ເມືອງໄຊຍະເປີດງານຕະຫຼາດນັດໃນງານບຸນອອກພັນສາປະວໍລະນາແລະບຸນຊ່ວງເຮືອ

ເມືອງໄຊຍະເປີດງານຕະຫຼາດນັດໃນງານບຸນອອກພັນສາປະວໍລະນາແລະບຸນຊ່ວງເຮືອ
ໃນຕອນເຊົ້າວັນທີ 25 ຕຸລານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດພິທີເປີດງານຕະຫຼາດນັດໃນງານເທດສະການ ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ 2023. ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ,  ມີບັນດາທ່ານ ການນໍາຂອງແຂວງ, ຂອງເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງ, ອ້ອມຂ້າງເມືອງ, ນັກທຸລະກິດ, ພໍ່ຄ້າ ຊາວຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງ ໄຊຍະບູລີເຂົ້າຮ່ວມຢ່າງພ້ອມພຽງ; ໃນພິທີທ່ານ ຄຳພຸດ ອິນທະວົງ ຮອງເຈົ້າເມືອງໄຊຍະບູລີ ໄດ້ຂຶ້ນກ່າວເປີດພິທີບາງຕອນທ່ານກ່າວວ່າ: ການຈັດພິທີເປີດຕະຫລາດນັດວາງສະແດງສິນຄ້າໃນຄັ້ງນີ້ ແມ່ນເພື່ອດຶງດູດເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມງານບຸນຊ່ວງເຮືອຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ກໍເພື່ອເປັນການສ້າງວຽກເຮັດງານທໍາໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ ໃນນັ້ນ, ໃນການຈັດງານເທດສະການບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ ພສ 2566 ປີນີ້,ໄດ້ມີກິດຈະກໍາເປັນຕົ້ນແມ່ນ ການແຂ່ງຂັນເຮືອຊ່ວງຍິງ-ຊາຍ,ການແຂ່ງຂັນເຮືອໄຟທໍາມະຊາດ, ການແຂ່ງຂັນກອງຫາງ, ການປະກວດນາງທິດາເຮືອຊ່ວງ, ການປະກວດອາຫານພື້ນບ້ານ, ການຈູດບັ້ງໄຟດອກເພື່ອບູຊາເຈົ້ານໍ້າ-ເຈົ້າທ່າ, ການເລາະລາດ ແລະ ກິດຈະກໍາໃສ່ບາດຕາມຮີດຄອງປະເພນີ ໃນນັ້ນ, ກິດຈະກໍາຕະຫລາດນັດງານວາງສະແດງສິນຄ້າາກໍ່ເປັນກິດຈະກຳໜຶ່ງ ທີ່ຈັດຢູ່ໃນງານບຸນປີນີ້ ແລະ ປະກອບມີຮ້ານວາງສະແດງສິນຄ້າ ໂອດັອບເຂົ້າຮ່ວມທັງໝົດ 103 ຮ້ານ, ມີໂອດັອບຂອງເມືອງໄຊຍະບູລີ 1 ຮ້ານ, ມາຈາກແຂວງຫລວງພະບາງ  1  ຮ້ານ, ເມືອງພຽງ 1 ຮ້ານ,ເມືອງຊຽງຮ່ອນ 1 ຮ້ານ.  ມາຮອດປະຈຸບັນນີ້ມີທຸລະກິດ, ຜູ້ປະກອບການ ໄດ້ນໍາເອົາສິນຄ້າ ມາວາງຂາຍໃນງານບຸນ ຈໍານວນ 103 ຮ້ານ   ໃນນັ້ນ, ຮ້ານຂາຍເຄື່ອງອຸດສະຫະກໍາ ແລະ ຫັດຖະກໍາຈໍານວນ 50 ຮ້ານ, ຮ້ານຂາຍປະເພດອາຫານ  30 ຮ້ານ, ຮ້ານຊັດໝາກປູມເປົ້າ ຈໍານວນ 15 ຮ້ານ, ສະໄລເດີ ຈໍານວນ 3 ຊຸດ,ມີບໍລິສັດເຂົ້າມາຕັ້ງບູດເພື່ອໂຄສະນາ ແລະ ຈໍາໜ່າຍສິນຄ້າຈໍານວນ 5 ບູດ,ຊຶ່ງບັນດາຫ້າງຮ້ານດັ່ງກ່າວໄດ້ເລີ່ມຂາຍສິນຄ້າມາແຕ່ວັນທີ 15 ຕຸລາ 2023 ເປັນຕົ້ນມາ ຈົນກວ່າຈະສຳເລັດການແຂ່ງຂັນຊ່ວງເຮືອ, ຈາກນັ້ນໃນພິທີຄະນະປະທານ ແລະ ຜູ້ເຂົ້າຮ່ວມກໍໄດ້ເຂົ້າຮ່ວມຕັດລິບບີນເພື່ອເປັນສັນຍາລັກໃນການເປີດງານດັ່ງກ່າວ ແລະ ຊົມການວາງຂາຍສິນຄ້າຕື່ມອີກ. (ຂ່າວ-ພາບ: ສົມພົງ ສີສະຫັວດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ