ທ່ານ ສີຈັນ ຫານເສີກ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄດ້ຜ່ານຮ່າງສັນຍາສະບັບນີ້ວ່າ: ສັນຍາສະບັບນີ້ສ້າງຂຶ້ນເພື່ອແນໃສ່ການກໍ່ສ້າງ-ສ້ອມແປງຫົວງານ ແລະ ລະບົບຄອງເໜືອງໂຄງການຊົນລະປະທານ ຫ້ວຍແສນຄໍາ ໃຫ້ສາມາດນໍາໃຊ້ໄດ້ເປັນປົກກະຕິ ແລະ ຮັບປະກັນໃນການສະໜອງນໍ້າໃຫ້ແກ່ການຜະລິດໄດ້ທັງສອງລະດູຄື: ລະດູແລ້ງ, ລະດູຝົນ ແລະ ຮັບປະກັນການກໍ່ສ້າງໄດ້ຕາມແບບ, ມາດຖານ,ເຕັກນິກ ແລະ ສຳເລັດຕາມກຳນົດເວລາ; ໂຄງການນີ້, ຕັ້ງຢູ່ຫ່າງຈາກຕົວເມືອງໄຊຍະບູລີ ໄປທາງທິດໃຕ້ກິໂລແມັດທີ 14 ເສັ້ນທາງເລກ 4, ແຍກເຂົ້າໄປທາງເບື້ອງຊ້າຍຫາກຸ່ມບ້ານນໍ້າຕວນ ປະມານ 21 km ຂຶ້ນກັບຂອບເຂດດິນຄຸ້ມຄອງຂອງ ບ້ານຫ້ວຍແສນຄໍາມີມູນຄ່າການກໍ່ສ້າງລວມອາກອນທັງໝົດ 1ຕື້816 ລ້ານກວ່າກີບ, ກຳນົດເວລາຂອງສັນຍາແມ່ນ 5 ເດືອນ ຊຶ່ງເລີ່ມແຕ່ວັນທີ 18 ພະຈິກ 2025 ຫາ ວັນທີ 18 ເມສາ 2026.
ໃນພິທີ, ໄດ້ຈັດພິເຊັນສັນຍາລະຫວ່າງທ່ານ ສີຈັນ ຫານເສີກ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ເຈົ້າຂອງໂຄງການ ແລະ ທ່ານ ບຸນທັນ ອ່ອນສີ ຕາງໜ້າບໍລິສັດ ເຊັ່ງທະວີຊັບ ຈຳກັດຜູ້ດຽວ ຜູ້ຮັບເໝົາກໍ່ສ້າງ.
(ຂ່າວ-ພາບ: ສົມພົງ ສີສະຫັວດ)
ຄໍາເຫັນ