ໃນຍຸກແຫ່ງການພັດທະນາ ຊາວຫວຽດນາມ ຢູ່ຕ່າງປະເທດ ແມ່ນຄູ່ຮ່ວມຍຸດທະສາດ ການເຊື່ອມໂຍງສາກົນ

ໃນຍຸກແຫ່ງການພັດທະນາ ຊາວຫວຽດນາມ ຢູ່ຕ່າງປະເທດ ແມ່ນຄູ່ຮ່ວມຍຸດທະສາດ ການເຊື່ອມໂຍງສາກົນ

ເມື່ອກ້າວເຂົ້າສູ່ຍຸກສະໄໝໃໝ່, ຍຸກຂອງການປະຕິວັດອຸດສາຫະກຳ 4.0, ການຫັນປ່ຽນດີຈີຕອນ, ການຫັນເປັນທົ່ວໂລກ ແລະ ເຊື່ອມໂຍງສາກົນ ຢ່າງເລິກເຊິ່ງກວ້າງຂວາງ, ປະເທດຫວຽດນາມ ໄດ້ຢັ້ງຢືນສະຖານະບົດບາດຂອງຕົນ ໃນເວທີສາກົນ ເທື່ອລະກ້າວ. ໃນສະພາບແວດລ້ອມແຫ່ງການພັດທະນາ, ວົງຄະນາຍາດຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ແລະ ເຂດແຄ້ວນ ປະມານ 6 ລ້ານຄົນ ໃນ 130 ກວ່າປະເທດ ຊຶ່ງບໍ່ພຽງແຕ່ແມ່ນພາກສ່ວນໜຶ່ງໃນເລືອດເນື້ອເຊື້ອຊາດຂອງຊາດເທົ່ານັ້ນ, ແຕ່ຍັງແມ່ນຄູ່ຮ່ວມຍຸດທະສາດພິເສດ ແລະ ເປັນກຳລັງອັນໃຫຍ່ຫຼວງ ທີ່ມີບົດບາດເປັນຂົວຕໍ່ ລະຫວ່າງ ຫວຽດນາມກັບໂລກ ໃນທຸກຂົງເຂດວຽກງານ: ເສດຖະກິດ, ວິທະຍາສາດ–ເຕັກໂນໂລຊີ, ວັດທະນະທຳ, ການຕ່າງປະເທດ ແລະ ສື່ມວນຊົນສາກົນ.

 

 

ໜຶ່ງໃນການປະກອບສ່ວນທີ່ພົ້ນເດັ່ນທີ່ສຸດຂອງຊາວຫວຽດກຽວ ທີ່ອາໃສຢູ່ຕ່າງປະເທດ ໃນຍຸກແຫ່ງການພັດທະນາ ແມ່ນແຫຼ່ງລາຍຮັບຈາກຊາວຫວຽດນາມ ທີ່ສົ່ງເງິນກັບບ້ານ (ຄິວໂຮສ). ຈຳນວນເງິນຄິວໂຮສ ທີ່ຖືກສົ່ງກັບຄືນຫວຽດນາມ ໃນຫຼາຍປີຕໍ່ເນື່ອງ ຖືກຈັດຢູ່ໃນອັນດັບ 10 ປະເທດ ທີ່ຮັບເງິນຄິວໂຮສ ສູງທີ່ສຸດໃນໂລກ. ສະເພາະປີ 2024, ຫວຽດນາມ ໄດ້ຮັບເງິນຄິວໂຮສ ເກືອບ 19 ຕື້ໂດລາ, ກວມປະມານ 4.5% ຂອງ GDP ປະເທດ. ເງິນຄິວໂຮສ ບໍ່ພຽງແຕ່ມີສ່ວນຊ່ວຍໃນການປັບປຸງຊີວິດການເປັນຢູ່ຂອງຫຼາຍລ້ານຄົວເຮືອນເທົ່ານັ້ນ, ແຕ່ຍັງມີບົດບາດສຳຄັນໃນການຮັກສາອັດຕາແລກປ່ຽນເງິນຕາໝັ້ນຄົງ, ດຸນດ່ຽງດ້ານການເງິນ ແລະ ສະໜັບສະໜູນການພັດທະນາຂົງເຂດເຊັ່ນ: ອະສັງຫາລິມະຊັບ, ການບໍລິໂພກ, ການລົງທຶນຂະໜາດນ້ອຍ ແລະ ການເລີ່ມຕົ້ນທຸລະກິດ. ຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ຈໍານວນຫຼາຍ ຍັງໄດ້ລົງທຶນໂດຍກົງ ໃນບັນດາວິສາຫະກິດຢູ່ພາຍໃນປະເທດ, ຂະຫຍາຍການຜະລິດ, ຖ່າຍທອດເຕັກໂນໂລຊີ ຫຼື ສ້າງຕັ້ງບໍລິສັດຮ່ວມທຸລະກິດຢູ່ຫວຽດນາມ.

ຈຸດພົ້ນເດັ່ນໜຶ່ງຂອງວົງຄະນາຍາດຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ໃນຍຸກສະໄໝແຫ່ງການເຂົ້າໂຍງສາກົນ ແມ່ນແຫຼ່ງກຳລັງປັນຍາຊົນ ແລະ ຜູ້ຊ່ຽວຊານລະດັບສູງ, ພິເສດ ໃນບັນດາຂະແໜງທີ່ເປັນຂໍກະແຈສໍາຄັນເຊັ່ນ: ສາທາລະນະສຸກ, ເຕັກໂນໂລຊີຂໍ້ມູນຂ່າວສານ, ພະລັງງານທົດແທນ, ການບິນ, ການສຶກສາ, ການຄົ້ນຄ້ວາວິທະຍາສາດ, ການຫັນປ່ຽນດີຈີຕອນ...ຕາມຂໍ້ມູນຈາກຄະນະກຳມະການລັດ ວ່າດ້ວຍຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ, ປັດຈຸບັນ ນັກປັນຍາຊົນ ແລະ ຜູ້ຊ່ຽວຊານຊາວຫວຽດປະມານ 500,000 ຄົນ ທີ່ກຳລັງເຮັດວຽກຢູ່ຕ່າງປະເທດ, ມີຫຼາຍຄົນ ດຳລົງຕຳແໜ່ງສຳຄັນໃນສະຖາບັນຄົ້ນຄ້ວາ, ໂຮງຮຽນມະຫາວິທະຍາໄລທີ່ມີຊື່ສຽງ ແລະ ກຸ່ມບໍລິສັດເຕັກໂນໂລຊີຂະໜາດໃຫຍ່ຂອງສາກົນ. ນີ້ແມ່ນແຫຼ່ງກໍາລັງ "ຄັງປັນຍາ" ອັນລໍ້າຄ່າ ຊຶ່ງບໍ່ແມ່ນວ່າປະເທດທີ່ກໍາລັງພັດທະນາໃດກໍ່ເຮັດໄດ້.

ໃນຍຸກສະໄໝການສື່ສານ ແລະ ການເຊື່ອມໂຍງຮອບດ້ານ, ບົດບາດຂອງຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ບໍ່ໄດ້ຈຳກັດຢູ່ພຽງດ້ານເສດຖະກິດ – ວິທະຍາສາດ ເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນຢ່າງຊັດເຈນ ໃນການເຄື່ອນໄຫວການຕ່າງປະເທດຂອງປະຊາຊົນ, ການຮັກສາເອກະລັກວັດທະນະທຳຂອງຊາດ ແລະ ການເຜີຍແຜ່ພາບລັກຂອງຫວຽດນາມ ໄປສູ່ສາກົນ. ມີຫຼາຍສະມາຄົມຊາວຫວຽດນາມ ທີ່ອາໃສຢູ່ໃນປະເທດລາວ, ໄທ, ອາເມຣິກາ, ຝຣັ່ງ, ເຢຍລະມັນ, ຍີ່ປຸ່ນ, ອົສຕຣາລີ, ການາດາ... ໄດ້ຈັດງານມະໂຫລານວັດທະນະທຳ ຫວຽດນາມ, ສັບປະດາອາຫານປະຈຳຊາດ, ການສະແດງຊຸດປະຈໍາຊາດ “ອາວຢາຍ”, ວັນກະວີ, ງານວາງສະແດງຮູບພາບ, ກອງປະຊຸມວິທະຍາສາດການທ່ອງທ່ຽວ–ການລົງທຶນຢູ່ຫວຽດນາມ...ກິດຈະກຳເຫຼົ່ານີ້ ບໍ່ພຽງແຕ່ຊ່ວຍໃຫ້ເພື່ອນມິດສາກົນ ເຂົ້າໃຈເພີ່ມເຕີມກ່ຽວກັບປະເທດ ແລະ ຊາວຫວຽດນາມ, ແຕ່ຍັງເປັນການເສີມສ້າງຄວາມຜູກພັນສະໜິດແໜ້ນ ແລະ ການເຊື່ອມໂຍງວົງຄະນາຍາດຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ. ພິເສດ ແມ່ນໄວໜຸ່ມ ທີ່ເກີດໃໝ່ ແລະ ເຕີບໃຫຍ່ຢູ່ໃນປະເທດທີ່ເຂົາເຈົ້າກຳລັງດໍາລົງຊີວິດຢູ່.

ໂດຍຢຶດໝັ້ນທັດສະນະ “ມະຫາສາມາຄີທົ່ວປວງຊົນທັງຊາດ” ແລະ ແນວຄິດປະທານ ໂຮ່ຈິມິນ ກ່ຽວກັບຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ, ພັກ ແລະ ລັດຫວຽດນາມ ໄດ້ເອກະພາບຍືນຢັນວ່າ: ຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ແຍກອອກບໍ່ໄດ້ ແລະ ແມ່ນກໍາລັງແຮງສຳຄັນຂອງຊາດ. ໃນຫຼາຍປີຜ່ານມາ, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ນະໂຍບາຍຫຼາຍຢ່າງ ທີ່ເປັນຮູບປະທໍາ ແນໃສ່ສະໜັບສະໜູນ ປົກປ້ອງ ແລະ ດຶງດູດຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ປະກອບສ່ວນພັດທະນາປະເທດຊາດຄື: ຜ່ອນຜັນຂັ້ນຕອນການເຮັດເອກະສານກັບຄືນປະເທດ, ຂໍສັນຊາດ, ຂໍໃບຢັ້ງຢືນທີ່ຢູ່ອາໄສ; ສະໜັບສະໜູນການລົງທຶນເຮັດທຸລະກິດ, ການຖ່າຍທອດເຕັກໂນໂລຊີ, ການຈົດທະບຽນຊັບສິນ; ການປົກປ້ອງສິດຜົນປະໂຫຍດດ້ານກົດໝາຍຂອງພົນລະເມືອງຫວຽດນາມ ຢູ່ຕ່າງປະເທດ; ສົ່ງເສີມການປົກປັກຮັກສາພາສາຫວຽດ, ເປີດໂຮງຮຽນ ແລະ ຫ້ອງຮຽນວັດທະນະທຳຢູ່ເຂດຊຸມຊົນຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ; ພ້ອມທັງຈັດກິດຈະກໍາປະຈຳປີເຊັ່ນ: “ລະດູບານໃໝ່ປະເທດຊາດ”, “ການຕັ້ງແຄ້ມພັກແລ້ງຫວຽດນາມ” ແລະ “ການພົບປະແລກປ່ຽນນັກທຸລະກິດເອກະຊົນຫວຽດນາມ” ແລະ ອື່ນໆ.

ສາມາດເວົ້າໄດ້ວ່າ, ນະໂຍບາຍເຫຼົ່ານັ້ນ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ອັນແທ້ຈິງຂອງພັກ ແລະ ລັດຖະບານຫວຽດນາມ ຕໍ່ຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດເທົ່ານັ້ນ, ແຕ່ຫາກຍັງໄດ້ຢັ້ງຢືນຊັດເຈນວ່າ: ຊາວຫວຽດນາມທຸກຄົນ ທີ່ອາໃສຢູ່ຕ່າງປະເທດ, ບໍ່ວ່າຈະຢູ່ໃສ, ເຮັດຫຍັງ, ກໍລ້ວນແຕ່ເປັນສ່ວນໜຶ່ງອັນສັກກາລະບູຊາ ຂອງແຜ່ນດິນແມ່ຫວຽດນາມ. ໃນຫຼາຍທົດສະວັດແຫ່ງຄວາມຍາກລຳບາກ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມຣິກາ ຈົນເຖິງຍຸກສະໄໝແຫ່ງການພັດທະນາ ແລະ ການເຊື່ອມໂຍງເຂົ້າກັບສາກົນ ໃນປັດຈຸບັນ, ຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ລ້ວນແຕ່ເປັນບ່ອນອີງທາງດ້ານຈິດໃຈ, ແມ່ນເພື່ອນຮ່ວມເດີນທາງທີ່ຊື່ສັດຕໍ່ປະເທດຊາດ. ຄວາມມີນໍ້າໃຈຜູກພັນສະໜິດແໜ້ນ ແລະ ບັນດາການປະກອບສ່ວນຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ເປັນການຢັ້ງຢືນເຖິງກໍາລັງແຮງແຫ່ງການດໍາລົງຊີວິດຂອງມະຫາສາມັກຄີທົ່ວປວງຊົນທັງຊາດຫວຽດນາມ.

ໂດຍ: ຫອມໄຊຍະເດດ

ຄໍາເຫັນ

ຂ່າວຕ່າງປະເທດ

ຄົນເຈັບພະຍາດໝາກແດງ ໃນອາເມຣິກາ ເພີ່ມຂຶ້ນເປັນ 3,000 ກວ່າຄົນ

ຄົນເຈັບພະຍາດໝາກແດງ ໃນອາເມຣິກາ ເພີ່ມຂຶ້ນເປັນ 3,000 ກວ່າຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ອາເມຣິກາ ລາຍງານວ່າ, ໃນວັນທີ 3 ກັນຍາ ຜ່ານມາ ສະຫະລັດ ອາເມຣິກາ ໄດ້ກວດພົບພະຍາດ ໝາກແດງ 3,134 ກໍລະນີໃນປີ 2026. ໂຕເລກນີ້ເກີນກວ່າກໍລະນີທີ່ຢືນຢັນທັງໝົດຂອງປີ 2025 (2,289) ແລະ ເປັນຈຳນວນສູງສຸດປະຈຳປີນັບຕັ້ງແຕ່ປີ 1991. ໂດຍຄົນເຈັບທົ່ວປະເທດຍັງສືບຕໍ່ເພີ່ມຂຶ້ນທ່າມກາງອັດຕາການສັກວັກຊິນທີ່ຫຼຸດລົງໃນບັນດາເດັກນ້ອຍ.
ເນປານ ຊ່ວຍຊີວິດແມ່ຍິງອາຍຸ 64 ປີ ຫຼັງຈາກເກີດດິນເຈື່ອນ 10 ມື້

ເນປານ ຊ່ວຍຊີວິດແມ່ຍິງອາຍຸ 64 ປີ ຫຼັງຈາກເກີດດິນເຈື່ອນ 10 ມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສື່ມວນຊົນເນປານລາຍງານວ່າ, ທີມກູ້ໄພໄດ້ຊ່ວຍຊີວິດແມ່ຍິງເນປານອາຍຸ 64 ປີຄົນໜຶ່ງທີ່ຍັງມີຊີວິດຢູ່ໃນເມືອງນູວາໂກ ຫຼັງຈາກເກີດເຫດດິນເຈື່ອນຮຸນແຮງໃນວັນທີ 26 ສິງຫາ ຜ່ານມາ ແລະ ຖືກນຳສົ່ງໄປຮັບການປິ່ນປົວຢູ່ນະຄອນຫຼວງກາດມານດູ.
ອິນໂດເນເຊຍ ທຳລາຍເຄືອຂ່າຍການພະນັນອອນລາຍ

ອິນໂດເນເຊຍ ທຳລາຍເຄືອຂ່າຍການພະນັນອອນລາຍ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ຕຳຫຼວດອິນໂດເນເຊຍໄດ້ລາຍງານການທຳລາຍເຄືອຂ່າຍການພະນັນອອນລາຍທີ່ດຳເນີນງານຜ່ານເວັບໄຊທີ່ຄວບຄຸມຈາກຕ່າງປະເທດ 3 ແຫ່ງ ຊຶ່ງສ້າງລາຍຮັບໄດ້ເຖິງ 1 ພັນຕື້ຣູເປຍ (ສະກຸນເງິນອິນໂດເນເຊຍ) ຕໍ່ປີ ແລະ ຈັບກຸມຜູ້ຕ້ອງສົງໄສ 5 ຄົນ.
ມູນ​ຄ່າ​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ​​ທັນ​ຍາ​ຫານຈີນ​ ບັນ​ລຸ​ຫຼາຍກວ່າ 4 ພັນ​ຕື້ຢວນ​ຕໍ່​ປີ

ມູນ​ຄ່າ​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ​​ທັນ​ຍາ​ຫານຈີນ​ ບັນ​ລຸ​ຫຼາຍກວ່າ 4 ພັນ​ຕື້ຢວນ​ຕໍ່​ປີ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ຈາກ​ຂໍ້​ມູນ​ໃນກອງ​ປະ​ຊຸມ​ການ​ຄ້າ​ທັນ​ຍາ​ຫານ​ຈີນ​ ຄັ້ງ​ທີ 8 ທີ່​ຈັດ​ຂຶ້ນ​​ວັນ​ທີ 5 ກັນ​ຍາ ຜ່ານມາ ຢູ່​ນະ​ຄອນ​ຊາງ​ຊ່າ ​ແຂວງ​ຫູ​ໜານ​ ​​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ທັນ​ຍາ​ຫານ​ຂອງ​ຈີນ​ມີເຖິງ 24,000 ແຫ່ງ, ບັນ​ລຸ​ຍອດ​ມູນ​ຄ່າ​ອຸດ​ສາ​ຫະ​ກຳ​ຫຼາຍກວ່າ 4 ພັນ​ຕື້ຢວນຕໍ່​ປີ, ມີ​ເຂດ ​ແລະ​ ແຂວງຫຼາຍກວ່າ 1 ສ່ວນ 3 ມີ​ມູນ​ຄ່າ​ຜົນ​ຜະ​ລິດບັນ​ລຸ​ຫຼາຍກວ່າ 1 ຮ້ອຍ​ຕື້ຢວນ.
ຫວຽດນາມ - ມຽນມາ ເປີດກວ້າງການຮ່ວມມືລະຫວ່າງວິສາຫະກິດ

ຫວຽດນາມ - ມຽນມາ ເປີດກວ້າງການຮ່ວມມືລະຫວ່າງວິສາຫະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 6 ກັນຍາ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດ​ນາມ ຢ່າງເປັນທາງການ, ທ່ານ ມິນອອງລາຍ ປະທານາທິບໍດີ ມຽນມາ ແລະ ທ່ານ ຫງວຽນ​ວັນ​ທັງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ມຽນມາ-ຫວຽດນາມ.
ຈາກຄວາມນິຍົມແບບໄວຣັລ ໄປສູ່ການສ້າງແບຣນ (ຍີ່ຫໍ້) ເຄື່ອງສຳອາງຈີນຂະຫຍາຍທຸລະກິດໃນອາຊີຕາເວັນອອກສຽງໃຕ້ໃຫ້ເຂັ້ມແຂງຍິ່ງຂຶ້ນ

ຈາກຄວາມນິຍົມແບບໄວຣັລ ໄປສູ່ການສ້າງແບຣນ (ຍີ່ຫໍ້) ເຄື່ອງສຳອາງຈີນຂະຫຍາຍທຸລະກິດໃນອາຊີຕາເວັນອອກສຽງໃຕ້ໃຫ້ເຂັ້ມແຂງຍິ່ງຂຶ້ນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ກັນຍາ ຜ່ານມາວ່າ: ໃນຊຸມປີມານີ້, ແບຣນ (ຍີ່ຫໍ້) ເຄື່ອງສຳອາງຂອງຈີນໄດ້ເຂົ້າມາຢູ່ໃນກະເປົາເຄື່ອງສຳອາງຂອງຜູ້ບໍລິໂພກໃນອາຊຽນເພີ່ມຂຶ້ນຢ່າງຫຼວງຫຼາຍ. ຈາກຜະລິດຕະພັນທີ່ເປັນກະແສໄວຣັລຈາກການຂາຍຜ່ານການຖ່າຍທອດສົດ ຈົນເຖິງຮ້ານຈຳໜ່າຍໃນສູນການຄ້າ, ຜະລິດຕະພັນເຄື່ອງສຳອາງຂອງຈີນກຳລັງມີຊື່ສຽງຫຼາຍຂຶ້ນທົ່ວພາກພື້ນ.
ສິງກະໂປ ຄາດຄະເນສະພາບອາກາດແຫ້ງແລ້ງ ແລະ ຕິດຕາມຄວາມສ່ຽງຂອງໝອກຄວັນ

ສິງກະໂປ ຄາດຄະເນສະພາບອາກາດແຫ້ງແລ້ງ ແລະ ຕິດຕາມຄວາມສ່ຽງຂອງໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ກັນຍາ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດຂອງສິງກະໂປຄາດຄະເນວ່າ, ສິງກະໂປຈະປະສົບກັບສະພາບອາກາດແຫ້ງແລ້ງຢ່າງຕໍ່ເນື່ອງໃນໄລຍະເຄິ່ງທໍາອິດຂອງເດືອນກັນຍາ, ໂດຍລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະນຳເອົາລົມຕາເວັນອອກສ່ຽງໃຕ້ ຫຼື ລົມຕາເວັນຕົກສ່ຽງໃຕ້ພັດຜ່ານພື້ນທີ່ສ່ວນໃຫຍ່. ໃນຂະນະທີ່ປະລິມານນ້ຳຝົນໃນສອງອາທິດທຳອິດຂອງເດືອນຄາດວ່າຈະຕໍ່າກວ່າລະດັບສະເລ່ຍໃນຫຼາຍພາກພື້ນ.
EU ກຳນົດ ChatGPT, Reddit ແລະ Roblox ຢູ່ພາຍໃຕ້ກົດລະບຽບເພີ່ມເຕີມ

EU ກຳນົດ ChatGPT, Reddit ແລະ Roblox ຢູ່ພາຍໃຕ້ກົດລະບຽບເພີ່ມເຕີມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ຄະນະກຳມະການເອີຣົບໄດ້ກຳນົດໃຫ້ ChatGPT, Reddit, ແລະ Roblox ເປັນການບໍລິການອອນລາຍຂະໜາດໃຫຍ່ທີ່ຢູ່ພາຍໃຕ້ກົດໝາຍວ່າດ້ວຍການບໍລິການດີຈີຕອນ (DSA) ຂອງສະຫະພາບເອີຣົບ (EU) ຊຶ່ງໝາຍຄວາມວ່າຕ້ອງຢູ່ພາຍໃຕ້ຂໍ້ກຳນົດດ້ານກົດລະບຽບເພີ່ມເຕີມ.
ເສດ​ຖະ​ກິດຫວຽດນາມໃນ​ເດືອນ​ສິງ​ຫາ​ ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ເສດ​ຖະ​ກິດຫວຽດນາມໃນ​ເດືອນ​ສິງ​ຫາ​ ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມໂຕ​ເລກ​ໂດຍ​ກົມ​ສະ​ຖິ​ຕິ ກະ​ຊວງ​ການ​ເງິນ ຫວຽດ​ນາມ ປະ​ກາດ​ໃນ​ວັນ​ທີ 3 ກັນ​ຍາ ຜ່ານມາ, ສະ​ພາ​ບ​ການພັດ​ທະ​ນາ​ເສດ​ຖະ​ກິດ ຫວ​ຽດ​ນາມ ໃນ​ເດືອນ​ສິງ​ຫາ​ປີ 2026 ມີ​ຄວາມ​ຄືບ​ໜ້າ. ໃນ​ນັ້ນ, ຈຸດ​ພົ້ນ​ເດັ່ນ​ແມ່ນ​ບັນ​ດາ​ຂົງ​ເຂດ ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ການ​ທ່ອງ​ທ່ຽວ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ.
ປີ 2025 ມູນ​ຄ່າ​ການ​ຄ້າ​ຈີນ - ອາ​ຊຽ​ນ ​ທະ​ລຸ ພັນ​ຕື້​ໂດ​ລາ​

ປີ 2025 ມູນ​ຄ່າ​ການ​ຄ້າ​ຈີນ - ອາ​ຊຽ​ນ ​ທະ​ລຸ ພັນ​ຕື້​ໂດ​ລາ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໂດຍໄດ້​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບສະ​ພາບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ ກໍ​ຄື ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​​ລະ​ຫວ່າງຈີນ-ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 23.
ເພີ່ມເຕີມ