![]() |
ທ່ານ ຈັນເພັງ ອູ່ທອງຄໍາ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງໄຊຍະບູລີ ໄດ້ຂຶ້ນລາຍງານການກະກຽມສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຊຶ່ງທ່ານໄດ້ກ່າວວ່າ: ເຂດສ້າງຕັ້ງຕາແສງນາຫຼາ - ທ່າເດືື່ອ ຕັັ້ງຢູ່ທາງທິດຕາເວັນອອກຂອງເມືອງໄຊຍະບູລີ ຫ່າງຈາກເທດສະບານເມືອງ 13 ກິໂລແມັດ, ທາງທິດເໜືອ ຕິດກັບ ຂອບເຂດຊາຍແດນ ເມືອງຫົງສາ ແລະ ຂອບເຂດເມືອງຈອມເພັດ ແຂວງຫຼວງພະບາງ, ທາງທິດໃຕ້ ຕິດກັບ ຂອບເຂດຕາແສງໄຊມຸງຄຸນ ຂອງເທດສະບານເມືອງໄຊຍະບູລີ, ທາງທິດຕາເວັນອອກ ຕິດກັບສາຍແມ່ນໍ້າຂອງ, ທາງທິດຕາເວັນຕົກ ຕິດກັບ ຂອບເຂດຊາຍແດນຕາແສງນາຕາກ, ສະພາບພື້ນທີ່ ເປັນເຂດພູພຽງ ກວມເອົາ 60%, ເຂດພູດອຍ ກວມເອົາ 40%; ມີເນື້ອທີ່ທັງໝົດ 57,402,970 ກິໂລຕາແມັດ ປະກອບມີ 16 ບ້ານ, ມີ 236 ໜ່ວຍຄອບຄົວ, ມີ 2,395 ຄອບຄົວ, ມີພົນລະເມືອງທັງໝົດ 12,672 ຄົນ ຍິງ 6.160 ຄົນ. ປະກອບມີ 8 ເຜົົ່າ ຄື: ເຜົົ່າລາວ, ເຜົົ່າມົ້ງ, ເຜົົ່າກືມມຸ, ເຜົ່າອິວມຽນ, ເຜົົ່າໄປຼ່, ເຜົົ່າໄທດໍາ, ເຜົົ່າຍວນ, ເຜົົ່າລື້; ໂຄງປະກອບການຈັດຕັັ້ງ ຂອງຕາແສງນາຫຼາ - ທ່າເດືື່ອປະກອບມີ 5 ໜ່ວຍງານຄື: ໜ່ວຍງານ ບໍລິຫານ-ປົກຄອງ, ໜ່ວຍງານພັກ, ອົງການຈັດຕັັ້ງມະຫາຊົນ, ໜ່ວຍງານ ເສດຖະກິດ-ການເງິນ, ໜ່ວຍງານ ວັດທະນະທໍາ-ສັງຄົມ ແລະ ໜ່ວຍງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຈາກນັ້ນ, ກໍໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການຍຸບບ້ານໃຫຍ່ພັດທະນານາຫຼາ, ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການສ້າງຕັ້ງຕາແສງຂອງເມືອງໄຊຍະບູລີ, ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການສ້າງຕັ້ງຄະນະຄຸ້ມຄອງບໍລິຫານຊຸມຊົນ 4 ຊຸມຊົນ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງວ່າດ້ວຍການຍຸບຄະນະພັກຮາກຖານນາຫຼາ ແລະ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຕາແສງນາຫຼາ-ທ່າເດື່ອ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງວ່າດ້ວຍການສ້າງຕັ້ງ 4 ໜ່ວຍພັກຂຶ້ນກັບຄະນະພັກຕາແສງນາຫຼາ-ທ່າເດືອ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການຄະນະພັກຕາແສງ, ຄະນະປະຈຳ, ເລຂາ, ຮອງເລຂາ ແລະ ປະທານຮອງປະທານຄະນະພັກຕາແສງ, ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ຄະນະໜ່ວຍພັກຊຸມຊົນທີ່ຂື້ນກັບຄະນະພັກຕາແສງນາຫຼາ-ທ່າເດື່ອ, ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງວ່າດ້ວຍການບົ່ງຕົວແຕ່ງຕັ້ງປະທານ, ຮອງປະທານ ແລະ ຫົວໜ້າໜ່ວຍງານຂອງຄະນະກຳມະການປົກຄອງຕາແສງນາຫຼາ-ທ່າເດື່ອ, ຊຶ່ງປະກອບມີທ່ານ ເພັດມັງກອນ ສີວິໄລ ກໍາມະການພັກເມືອງ ເປັນປະທານຄະນະກໍາມະການປົກຄອງຕາແສງນາຫຼາ-ທ່າເດື່ອ, ທ່ານ ສົມພິດ ສິງສະຖິດ ແລະ ທ່ານ ພັນຕີ ຈິດຕະພອນ ແສງຂັນຫຼ້າ ເປັນຮອງປະທານ.
![]() |
ຈາກນັ້ນ, ກໍ່ໄດ້ມອບລົດຈັກ, ຄອມພິວເຕີໃຫ້ຕາແສງນາຫຼາ-ທ່າເດື່ອ ແລະ ມອບໂທລະໂຄ່ງໃຫ້ ໂຮງຮຽນ ມສ ນາຫຼາ, ພ້ອມນີ້ ກໍໄດ້ຮ່ວມພິທີລັ່ນຄອງ 9 ບາດ, ເປີດປ້າຍເພື່ອປະກາດການສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ ຢ່າງເປັນທາງການ.
(ຂ່າວ-ພາບ: ສົມພົງ ສີສະຫັວດ)


ຄໍາເຫັນ