ນະຄອນ ຫຼວງພະບາງຈະໄດ້ປິດການສັນຈອນບາງເສັ້ນທາງໄລຍະບຸນປີໃໝ່ລາວ

ນະຄອນ ຫຼວງພະບາງຈະໄດ້ປິດການສັນຈອນບາງເສັ້ນທາງໄລຍະບຸນປີໃໝ່ລາວ
ວັນທີ່ 12 ເມສານີ້, ທ່ານ ພັນໂທ ໄວຍະສັກ ຄຳພິຈິດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຮ່ວມກັບ ຜູ້ຕາງໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ ແລະພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງ ໄດ້ຈັດພິທີຖະແຫຼງຂ່າວ ກ່ຽວກັບແຜນການປ້ອງກັນການຈັດສັນຄວາມເປັນລະບຽບຮຽບຮ້ອຍງານບຸນປີໃໝ່ລາວ ພສ 2567, ຄສ 2024 ທ່ານກ່າວວ່າ: ເພື່ອປ້ອງກັນ, ສະກັດກັ້ນ ແລະຫຼຸດຜ່ອນການສັນຈອນແອອັດ, ລົດຕິດໃນມື້ຈັດງານບຸນປີໃໝ່ລາວ ພສ 2567 ໃຫ້ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພໃນການສັນຈອນ, ເຮັດໃຫ້ການສະເຫຼີມສະຫຼອງປີໃໝ່ລາວ ມີຄວາມເບີກບານມ່ວນຊື່ນ ແລະຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງຊາດລາວ. ຊຶ່ງການຈັດງານບຸນປີໃໝ່ລາວຢູ່ນະຄອນ ຫຼວງພະບາງ ສ່ວນໃຫຍ່ພື້ນທີຈັດງານໂລະລາດ, ແຫ່ວໍ່ ສ່ວນໃຫ່ຍແມ່ນນຳໃຊ້ເສັ້ນທາງເປັນພື້ນທີຈັດງານ.ດັ່ງນັ້ນ ຈື່ງມີຄວາມຈຳເປັນປິດເສັ້ນທາງບາງເສັ້ນທາງໃນນັ້ນ ວັນທີ 13 ເມສາ 2024 ເປັນມື້ຈັດງານຕະຫຼາດນັດມວນຊົນ (ໂລະລາດ) ແລະລົງດອນຊາຍມຸງຄຸນ ຈະໄດ້ມີການປິດການສັນຈອນ ແຕ່ສາມແຍກອານຸສາວະລີທ່ານ ໄກສອນ ພົມວິຫານ ຫາ ສີ່ແຍກຮ່ອມຕາດໝໍ້ ໃນເຂດມໍລະດົກໂລກ ໂດຍບໍ່ໃຫ້ນຳເອົາລົດທຸກປະເພດເຂົ້າໄປໃນພື້ນທີ່ຈັດງານ ຕັ້ງແຕ່ເວລາ 5 ໂມງ ຫາ ເວລາ 13 ໂມງ, ວັນທີ 14 ແລະ 16 ເມສາ 2024 ເປັນມື້ແຫ່ຫວໍ່ຂຶ້ນ ແລະແຫ່ຫວໍ່ລ່ອງ ຈະໄດ້ມີການປິດການສັນຈອນ ແຕ່ໜ້າຫ້ອງວ່າການແຂວງ ຫາ ສາມແຍກປາກຄານ ໂດຍບໍ່ໃຫ້ນຳເອົາລົດທຸກປະເພດເຂົ້າໄປໃນພື້ນທີ່ຈັດງານ, ຫາກທ່ານໃດຫາກມີຈຸດປະສົງທີ່ຈະເຂົ້າໄປຮ່ວມງານບຸນ ແມ່ນໃຫ້ຈອດລົດຂອງທ່ານໄວ້ທີ່ເດີ່ນຊາວມັງກອນ, ອ້ອມຮອບສວນສາທາລະນະລ້ານຊ້າງ, ໂຮງຮຽນມັດທະຍົມສົມບູນພັນຫຼວງ, ໂຮງຮຽນມັດທະຍົມສົມບູນສັນຕິພາບ, ສະຖານີຂົນສົ່ງລົດຕູ້ບ້ານນາຫຼວງ, ສະຖານີຂົນສົ່ງລົດເມບ້ານນາຫຼວງ, ອ້ອມຮອບສະໜາມກິລານາຫຼວງ, ສະຖານທີ່ອື່ນໆຕາມຄວາມເໝາະ ແລະຕາມການແນະນຳຂອງເຈົ້າໜ້າທີ, ສະເພາະຜູ້ທີ່ມີຈຸດປະສົງ ສັນຈອນຜ່ານເຮືອບັກຂ້າມນ້ຳຂອງ ລະຫ່ວາງ ນະຄອນ ຫຼວງພະບາງ ຫາ ເມືອງຈອມເພັດ ໃນວັນທີ 13, 14, ແລະ 16 ເມສາ 2024 ແມ່ນໃຫ້ໄປນຳໃຊ້ເສັ້ນທາງທ່າບັກ ບ້ານຊຽງແກ້ວ ນະຄອນ ຫຼວງພະບາງ ຫາ ບ້ານຈ່ານເໜືອ ເມືອງຈອມເພັດ.
ທ່ານ ພັນໂທ ໄວຍະສັກ ຄຳພິຈິດ ໃຫ້ຮູ້ຕື່ມວ່າ: ເພື່ອຮັບປະກັນການສັນຈອນງານບຸນປີໃໝ່ລາວຄັ້ງນີ້ ມີຄວາມເປັນລະບຽບຮຽບຮ້ອຍ ກອງບັນຊາການ ປກສ ນະຄອນ ຫຼວງພະບາງ ໄດ້ໃຊ້ກໍາລັງເຈົ້າໜ້າທີ່ຈະລາຈອນເຮັດໜ້າທີລະບາຍລົດ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ຈໍານວນ 119 ຄົນ, ໂດຍເຂົ້າປະຈໍາປ້ອມ, ປະຈໍາຈຸດ 3 ແຍກ, 4 ແຍກ ແລະສະຖານທີຈັດກິດຈະກໍາ ຢູ່ແຕ່ລະລະເສັ້ນທາງເທດສະບານ ນະຄອນ ຫຼວງພະບາງ. ໂອກາດນີ້, ທ່ານໄດ້ຮຽກຮ້ອງໃຫ້ນັກຂັບຂີ່ ພ້ອມກັນເຄົາລົບ ແລະປະຕິບັດກົດຈະລາຈອນທາງບົກ ຢ່າງເຂັ້ມງວດເຊັ່ນ: ທຸກຄັ້ງກ່ອນອອກຈາກເຮືອນ ຕ້ອງຖືເອກະສານລົດໃຫ້ຄົບຖ້ວນ, ກວດກາສະພາບເຕັກນິກລົດໃຫ້ດີ, ຜູ້ຂັບຂີ່ລົດຈັກທຸກຄັ້ງຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະຜູ້ຊ້ອນທ້າຍ, ລົດໃຫ່ຍໃຫ້ຄັດສາຍແອວນີລະໄພ, ເມົາບໍ່ຂັບ, ບໍ່ລົມໂທລະສັບເວລາຂັບຂີ່ລົດ ແລະປະຕິບັດຕາມການສັນຍານລະບາຍລົດ ຂອງເຈົ້າໜ້າທີຢ່າງເຂັ້ມງວດ ເພື່ອສະກັດກັ້ນອຸບັດຕິເຫດທີອາດຈະເກີດຂຶ້ນໃນໄລຍະຫຼີ້ນບຸນປີໃໝ່ລາວນີ້.
(ຂ່າວ: ຫຼວງພະບາງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ