວງພະບາງ ແລະພະນັກງານສູນເລືອດ ເຂົ້າຮ່ວມ.
ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວວຽກງານຢູ່ເມືອງຜົ້ງສາລີ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວວຽກງານຢູ່ເມືອງຜົ້ງສາລີ

ໃນວັນທີ 29 ກໍລະກົດ ຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ​ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຜົ້ງສາລີ.
ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos"ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ"

ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos"ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ"

ກີດຈະກໍາດີໆກັບ ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos ໃນກິດຈະກຳ "ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ" ກິດຈະກໍາດີໆເພື່ອຕອບແທນໃຫ້ແກ່ຜູ້ຊົມໃຊ້ໃນນະຄອນຫຼວງວຽງຈັນ.
ເພີ່ມເຕີມ