ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025
ໃນຕອນບ່າຍວັນທີ 15 ພຶດສະພາຜ່ານມາ, ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025 ແລະ ກຳນົດທິດທາງແຜນການຜະລິດລະດູຝົນປີ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງທ່ານ ເສນ ພັນລັກ ວ່າການເຈົ້າເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ນັກທຸລະກິດ ພ້ອມດ້ວຍນາຍບ້ານເທດສະບານເມືອງເຂົ້າຮ່ວມ.

 

 

ທ່ານ ສີຈັນ ຫານເສິກ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄດ້ຂຶ້ນຜ່ານບົດສະຫຼຸບການປູກພືດລະດູແລ້ງສົກປີ 2024-2025 ແລະ ແຜນການຜະລິດລະດູຝົນປີ 2025 ບາງຕອນທ່ານໃຫ້ຮູ້ວ່າ: ການປູກພືດລະດູແລ້ງທົ່ວເມືອງມີເນື້ອທີ່ແຜນການທັງໝົດ 5,700 ເຮັກຕາ. ໃນນີ້, ເຂົ້ານາແຊງ ມີເນື້ອທີ່ແຜນການ 520 ເຮັກຕາ, ປະຕິບັດໄດ້ 520 ກວ່າເຮັກຕາລື່ນແຜນການ 0.15%; ຜົນຜະລິດ 2,333 ກວ່າໂຕນ; ພືດຊະນິດຕ່າງໆ ມີເນື້ອທີ່ແຜນການ 5,180 ເຮັກຕາ, ປະຕິບັດໄດ້ 5,304 ກວ່າເຮັກຕາ ລື່ນແຜນການ 2.40% ຜົນຜະລິດ 48,427 ກວ່າໂຕນ, ພືດເສດຖະກິດ ມີເນື້ອທີ່ແຜນການ 880 ເຮັກຕາ, ປະຕິບັດໄດ້ 922ເຮັກຕາກວ່າລື່ນແຜນການ 4.84%, ຜົນຜະລິດ 14,544.77 ໂຕນ. ໃນນີ້, ມີພືດທີ່ພົ້ນເດັ່ນຄື: ສາລີຫວານ ປະຕິບັດໄດ້ 300 ກວ່າເຮັກຕາ ລື່ນແຜນການ 0.06%, ຜົນຜະລິດ 2,401 ກວ່າໂຕນ. ໝາກໂມ ປະຕິບັດໄດ້ 286 ກວ່າເຮັກຕາ, ລື່ນແຜນການ 14.65% ຜົນຜະລິດໄດ້ 9,552 ກວ່າໂຕນ, ຖົ່ວເຫຼືອງ ປະຕິບັດ 205 ກວ່າເຮັກຕາ ລື່ນແຜນການ 2.77%, ຜົນຜະລິດໄດ້ 2,055 ກວ່າໂຕນ, ຢາສູບປະຕິບັດໄດ້ 70.17 ເຮັກຕາ ລື່ນແຜນການ 0.24% ຜົນຜະລິດໄດ້175 ກວ່າໂຕນ, ການປູກພືດເປັນສິນຄ້າສົ່ງອອກມີທັງໝົດ 5 ບໍລິສັດມີເນື້ອທີ່ 551 ກວ່າເຮັກຕາ ລື່ນແຜນການ 8.14%, ທຽບໃສ່ປີຜ່ານມາຫຼຸດລົງ 342 ກວ່າເຮັກຕາ (ສາເຫດຍ້ອນເນື້ອທີ່ປູກໝາກໂມປີຜ່ານມາຖືກກຳນົດເປັນເຂດສະຫງວນໜ້າອ່າງນ້ຳຕຽນ, ດິນປະຊາຊົນຈຳນວນໜຶ່ງຫັນໄປປູກມັນຕົ້ນສ່ວນເນື້ອທີ່ປູກຖົ່ວເຫຼືອງຈຳນວນໜຶ່ງຫັນມາປູກເຂົ້ານາແຊງ) ເກັບກູ້ທັງໝົດ 538 ເຮັກຕາກວ່າ ເທົ່າກັບ 97.52% ຜົນຜະລິດ 11,756 ກວ່າໂຕນ. ຈາກນັ້ນ, ປະທານກອງປະຊຸມກໍໄດ້ມີຄຳເຫັນເຈາະເຈີ້ມ ແລະ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ໂດຍຍົກໃຫ້ເຫັນຜົນງານດ້ານດີທີ່ຈະຕ້ອງສືບຕ້ອງສືບຕໍ່ເສີມຂະຫຍາຍ, ຈຸດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງພ້ອມກັນແກ້ໄຂປັບປຸງໃຫ້ດີຂຶ້ນ.

(ຂ່າວ-ພາບ: ສົມພົງ ສີສະຫັວດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ໃນວັນທີ 15-16 ພຶດສະພານີ້, ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ພ້ອມຄະນະ ໄດ້ນໍາເອົາອຸປະກອນປູກຜັກເຮືອນຮົ່ມ ລວມເຖິງປັດໄຈການຜະລິດລົງມອບໃຫ້ກຸ່ມປູກພືດຜັກໃນຈໍານວນ 3 ເມືອງຂອງແຂວງຄື: ນາກາຍ, ຍົມມະລາດ ແລະ ໜອງບົກ. ເມືອງນາກາຍ, ມີ 1 ກຸ່ມຜະລິດ, ມີ 4 ບ້ານ, ມີ 9 ຄອບຄົວ, ມີເຮືອນຮົມຈໍານວນ 20 ຫຼັງ. ເມືອງຍົມມະລາດມີ 1 ກຸ່ມຜະລິດ, ມີ 4 ບ້ານຄື: ທ່າໂທດ, ນາລາດຄວາຍ, ໂຄກສະຫວ່າງ ແລະ ຜາທຸງລວມມີທັງໝົດ 46 ຄອບຄົວ, ມີເຮືອນຮົ່ມ 46 ຫຼັງ ແລະ ເມືອງໜອງບົກມີ 1 ກຸມຜະລິດ, ມີ 1 ບ້ານ (ບ້ານດອນປາແດກ), ມີ 4 ຄອບຄົວ, ມີເຮືອນຮົ່ມ 14 ຫຼັງ.
ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ເຂົ້າຮ່ວມເປັນປະທານໃນພິທີປິດຊຸດອົບຮົມ-ຫັດແອບໃຫ້ນັກຮຽນທະຫານໃໝ່ປະຈຳປີ 2024. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຜ່ານມາ ທີ່ໂຮງຮຽນການທະຫານທ້ອງຖິ່ນແຂວງ, ເຂົ້າຮ່ວມມີ ສະຫາຍ ພັອ ພັນວິໄລ ລາດສະຍົນ ເລຂາຄະນະພັກ ຫົວໜ້າກອງບັນຊາການທະຫານແຂວງ.
ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມປຶກສາຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV (2026-2030) ແລະ ເຜີຍແຜ່ກົນໄກການປະສານງານແລກປ່ຽນຂໍ້ມູນ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢູ່ ສປປ ລາວ ຂຶ້ນໃນວັນທີ 13 ພຶດ ສະພາຜ່ານມາ ໂດຍການເປັນປະທານຂອງ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕໍາຫຼວດສະກັດກັ້ນ
ກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

ກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

ວັນທີ 14 ພຶດສະພາ ນີ້ ທີ່ສູນກາງແນວລາວສ້າງຊາດອະນຸກໍາມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ແລະ ກະກຽມຄວາມພ້ອມໃນການສະເຫຼີມສະຫຼອງວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ
ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ

ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ

ໃນວັນທີ 14 ພຶດສະພາຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາການນຳຂອງແຂວງ, ພະແນກການກ່ຽວຂ້ອງ ໄດ້ລົງພົບປະພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ ເມືອງຫີນບູນ ໂດຍມີທ່ານ ຄຳສິງ ອໍລະວັນ ເຈົ້າເມືອງຫີນບູນ, ມີບັນດາການນຳຂອງເມືອງ, ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນທັງສອງບ້ານໃຫ້ການຕ້ອນຮັບ. ພ້ອມນີ້ ກໍໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບສະພາບລວມ ແລະ ການພັດທະນາບ້ານ ລວມເຖິງຂໍ້ສະເໜີ ທີ່ເປັນບັນຫາຄວາມຫຍຸ້ງຍາກໃນການດຳລົງ
ກອງປະຊຸມໃຫຍ່ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V

ໃນວັນທີ 14 ພຶດສະພາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V ຂຶ້ນ ໂດຍການເຂົ້າຮ່ວມຂອງ ພະອາຈານ ບຸນທຽນ ພຸດທະວະໂລ ປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງ ໄຊຍະບູລີ.
ຄົ້ນຄວ້າ ແລະ ສະໜອງແນວພັນ, ເຕັກນິກ ເພື່ອພັດທະນາເສດຖະກິດກະສິກຳ

ຄົ້ນຄວ້າ ແລະ ສະໜອງແນວພັນ, ເຕັກນິກ ເພື່ອພັດທະນາເສດຖະກິດກະສິກຳ

ໂດຍ: ສ.ບຸດປະຊາ ພັກ-ລັດເຮົາ ໄດ້ເອົາໃຈໃສ່ຍູ້ແຮງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະຊຸກຍູ້ໃຫ້ມີການຜະລິດກະສິກຳເປັນສິນຄ້າ ເພື່ອໃຫ້ປະຊາຊົນລາວຜູ້ທີ່ມີເງື່ອນໄຂໃນການເຮັດກະສິກຳ ໄດ້ມີຢູ່ມີກິນ ບໍ່ມີໄພອິດຫີວ ແລະ ແກ້ໄຂຄວາມທຸກຍາກຄອບຄົວ; ໃນນີ້, ການຜະລິດກະສິກຳເປັນສິນຄ້າ ກໍແມ່ນການຫັນການເຮັດກະສິກຳ ເຂົ້າສູ່ການເຮັດເສດຖະກິດກະສິກຳ ປູກຝັງ-ລ້ຽງສັດ
ເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ

ເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ

ພິທີເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ; ໂດຍມີທ່ານ ສຸລິວັດ ສຸວັນນະຈຸມຄໍາ ຮອງລັດຖະມົນ ຕີກະຊວງການເງິນ ຫົວໜ້າຄະນະຊີ້ນໍາໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ (DRMM), ທ່ານ ອາເມີ ກາຣີ (Amr Qari) ຮອງຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວາງສີລາລືກໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກຂອງກົມພາສີ

ວາງສີລາລືກໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກຂອງກົມພາສີ

ພິທີວາງສີລາລຶກໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກຂອງກົມພາສີ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະ ພາ ຜ່ານມາ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີທ່ານ ນາງ ເຮເທີ ວາຣີອາຣາ (Heather Variara) ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳລາວ, ທ່ານນາງ ຊາມີນາ ຄາດວານີ (Samina KADWANI) ຫົວໜ້າຫ້ອງການອົງການສະຫະປະຊາຊາດ, ທ່ານ ບາຄໍເດຍ ເບີຄານອບຟ (Bakhodir Burkhanov)
ທາບທາມຄຳເຫັນຕໍ່ຮ່າງດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ

ທາບທາມຄຳເຫັນຕໍ່ຮ່າງດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ

ກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ (ກປ) ໄດ້ຈັດກອງປະຊຸມທາບທາມຄໍາເຫັນ ຕໍ່ຮ່າງດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ (ສະບັບປັບປຸງ) ຮ່ວມກັບບັນດາຂະແໜງການຂັ້ນທ້ອງຖິ່ນຂຶ້ນໃນວັນທີ 14 ພຶດສະພາຜ່ານມາ ທີ່ແຂວງຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງ ກປ, ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ,
ເພີ່ມເຕີມ