![]() |
ທ່ານ ນາງ ບົວກາ ແກ້ວມະນີ ໄດ້ລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃນໄລຍະ 10 ເດືອນຜ່ານມາໂດຍສັງເຂບ. ຈາກນັ້ນ, ທ່ານ ຄໍາແຜ່ວ ສາຍປະດິດ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 240 ແລະ 288 ລົງວັນທີ 20 ສິງຫາ ແລະ 22 ກັນຍາ 2025 ວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານຄະນະກໍາມະການປົກຄອງເມືອງນາກາຍ ແລະ ໜັງສືສະເໜີຂອງຄະນະຈັດຕັ້ງແຂວງ ຊຶ່ງໄດ້ຕົກລົງແຕ່ງຕັ້ງທ່ານ ສົມບັດ ປັນຍາສິດ ຮອງເລຂາຄະນະບໍລິຫານງານພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງນາກາຍ, ແຕ່ງຕັ້ງທ່ານ ຕຽງຄໍາ ມູນໂນລາດ ເປັນຮອງປະທານຄະນະກໍາມະການປົກຄອງເມືອງນາກາຍ (ລົງເລິກຊີ້ນໍາວຽກງານຂົງເຂດເສດຖະກິດ) ແລະ ທ່ານ ຄໍາຫວ່າງ ກິໄລວັນ ເປັນຮອງປະທານຄະນະກໍາມະການປົກຄອງເມືອງນາກາຍ (ລົງເລິກຊີ້ນໍາວຽກງານຂົງວັດທະນະທໍາ-ສັງຄົມ).ຈາກນັ້ນ, ກໍໄດ້ເຊັນມອບ-ຮັບໜ້າທີ່ລະຫວ່າງທ່ານ ນາງ ບົວກາ ແກ້ວມະນີ ກໍາມະການພັກແຂວງເລຂາພັກເມືອງ ເຈົ້າເມືອງນາກາຍ ກັບ ທ່ານ ສົມບັດປັນຍາສິດ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງນາກາຍ.
![]() |
ທ່ານ ຫົວໜ້າຄະນະຈັດຕັ້ງແຂວງໄດ້ເນັ້ນໃຫ້ຄະນະພັກ,ອໍານາດການປົກຄອງເມືອງເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ,ພະນັກງານພາຍໃນເມືອງໃຫ້ເປັນປົກກະຕິ. ພາຍຫຼັງສໍາເລັດການມອບ-ຮັບໜ້າທີ່ແລ້ວແມ່ນໃຫ້ຮີບຮ້ອນໃນການແບ່ງງານ,ແບ່ງຄວາມຮັບຜິດຊອບ ພາຍໃນຄະນະກໍາມະການປົກຄອງເມືອງໃຫ້ລະອຽດຊັດເຈນ ແລະ ມີໝາກຜົນສໍາເລັດຕາມລະດັບຄາດໝາຍ,ເອົາໃຈໃສ່ຊີ້ນໍາປຸກລະດົມ ແລະ ອໍານວຍຄວາມສະດວກໃຫ້ສະມາຊິກສະພາປະຊາຊົນແຂວງໃນເວລາເຄື່ອນໄຫວພົບປະກັບພໍ່ແມ່ປະຊາຊົນຢູ່ຂັ້ນຮາກຖານບ້ານ, ມອບໃຫ້ເມືອງເອົາໃຈໃສ່ຄົ້ນຄວ້າໂຄງປະກອບການຈັດຕັ້ງຂອງຕາແສງຄືນໃໝ່,ຄຸ້ມຄອງ,ຕິດຕາມ,ກວດກາປະເມີນຜົນການປະຕິບັດໜ້າທີ່ຂອງພະນັກງານຢູ່ຫ້ອງການອ້ອມຂ້າງເມືອງໃຫ້ເປັນປົກກະຕິ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າພາຍໃນເມືອງ, ເອົາໃຈໃສ່ພັດທະນາກະສິກໍາ ແລະ ຍົກສູງຄວາມຮັບຜິດຊອບໃນການປົກປັກຮັກສາຊັບພະຍາກອນທາງທໍາມະຊາດ ພ້ອມກັນນັ້ນແມ່ນໃຫ້ຫັນເອົາພະນັກງານໃນແຕ່ລະຫ້ອງການລົງກໍ່ສ້າງຮາກຖານການເມືອງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອໍານາດການປົກຄອງທ້ອງຖິ່ນ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)


ຄໍາເຫັນ